ສະຖາບັນສົ່ງເສີມພະລັງງານທົດແທນ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ລະດົມແນວຄວາມຄິດກ່ຽວກັບຮ່າງຍຸດທະສາດ ເພື່ອສົ່ງເສີມການພັດທະນາພາຫະນະທີ່ນໍາໃຊ້ພະລັງງານສະອາດໃນ ສປປ ລາວ ໃນວັນທີ 30 ພຶດສະພາ 2018, ໂດຍການເຂົ້າຮ່ວມຂອງ ທ່ານ ປອ ສີນາວາ ສຸພານຸສົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີຫົວໜ້າສະຖາບັນ, ກົມ, ຫ້ອງການ, ລັດວິສາຫະກິດ ແລະ ບັນດາບໍລິສັດເອກະຊົນເຂົ້າຮ່ວມ.

ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າສະຖາບັນສົ່ງເສີມພະລັງງານທົດແທນ ກ່າວວ່າ: ຍຸດທະສາດເພື່ອສົ່ງເສີມການພັດທະນາພາຫະນະທີ່ນໍາໃຊ້ພະລັງງານສະອາດ ໃນ ສປປ ລາວ; ຍຸດທະສາດນີ້ ແມ່ນມີຄວາມຈໍາເປັນ ເພື່ອຈະໄດ້ກໍານົດວິໃສທັດຮອດປີ 2050, ຍຸດທະສາດ 2030 ແລະ ແຜນພັດທະນາຮອດປີ 2025; ພ້ອມນັ້ນກໍຈະໄດ້ກໍານົດລະບຽບດຫຼັກການ, ມາດຕະການ, ເຄື່ອງມືຄຸ້ມຄອງມະຫາພາກ ເພື່ອສົ່ງເສີມໃຫ້ມີການພັດທະນາຢ່າງແທ້ຈິງ ແລະ ເປັນຮູບປະທໍາໂດຍປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນທີ່ມີູຄວາສົນໃຈ ເພື່ອຫາຊ່ອງທາງໃນການກໍານົດມາດຕະການກໍານົດມາດຕະການທີ່ເໝາະສົມຕາມເງື່ອນໄຂຂອງ ສປປ ລາວ ແນໃສ່ໃຫ້ມີການປະຢັດ ແລະ ອະນຸລັກພະລັງງານໃນພາກຂົນສົ່ງ, ຫຼຸດຜ່ອນການນໍາເຂົ້ານໍ້າມັນເຊື້ອໄຟ, ເພີ່ມການນໍາໃຊ້ພະລັງງານໄຟຟ້າໃຫ້ມີປະສິດທິຜົນສູງ ເພື່ອສ້າງໃຫ້ມີມູນຄ່າເພີ່ມ ແລະ ສ້າງເງື່ອນໄຂໃໝ່ໃນລະບົບການຄົມມະນາຄົມຂົນສົ່ງ ເພື່ອເພີ່ມຄວາມໝັ້ນຄົງດ້ານພະລັງງານພາຍໃນປະເທດໃຫ້ນັບມື້ນັບສູງຍິ່ງຂຶ້ນ.

ພ້ອມນີ້, ໃນກອງປະຊຸມ ໄດ້ຮັບຟັງການສະເໜີບົດຮຽນປະສົບການພັດທະນາພາຫະນະທີ່ໃຊ້ພະລັງງານສະອາດຂອງ ສປ ຈີນ ເພື່ອນໍາໄປເປັນຂໍ້ມູນອັນສໍາຄັນໃນການຄົ້ນຄວ້າ, ປຶກສາຫາລື, ແລກປ່ຽນຄວາມຄິດເຫັນຮ່ວມກັນຢ່າງກວ້າງຂວາງ ກ່ຽວກັບຮ່າງຍຸດທະສາດດັ່ງກ່າວ ໃຫ້ມີຄວາມອຸດົມສົມບູນຍິ່ງຂຶ້ນ. ໃນພິທີຍັງໄດ້ພ້ອມກັນລົງນາມເຊັນບົດບັນທຶກການຮ່ວມມືດ້ານວິຊາການ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາພາຫະນະທີ່ແລ່ນດ້ວຍພະລັງງານໄຟຟ້າໃນ ສປປ ລາວ ລະຫວ່າງສະຖາບັນສົ່ງເສີມພະລັງງານທົດແທນ ກັບບໍລິສັດຫຼວງປະສົງກໍ່ສ້າງ ຈໍາກັດຜູ້ດຽວ ແລະ ບໍລິສັດ Chosen Energy ຈໍາກັດ ເພື່ອຈະການເປັນບາດກ້າວເລີ່ມຕົ້ນຂອງໂຄງການສາທິດທົດລອງໃນຕໍ່ໜ້າ.