ກອງປະຊຸມສະຫຼຸບວຽກງານຍຸດໂທ ປະຈໍາປີ 2017 ໄດ້ຈັດຂຶ້ນໃນວັນທີ 30 ພຶດສະພາ 2018, ໂດຍມີ ພັອ ຄໍາແພງ ລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການກະຊວງ ປກສ, ບັນດາຄະນະຫ້ອງ, ຄະນະກົມ, ຄະນະອຳນວຍການໂຮງໝໍ 5 ເມສາ, ຜູ້ຕາງໜ້າຈາກກົມກອງອ້ອມຂ້າງກະຊວງ ປກສ, ປກສ ແຂວງ, ຕະຫຼອດພະນັກງານ-ນັກຮົບພາຍໃນກົມຍຸດໂທ ເຂົ້າຮ່ວມ.

ພັທ ສີສຸວັນ ທອງປະເສີດ ຫົວໜ້າກົມຍຸດໂທກົມໃຫຍ່ພະລາທິການ ປະທານກອງປະຊຸມ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຍຸດໂທຂອງກຳລັງປ້ອງກັນຄວາມສະຫງົບ ປະຈໍາປີ 2017 ວ່າ: ກົມຍຸດໂທໃນຖານະເປັນອົງການໃຈກາງຂັ້ນມະຫາພາກ ຜ່ານມາສາມາດຕອບສະໜອງທາງອຸປະກອນຍຸດໂທ, ຮັບປະກັນໃຫ້ແກ່ການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງກຳລັງປ້ອງກັນຄວາມສະຫງົບໄດ້ເປັນຢ່າງດີ, ໄດ້ຄົ້ນຄວ້າສັງລວມຄວາມຕ້ອງການ ແລະ ຂຶ້ນແຜນຂໍງົບປະມານຈັດຊື້ອາວຸດຍຸດໂທປະກອນ ໃນປີ 2017 ຈຳນວນ 2 ລາຍການ, ໄດ້ຂຶ້ນແຜນປະກອບອາວຸດໃຫ້ກໍາລັງສູ້ຮົບ 5 ເຫຼົ່າຮົບ 2 ຄັ້ງ 35 ລາຍການ, ຈ່າຍເຄື່ອງຍຸດໂທປະຈຳປີ 2017 ໃຫ້ບັນດາກົມກອງ ແລະ ປກສ ແຂວງ 25 ລາຍການ, ຄົ້ນຄວ້າແຜນກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນແມ່ນໄດ້ສ້າງທາງອ້ອມຮອບສາງຍຸດໂທ, ຕິດຕັ້ງລະບົບກ້ອງວົງຈອນປິດ ພ້ອມກັນນັ້ນຍັງໄດ້ເອົາໃຈໃສ່ຄຸ້ມຄອງ, ກວດກາ, ບົວລະບັດຮັກສາເຄື່ອງຍຸດໂທປະກອນຕ່າງໆໃຫ້ມີຄຸນນະພາບດີຕະຫຼອດເວລາ, ກຽມພ້ອມຮັບໃຊ້ເຂົ້າໃນວຽກງານວິຊາສະເພາະປ້ອງກັນຄວາມສະຫງົບໄດ້ຕະຫຼອດເວລາ, ໄດ້ສ້ອມແປງອາວຸດປືນໄດ້ 252 ກະບອກ, ສ້ອມແປງຕຽງໄດ້ 129 ໜ່ວຍ, ໄດ້ທຳລາຍລູກປືນ ແລະ ລະເບີດທີ່ເຊື່ອມຄຸນນະພາບ 5 ຄັ້ງ ມີ 50 ລາຍການນຳໜັກຫຼາຍກວ່າ 1 ໂຕນ, ເອົາໃຈໃສ່ປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ ໃຫ້ມີຄວາມສະຫງົບ 100%.

ໃນຕອນທ້າຍ, ພັອ ຄໍາແພງ ລາວລີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານ ແລະ ຊີ້ນຳໃຫ້ຄະນະກົມຍຸດໂທເພີ່ມທະວີວຽກງານສຶກສາອົບຮົມວຽກງານການເມືອງ-ນຳພາແນວຄິດໃຫ້ເປັນປົກກະຕິ ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ຕາມການມອບໝາຍໃຫ້ມີຜົນສຳເລັດສູງ, ສືບຕໍ່ຄົ້ນຄວ້າແຜນຄວາມຕ້ອງການຕ່າງໆ ເພື່ອຂຶ້ນແຜນສະເໜີຂັ້ນເທິງອະນຸດມັດຕາມລະບຽບຫຼັກການຂອງກຳລັງປ້ອງກັນຄວາມສະຫງົບ.