ໂຮງຮຽນອິດສະເຕິນສະຕາ ໄດ້ຈັດພິທີສະຫຼຸບປິດສົກຮຽນ ປີ 2017-2018 ພ້ອມທັງມອບໃບປະກາສະນີຍະບັດໃຫ້ນັກຮຽນທີ່ສຳເລັດການສຶກສາ ໃນວັນທີ 26 ພຶດສະພາ 2018 ທີ່ໂຮງແຮມແລນມາກ ໂດຍມີ ທ່ານ ສຈ ປອ ສົມສີ ຍໍພັນໄຊ ຮັກສາການອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີຕາງໜ້າຈາກພະແນກສຶກສາທິການ ແລະ ກິລານະຄອນຫຼວງ, ພະແນກສຶກສາທິການ ແລະ ກິລາເມືອງໄຊເສດຖາ, ແຂກຮັບເຊີນ, ຄູ-ອາຈານ ພ້ອມດ້ວຍຜູ້ປົກຄອງ ແລະ ນັກຮຽນເຂົ້າຮ່ວມ.

ໃນພິທີ, ທ່ານ ປະເສີດ ໄຊຍະມົງຄົນ ອຳນວຍການໂຮງຮຽນອິດສະເຕິນສະຕາ (ຝ່າຍລາວ) ໄດ້ກ່າວວ່າ: “ໂຮງຮຽນອິດສະເຕິນສະຕາ ສ້າງຕັ້ງຂຶ້ນໃນປີ 2006 ສະຖານທີ່ຕັ້ງຢູ່ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນໂຮງຮຽນສາມັນສຶກສາທີ່ໃຊ້ຫຼັກສູດການຮຽນ-ການສອນປະສົມປະສານ ລະຫວ່າງຫຼັກສູດແຫ່ງຊາດຂອງ ກະຊວງສຶກສາທິການ ແລະ ກິລາ ແລະ ນຳໃຊ້ຫຼັກສູດນາໆຊາດ ເຊິ່ງເປັນຫຼັກສູດແຄັມບຼິດ (Cambridge) ຈາກປະເທດອັງກິດ; ລະດັບການສຶກສາມີຊັ້ນອະນຸບານ, ປະຖົມສົມບູນ ແລະ ມັດທະຍົມສົມບູນ, ຄູ-ອາຈານສ່ວນຫຼາຍຈະແມ່ນຄົນຕ່າງປະເທດທີ່ສິດສອນວິຊາ: ພາສາອັງກິດ, ເຄມີອັງກິດ, ວິທະຍາສາດ ແລະ ວິຊາອື່ນໆທີ່ເປັນພາສາອັງກິດ; ສ່ວນຄູ-ອາຈານທີ່ເປັນຄົນລາວ ແມ່ນສອນພາສາລາວ; ລະບົບການຮຽນ-ການສອນແມ່ນໃຊ້ວິທີແບບລະບົບທັນສະໄໝ, ນຳໃຊ້ໂປຼແກມຈາກຕ່າງປະເທດ ເພື່ອໃຫ້ນັກຮຽນໄດ້ຮຽນເອົາຄວາມຮູ້ ແລະ ປະສົບການໃໝ່ໆຈາກບົດຮຽນຕ່າງປະເທດໃຫ້ຫຼາຍຂຶ້ນ ແລະ ປັດຈຸບັນນີ້ໂຮງຮຽນໄດ້ຂະຫຍາຍມີ 2 ສາຂາ ຄື: ສາຂາທີ 1 ຕັ້ງຢູ່ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ສາຂາທີ 2 ຕັ້ງຢູ່ບ້ານສາງນໍ້າມັນ ເມືອງປາກເຊ ແຂວງຈຳປາສັກ”.

ຈາກນັ້ນ, ໃນພິທີກໍໄດ້ມີການມອບໃບປະກາສະນີຍະບັດໃຫ້ນ້ອງນັກຮຽນທີ່ສຳເລັດການສຶກສາ ໃນນີ້ມີ: ຊັ້ນປະຖົມປີທີ 5 (ປ.5) ຈຳນວນ 43 ຄົນ, ມັດທະຍົມຕອນຕົ້ນ (ມ.4) ຈໍານວນ 58 ຄົນ, ມັດທະຍົມຕອນປາຍ (ມ.7) ຈຳນວນ 49 ຄົນ; ໃຫ້ກຽດມອບໃບປະກາສະນີຍະບັດຊັ້ນ ມ.7 ໂດຍ ທ່ານ ສຈ ປອ ສົມສີ ຍໍພັນໄຊ.

ໂອກາດດຽວກັນ, ຍັງໄດ້ມີການມອບໃບຍ້ອງຍໍໃຫ້ແກ່ຄູ-ອາຈານ ຈຳນວນ 16 ທ່ານ ທີ່ມີຜົນງານດີເດັ່ນໃນການສິດສອນຕະຫຼອດໄລຍະຜ່ານມາ, ພ້ອມທັງມີການມອບລາງວັນໃຫ້ນ້ອງນັກຮຽນທີ່ໄດ້ໄປແຂ່ງຂັນຢູ່ຕ່າງປະເທດ, ມອບລາງວັນໃຫ້ນ້ອງນັກຮຽນທີ່ຊະນະເລີດການອ່ານປຶ້ມມາຍອອນ, ມອບລາງວັນທີ 1 ໃຫ້ນ້ອງນັກຮຽນຈາກທຸກຊັ້ນຮຽນອີກຈຳນວນໜຶ່ງ.