ສານປະຊາຊົນສູງສຸດ ໄດ້ຈັດພິທີປາຖາກະຖາວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ( 1 ມິຖຸນາ ) ໃນວັນທີ 31 ມີຖຸນາ 2018 ໂດຍການປາຖະກະຖາຂອງ ທ່ານ ຄຳພັນ ສິດທິດຳພາ ປະທານສານປະຊາຊົນສູງສຸດ ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ ແລະ ພະນັກງານພາຍໃນສານປະຊາຊົນສູງສຸດເຂົ້າຮ່ວມ.

ທ່ານ ຄຳພັນ ສິດທິດຳພາ ໄດ້ຍົກໃຫ້ເຫັນປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ແມ່ນຊັບພະຍາກອນອັນລໍ້າຄ່າ ຊຶ່ງມີລະບົບນິເວດສະເພາະປະກອບດ້ວຍພືດພັນ, ຕົ້ນໄມ້ນາໆຊະນິດທີ່ເກີດຂຶ້ນຕາມທຳມະຊາດທີ່ປູກຂຶ້ນໃນພື້ນທີ່ປ່າປ້ອງກັນ, ປ່າສະຫງວນ, ປ່າຜະລິດ ແລະ ເຂດເນື້ອທີ່ປ່າໄມ້ທີ່ບໍ່ໄດ້ກຳນົດເຂົ້າໃນ 3 ປະເພດປ່າ, ຊັບພະຍາກອນປ່າໄມ້ ແມ່ນຊັບພະຍາກອນຕ່າງໆທີ່ມີຊີວິດ ເຊິ່ງປະກອບມີດິນ, ຕົ້ນໄມ້, ພືດພັນ, ນໍ້າ, ສັດນໍ້າ, ສັດປ່າ ແລະອື່ນໆ ທີ່ມີຢູ່ເຂດທີ່ດິນປ່າໄມ້, ສຳລັບ ສປປ ລາວ ເຄີຍມີເນື້ອທີ່ອຸດົມສົມບູນໃນຊຸມປີ 1940 ກວມເອົາ 70%, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍໃນປີ 1975 ພັກ ແລະ ລັດຖະບານໄດ້ເອົາໃຈໃສ່ຄຸ້ມຄອງປົກປັກຮັກສາ ແລະ ຟື້ນຟູບູລະນະຊັບພະຍາກອນປ່າໄມ້ໃຫ້ມີຄວາມອຸດົມສົມບູນຕິດພັນກັບການພັດທະນາປະເທດຊາດ ແນໃສ່ເຮັດໃຫ້ມີປ່າໄມ້ປົກຫຸ້ມແຕ່ລະປີເພີ່ມຂຶ້ນ ເພື່ອບັນລຸຕາມເປົ້າໝາຍທີ່ວາງໄວ້ໃນປີ 2020 ໃຫ້ໄດ້ 70%.

ສ່ວນວັນເດັກນ້ອຍສາກົນ ເປັນວັນໜຶ່ງທີ່ພັກ-ລັດ ແລະ ອົງການຄຸ້ມຄອງແມ່ຍິງ ແລະ ເດັກນ້ອຍ ໃຫ້ຄວາມສຳຄັນ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງວິວັດທະນາການເດັກ ກ່ຽວກັບການຮຽນຮູ້ການສົ່ງເສີມຄວາມກ້າວໜ້າຂອງເດັກທີ່ຢູ່ໃນໄວຈະເລີນພັນ ແລະ ການພັດທະນາດ້ານມັນສະໝອງ. ສະນັ້ນ, ຈຶ່ງເຜີຍແຜ່ເອກະສານວັນຕ້ານການໃຊ້ແຮງງານເດັກສາກົນ (12 ມິຖຸນາ 2018) ທີ່ອົງການແຮງງານສາກົນ ເຊິ່ງເປັນອົງການເຄືອຂ່າຍອົງການສະຫະປະຊາຊາດ ໄດ້ປະກາດໃນປີ 2002 ຖືເອົາວັນທີ 12 ມິຖຸນາ ຂອງທຸກໆປີເປັນວັນຕ້ານການໃຊ້ແຮງງານເດັກໃນ ທຸກຮູບແບບ ແລະ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກຂອງອົງການແຮງງານສາກົນ ໃຫ້ສັດຕະຍະບັນສົນທິສັນຍາຫຼັກຂອງອົງການແຮງງານສາກົນເລກທີ 138 ວ່າດ້ວຍອາຍຸຕໍ່າສຸດຂອງການເຮັດວຽກ ແລະ ສົນທິສັນຍາເລກທີ 182 ວ່າດ້ວຍການຫ້າມ ແລະ ດຳເນີນການລຶບລ້າງການໃຊ້ແຮງງານເດັກໃນທຸກຮູບແບບທີ່ຮ້າຍແຮງທີ່ສຸດໂດຍທັນທີ ແລະ ສປປ ລາວ ໄດ້ໃຫ້ສັດຕະຍາບັນ 2 ສົນທິສັນຍານີ້ ໃນວັນທີ 13 ມິຖຸນາ 2015.

ຂ່າວຍັງຮູ້ອີກວ່າ: ໃນວັນດຽວກັນນີ້, ຍັງມີຂອງພາກສ່ວນຄື ຫ້ອງວ່າການປະທານປະເທດ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງວັນ ໄດ້ຈັດສະເຫຼີມສະຫຼອງວັນເດັກສາກົນ ເຊິ່ງພາຍໃນງານມີການຈັດກິດຈະກຳແຂ່ງຂັນຕ່າງໆ, ການຫຼິ້ນເກມ ແລະ ມອບແຈກຂອງຂວັນໃຫ້ກັບເດັກຢ່າງເບີກບານມ່ວນຊື່ນ.