ທ່ານ ບຸນທຽນ ແກ້ວສີພາ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນອ້ອມຂ້າງສູນກາງ ໃນວັນທີ 28 ພຶດສະພາ ຜ່ານມາວ່າ: ລາຄານໍ້າມັນເຊື້ອໄຟຢູ່ ສປປ ລາວ ທີ່ມີການປັບຕົວເພີ່ມຂຶ້ນ ເນື່ອງຈາກວ່າ ໄລຍະ 2 ເດືອນ (ມີນາ-ເມສາ 2018) ລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ ໄດ້ສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊັ່ນ: ນໍ້າມັນດິບໃນຕະຫຼາດດູໄບ ປະເທດອິນເດຍ ໄດ້ປັບເພີ່ມຂຶ້ນ 15,30 ໂດລາຕໍ່ Barrel ຈາກເດີມ 61,75 ໂດລາຕໍ່ Barrel ເປັນ 77,05 ໂດລາຕໍ່ Barrel ໃນຄັ້ງວັນທີ 19 ພຶດສະພາ 2018, ສົ່ງຜົນເຮັດໃຫ້ລາຄານໍ້າມັນກາຊວນໃນຕະຫຼາດສິງກະໂປ ເພີ່ມຂຶ້ນ 16,69 ໂດລາຕໍ່ Barrel ຫຼື ຄິດເປັນ 21,80% ຈາກເດີມ 76,55 ໂດລາຕໍ່ Barrel ເປັນ 93,24 ໂດລາຕໍ່ Barrel.

ທ່ານຫົວໜ້າກົມການຄ້າພາຍໃນ ກ່າວວ່າ: “ ສປປ ລາວ ແມ່ນປະເທດໜຶ່ງທີ່ນຳເຂົ້ານຳມັນເຊື້ອໄຟສຳເລັດຮູບ 100% ເຊິ່ງການປັບລາຄານໍ້າມັນ ກໍຕ້ອງໃຫ້ສອດຄ່ອງກັບສະພາບການເໜັງຕີງຂຶ້ນ-ລົງຕາມກົນໄກຕະຫຼາດໂລກ ຍ້ອນປະເທດເຮົາບໍ່ມີນໍ້າມັນ ແລະ ບໍ່ມີຊາຍແດນຕິດກັບທະເລ ເຊິ່ງເຮັດໃຫ້ການນຳເຂົ້າຕ້ອງມີການຂົນສົ່ງ ຈຶ່ງມີຕົ້ນທຶນສູງຂຶ້ນ ຖ້າທຽບໃສ່ປະເທດອ້ອມຂ້າງ. ສະນັ້ນ, ລັດຖະບານ ຈຶ່ງໄດ້ບັນຈຸສິນຄ້າ ແລະ ນໍ້າມັນເຊື້ອໄຟ ເປັນສິນຄ້າຍຸດທະສາດທີ່ລັດຄວບຄຸມລາຄາຕາມດຳລັດຂອງນາຍົກລັດຖະມົນຕີ ເລກທີ 474/ນຍ, ລົງວັນທີ 18 ພະຈິກ 2010 ຈຶ່ງມີການຄຸ້ມຄອງແຕ່ຂອດນຳເຂົ້າ-ສົ່ງອອກ, ຈຳໜ່າຍ, ຄຸ້ມຄອງທາງດ້ານລາຄາ ແລະ ການໃຫ້ບໍລິການ ພ້ອມທັງມີການດັດສົມປະລິມານການຊົມໃຊ້ໃນແຕ່ລະປີ ຕາມການເໜັງຕີງຂອງລາຄານໍ້າມັນໃນຕະຫຼາດໂລກ ແລະ ຕາມການຂະຫຍາຍຕົວຂອງເສດຖະກິດ-ສັງຄົມຂອງປະເທດ.

ຕາມການສັງລວມຕົວເລກຈາກຜູ້ປະກອບການ ໃນປີ 2017, ການຈຳໜ່າຍນໍ້າມັນເຊື້ອໄຟຢູ່ ສປປ ລາວ ມີທັງໝົດປະມານ 1.200 ກວ່າລ້ານລິດ (ນໍ້າມັນກາຊວນ ກວມ 72%, ແອັດຊັງທຳມະດາ ກວມ 23% ແລະ ແອັດຊັງພິເສດ ກວມ 5%) ເຊິ່ງແມ່ນຕົວເລກທີ່ຜູ້ນຳເຂົ້າໄດ້ເສຍພັນທະຕ່າງໆຢ່າງຖືກຕ້ອງ; ມາປີ 2018, ລັດຖະບານໄດ້ເລີ່ມຈັດຕັ້ງປະຕິບັດການເກັບອາກອນຊົມໃຊ້ (ອກຊ) ເພີ່ມຂຶ້ນ 4% ຕາມກົດໝາຍອາກອນຊົມໃຊ້ (ສະບັບປັບປຸງ) ເຮັດໃຫ້ ອກຊ ແອັດຊັງພິເສດ ຈາກ 35% ເປັນ 39%, ແອັດຊັງທຳມະດາ ຈາກ 30% ເປັນ 34% ແລະ ກາຊວນ ຈາກ 20% ເປັນ 24%, ສົ່ງຜົນເຮັດໃຫ້ລາຄານໍ້າມັນເຊື້ອໄຟພາຍໃນເພີ່ມຂຶ້ນຢ່າງໜ້ອຍ 200 ກີບຕໍ່ລິດ, ບວກກັບການເໜັງຕີງຂອງອັດຕາແລກປ່ຽນ ຈາກ 8.299 ກີບຕໍ່ໂດລາ ໃນຄັ້ງວັນທີ 31 ມັງກອນ 2018 ເພີ່ມຂຶ້ນເປັນ 8.331 ກີບຕໍ່ໂດລາ ໃນຄັ້ງວັນທີ 31 ເມສາ 2018 ແລະ ເພີ່ມມາເປັນ 8.370 ກີບຕໍ່ໂດລາ ຄັ້ງວັນທີ 25 ພຶດສະພາ 2018 ຕາມອັດຕາການແລກປ່ຽນ.

ເຊິ່ງນັບແຕ່ຕົ້ນປີ 2018 ເຖິງປັດຈຸບັນ ໄດ້ມີການປັບລາຄານໍ້າມັນເຊື້ອໄຟແລ້ວທັງໝົດ 7 ຄັ້ງ ຕາມການເໜັງຕີງຂອງລາຄານໍ້າມັນໃນຕະຫຼາດໂລກ ແລະ ພາກພື້ນ; ໃນນັ້ນ, ປັບຂຶ້ນ 5 ຄັ້ງ ແລະ ອີກ 1 ຄັ້ງ ແມ່ນລັດຖະບານໄດ້ຫຼຸດການເກັບຄັງແຮລົງ 200 ກີບຕໍ່ລິດ ຈາກ 300 ກີບ ຫຼຸດມາເປັນ 100 ກີບຕໍ່ລິດ ເພື່ອເປັນການຮັກສາລາຄາຍ່ອຍໄວ້ຄືເກົ່າ ພ້ອມທັງເປັນການຫຼຸດຜ່ອນຜົນກະທົບຈາກລາຄານໍ້າມັນທີ່ມີທ່າອ່ຽງເພີ່ມຂຶ້ນສູງ; ຈາກນັ້ນ, ລັດຖະບານຍັງໄດ້ຕັດສິນໃຈຫຼຸດການເກັບຄັງແຮລົງຕື່ມ 50 ກີບຕໍ່ລິດ ຈາກ 100 ກີບຕໍ່ລິດ ແລະ ຫຼຸດການເກັບຄ່າບໍລິການກວດນັບບໍລິມາດລົງ 10 ກີບຕໍ່ລິດ ຈາກ 22 ເຫຼືອ 12 ກີບຕໍ່ລິດ ແລະ ປັບລາຄານໍ້າມັນແອັດຊັງພິເສດ ຂຶ້ນ 200 ກີບຕໍ່ລິດ, ແອັດຊັງທຳມະດາ ແລະ ກາຊວນ ຂຶ້ນ 100 ກີບຕໍ່ລິດ ຈາກລາຄາປັດຈຸບັນ.

ທ່ານ ບຸນທຽນ ແກ້ວສີພາ ກ່າວຕື່ມວ່າ: “ດ້ວຍສະພາບດັ່ງກ່າວ, ກະຊວງອຸດສາຫະກຳ ແລະ ການຄ້າ ກໍຄືລັດຖະບານ ຈຶ່ງຂໍຮຽກຮ້ອງໃຫ້ຜູ້ປະກອບການທຸລະກິດນໍ້າມັນເຊື້ອໄຟເຂົ້າໃຈຕໍ່ກັບນະໂຍບາຍຂອງລັດຖະບານ ໃນການປະຄອງລາຄານໍ້າມັນບໍ່ໃຫ້ເໜັງຕີງຂຶ້ນສູງດ້ວຍຈັງຫວະກະໂດດຂັ້ນ ທີ່ອາດສົ່ງຜົນກະທົບຕໍ່ຜູ້ຊົມໃຊ້ຢ່າງແຮງ, ພ້ອມທັງຮຽກຮ້ອງໃຫ້ບັນດາຜູ້ຊົມໃຊ້ນໍ້າມັນເຊື້ອໄຟ ຈົ່ງຊ່ວຍກັນເຂົ້າໃຈຕໍ່ກັບສະພາວະການເໜັງຕີງຂອງລາຄານໍ້າມັນດິບໃນຕະຫຼາດໂລກ ແລະ ພາກພື້ນ; ເຊິ່ງຜົນກະທົບດັ່ງກ່າວ, ລັດຖະບານຈະພະຍາຍາມປັບປຸງໂຄງສ້າງລາຄານໍ້າມັນໃຫ້ມີຄວາມເໝາະສົມ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ຜູ້ຊົມໃຊ້, ແນໃສ່ຮັບປະກັນຄວາມສະດວກໃນການໄປ-ມາຂອງປະຊາຊົນໃນສັງຄົມລາວ”.