ກອງບັນຊາການ ປກສ ແຂວງຫົວພັນ ສປປ ລາວ ຮ່ວມກັບອົງການຜູ້ຕາງໜ້າກະຊວງຕໍາຫຼວດ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານປ້ອງກັນຄວາມາສະຫງົບ ໃນວັນທີ 28 ພຶດສະພາ 2018 ທີ່ກອງບັນຊາການ ປກສ ແຂວງຫົວພັນ, ນໍາໂດຍ ພັອ ແອ່ນ ອຸ່ນອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ແລະ ພົຈວ ຮວ່າງ ກວາງເຫືອງ ຫົວໜ້າອົງການຜູ້ຕາງໜ້າກະຊວງຕໍາຫຼວດຫວຽດນາມ ປະຈໍາ ສປປ ລາວ ພ້ອມຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ພັອ ແອ່ນ ອຸ່ນອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ໄດ້ລາຍງານສະພາບການພົວພັນຮ່ວມມືລະຫວ່າງກອງບັນຊາການ ປກສ ແຂວງຫົວພັນ ຮ່ວມກັບກອງບັນຊາການຕໍາຫຼວດ-ທະຫານຊາຍແດນສາມແຂວງ ຫວຽດນາມ ຄື: ແຂວງແທັງຮວ່າ, ເຊິນລາ, ແລະ ເງະອານ ໃຫ້ອົງການຜູ້ຕາງໜ້າກະຊວງຕໍາຫຼວດ ສສ ຫວຽດນາມ ປະຈໍາ ສປປ ລາວ ຮັບຮູ້ວ່າ ໃນ 1 ປີຜ່ານມາ, ກຳລັງ ປກສ ແຂວງຫົວພັນ ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 49 ເລື່ອງ, ກັກຕົວຜູ້ຖືກຫາ 59 ຄົນ ຍິງ 5 ຄົນ, ຢຶດຂອງກາງໄດ້: ເຮໂຣອິນ 23 ແທ່ງ, ຢາບ້າ 83.536 ເມັດ, ຝິ່ນ 8.779 ກິໂລກຼາມ, ອາວຸດປືນ 12 ກະບອກ, ເງິນ 8 ລ້ານກວ່າກີບ, ເງິນ 3 ລ້ານກວ່າດົງ, ເງິນ 19.000 ກວ່າໂດລາ, ລົດຈັກ 29 ຄັນ ແລະ ຂອງກາງອື່ນໆອີກຈໍານວນໜຶ່ງ.

ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍ ໄດ້ພ້ອມກັນປຶກສາຫາລືຄົ້ນຄວ້າຕີລາຄາຫາວິທີຮ່ວມມືກັນແກ້ໄຂບັນຫາກົນອຸບາຍ ແລະ ການເຄື່ອນໄຫວຂອງກຸ່ມຄົນທີ່ບໍ່ຫວັງດີເຄື່ອນໄຫວກໍ່ການກະທຳຜິດຢູ່ລຽບຕາມຊາຍແດນ ໂດຍການເພີ່ມທະວີຮັດແໜ້ນສາຍພົວພັນແລກປ່ຽນບົດຮຽນປະສານສົມທົບແລກປ່ຽນຂໍ້ມູນຂ່າວສານ ເພື່ອຈັດຕັ້ງຜັນຂະຫຍາຍສາຍພົວພັນແບບພິເສດຂອງສອງພັກ-ສອງລັດເຂົ້າໃນການຮ່ວມມືປ້ອງກັນ ແລະ ສະກັດກັ້ນສະພາບການຕ່າງໆທີ່ອາດຈະເກີດຂຶ້ນໃນຂອບເຂດຊາຍແດນຂອງສອງປະເທດ; ນອກນັ້ນ, ຍັງເພີ່ມທະວີວຽກງານໂຄສະນາສຶກສາອົບຮົມໃຫ້ພົນລະເມືອງຂອງສອງປະເທດ ທີ່ຢູ່ລຽບຕາມຊາຍແດນໃຫ້ເຄົາ ລົບປະຕິບັດລະບຽບກົດໝາຍ ແລະ ຮີດຄອງປະເພນີຂອງແຕ່ລະປະເທດໃຫ້ເລິກເຊິ່ງ ໂດຍສະເພາະການປະຕິບັດການເຂົ້າ-ອອກເມືອງ ໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງສອງປະເທດທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ.