ໃນອາທິດຜ່ານມານີ້, ຄະນະສານອາຍາສານປະຊາຊົນ ເຂດ 2 ນະຄອນຫຼວງວຽງຈັນ ໄດ້ນໍາເອົາສໍານວນຄະດີຂອງ ທ້າວ ປານ ອາຍຸ 19 ປີ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຂຶ້ນພິຈາລະນາ ເພື່ອຕັດສິນຕາມ ຄວາມຜິດຂອງຈໍາເລີຍ ໃນຂໍ້ກ່າວຫາວ່າ: ລັກຊັບພົນລະເມືອງ.

ໄອຍະການປະຊາຊົນຖະແຫຼງຄວາມຜິດຂອງຈໍາເລີຍ-ໃນຫ້ອງປະຊຸມສານວ່າ: ໃນເດືອນກັນຍາ 2017, ຈຳເລີຍໄດ້ ໄປລັກລົດຈັກ ເວບ 100 ຢູ່ເຂດບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ. ຈາກນັ້ນ, ກໍນໍາໄປຂາຍໃຫ້ກັບ ທ້າວ ແນມ ອາຍຸປະມານ 30 ປີ ຢູ່ເຂດບ້ານດົງນາໂຊກ ໄດ້ເງິນ 750.000 ກີບ. ມາເດືອນຕຸລາ 2017, ໄດ້ໄປຊອກຫາ ລັກລົດຈັກຢູ່ເຂດບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ພໍໄປຮອດໄດ້ເຫັນລົດຈັກເວບ 100 ສີຟ້າຂຽວ ຈອດ ຢູ່ໜ້າຮ້ານຂາຍເຄື່ອງ ແລະ ເຫັນກະແຈຄາຢູ່ລົດ, ຈໍາເລີຍຈຶ່ງເຂົ້າໄປລັກເອົາລົດຄັນດັ່ງກ່າວແລ້ວ ນໍາໄປຂາຍໃຫ້ກັບ ທ້າວ ລີ ຢູ່ເຂດບ້ານສາຍນໍ້າເງິນ ເມືອງໄຊທານີ ໄດ້ເງິນ 10.000 ບາດ ແລະ ມາວັນທີ 25 ຕຸລາ 2017 ເວລາປະ ມານ 8:00 ໂມງ ຜູ້ກ່ຽວໄດ້ໄປຊອກຫາລັກລົດຈັດຢູ່ເຂດບ້ານສີວິໄລ ເມືອງໄຊທານີ ໂດຍໄປລັກເອົາລົດຈັກເວບ 100 ຢູ່ໜ້າຮ້ານເສີມສວຍ. ໃນຂະນະນັ້ນ, ເຈົ້າຂອງລົດມາເຫັນຈຶ່ງມາດຶງທາງຫຼັງ ເຮັດໃຫ້ລົດເສຍຫຼັກລົ້ມລົງ ແລ້ວຈໍາ ເລີຍກໍໄດ້ແລ່ນໜີໄປທາງຫ້ອງການບ້ານ ຈຶ່ງຖືກເຈົ້າໜ້າທີ່ ປກສ ບ້ານ ສົ່ງຕົວມອບໃຫ້ກອງຄະດີເມືອງ ກັກຕົວໄປ ດໍາເນີນຄະດີ.
ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ, ເອກະສານຕ່າງໆທີ່ປະກອບໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນຮອບດ້ານ ແລະ ພາວະວິໄສ ແລ້ວເຫັນວ່າມີຫຼັກຖານຮັດກຸມໜັກແໜ້ນພຽງພໍຢັ້ງຢືນວ່າການກະທໍາຂອງ ທ້າວ ປານ ( ຈໍາເລີຍ ) ເປັນຜູ້ກະທໍາຜິດຕໍ່ ກົດໝາຍອາຍາສະຖານລັກຊັບຂອງພົນລະເມືອງທີ່ແຕະຕ້ອງເຖິງກໍາມະສິດສ່ວນຕົວຂອງ ພົນລະເມືອງຕາມທີ່ໄດ້ກໍານົດຢູ່ໃນມາດຕາ 119 ວັກ 1 ຂອງກົດໝາຍ ອາຍາໃນສະຖານລັກຊັບຂອງພົນລະເມືອງ ດ້ວຍເຫດນີ້, ຈຶ່ງເຫັນຄວນລົງໂທດ ຕັດອິດສະຫຼະພາບ ທ້າວ ປານ ຈໍາຄຸກ 2 ປີ ແລະ ປັບ ໃໝ 3.000.000 ກີບ.