ວິທະຍາຄານປ້ອງກັນຄວາມສະຫງົບ ( ວປສ ) ແຫ່ງຊາດ ໄດ້ຈັດຕັ້ງພິທີປູກຕົ້ນໄມ້ ປະຈໍາປີ 2018, ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ເຊິ່ງຕົ້ນໄມ້ທີ່ນໍາມາປູກມີທັງໝົດ 191 ຕົ້ນ ລວມເນື້ອທີ່ 1 ໄລ່ ນໍາພາໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ ຜູ້ອໍານວຍການ ວປສ ແຫ່ງຊາດ, ມີພະນັກງານ-ນັກຮົບ ແລະ ນັກສຶກສາພາຍໃນເຂົ້າຮ່ວມ.

ພົຈວ ວັນເຮືອງ ນັນທະຈັກ ກ່າວວ່າ: ເພື່ອເປັນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ປະຈໍາປີ 2018 ວິທະຍາຄານ ປກສ ແຫ່ງຊາດ ໄດ້ຕອບສະໜອງແນວທາງນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບການປູກຕົ້ນໄມ້ໃຫ້ປົກຄຸມ ໂດຍສະເພາະແມ່ນການຟື້ນຟູປ່າໄມ້ສີຂຽວໃຫ້ແກ່ປະເທດຊາດ. ໃນທຸກໆປີ, ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ກໍໄດ້ຈັດພິທີປູກຕົ້ນໄມ້ຢ່າງເປັນປົກກະຕິຕະຫຼອດມາເປັນຈໍານວນຫຼວງຫຼາຍ; ໃນນີ້, ການປູກປີນີ້ແມ່ນເລັ່ງໃສ່ປູກຕົ້ນໄມ້ໃຫ້ຮົ່ມ, ຕົ້ນໄມ້ກິນໝາກ ແລະ ປູກທົດແທນຕົ້ນທີ່ເສຍໄປທັງໝົດ 191 ຕົ້ນ, ກວມເນື້ອທີ່ 1 ໄລ່ ເຊິ່ງເບ້ຍໄມ້ດັ່ງກ່າວແມ່ນໄດ້ຈາກການເກັບລະດົມທຶນຈາກນັກສຶກສາ ແລະ ພະນັກງານທີ່ເຂົ້າມາໃໝ່ພາຍໃນ ວປສ ເພື່ອເຮັດໃຫ້ຕົ້ນໄມ້ດັ່ງກ່າວປົກຄຸມໄປຍັງບັນດາພື້ນທີ່ເປີດແປນ ພ້ອມທັງເຮັດໃຫ້ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ເຕັມໄປດ້ວຍ ສ ສີຂຽວ, ເປັນທີ່ລະນຶກ ແລະ ເປັນຊັບສົມບັດໃນອານາຄົດ.

ການປູກຕົ້ນໄມ້ນີ້, ພວກເຮົາໄດ້ຄໍານຶງເຖິງແນວທາງຂອງພັກ-ລັດ ແລະ ຄໍາສັ່ງສອນຂອງຜູ້ນໍາປະຕິວັດ ກໍຄື: ດັ່ງຄໍາຂວັນທີ່ປະທານ ໂຮ່ຈີມິນ ເຄີຍກ່າວໄວ້ວ່າ: ເພື່ອພາລະກິດ 10 ປີ ໃຫ້ປູກຕົ້ນໄມ້ ເພື່ອພາລະກິດ 100 ປີ ໃຫ້ສ້າງຄົນ ເຊິ່ງເປັນຄໍາສັ່ງສອນທີ່ດີ ແລະ ຕິດພັນກັບພາລະກິດໃນການກໍ່ສ້າງພະນັກງານ ເພາະວ່າການກໍ່ສ້າງຄົນ ກໍແມ່ນສ້າງສິ່ງທີ່ມີຊີວິດການປູກຕົ້ນໄມ້ກໍແມ່ນສ້າງສິ່ງທີ່ມີຊີວິດ, ຕົ້ນໄມ້ຍືນຄົນກໍມີຄວາມສຸກ.