ໂຮງຮຽນ ປກສ ຊັ້ນກາງ ເລກ I ແຂວງຫຼວງພະບາງ ໄດ້ເປີດຊຸດຮຽນບຳລຸງວິຊາສະເພາະປ້ອງກັນຄວາມສະຫງົບ ( ປກສ ) ຊັ້ນກາງ ຮຸ່ນທີ V ເພື່ອເປັນການພັດທະນາບຸກຄະລາກອນໃນກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີລະບຽບວິໄນເຂັ້ມງວດ, ມີຄວາມຮູ້-ຄວາມສາມາດດ້ານວິຊາສະເພາະ ໃນຕອນເຊົ້າວັນທີ 25 ພຶດສະພາ 2018 ເປັນປະທານໂດຍ ພັທ ສີອານ ວິໄລວົງ ອຳນວຍການໂຮງຮຽນ ປກສ  ຊັ້ນກາງເລກ I, ເຂົ້າຮ່ວມໂດຍ ພັອ ເພີນຄຳ  ແສງດາລາ ຫົວໜ້າກົມກໍ່ສ້າງກຳລັງກະຊວງປ້ອງກັນຄວາມສະຫງົບ ແລະ ພັອ ຕູຊົ່ງ ປັດໄຈ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ ມີບັນດາຄະພັກ-ຄະນະອຳນວຍການໂຮງຮຽນ, ແຂກຮັບເຊີນ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພັທ ສີທອງ ແພງຈັນທີ ຮອງອຳນວຍການໂຮງຮຽນ ປກສ ຊັ້ນກາງເລກ I ໄດ້ຂຶ້ນຜ່ານແຜນການຮຽນ-ການສອນ ລະບົບບຳລຸງວິຊາສະເພາະຂອງ ກຳລັງປ້ອງກັນຄວາມສະຫງົບ ຊັ້ນກາງ 3 ເດືອນ ຮຸ່ນທີ V ຂອງໂຮງຮຽນ ປກສ ຊັ້ນກາງເລກ I ວ່າ: ການເປີດຊຸດຮຽນບຳລຸງຄັ້ງນີ້ ເປັນການປະຕິບັດຕາມທິດທາງລວມຂອງ ວຽກງານກໍ່ສ້າງກຳລັງ ແລະ ພັດທະນາຊັບພະຍາກອນມະນຸດຂອງ ກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມຮູ້-ຄວາມສາມາດທາງດ້ານວຽກງານວິຊາສະເພາະຂອງກຳລັງ ໃຫ້ມີຄວາມເຕີບໃຫຍ່-ເຂັ້ມແຂງທາງດ້ານຈຳນວນ ແລະ ຄຸນນະພາບ, ມີແບບແຜນເຮັດວຽກທີ່ທັນສະໄໝ, ມີຄຸນທາດການເມືອງໜັກແໜ້ນ, ມີລະບຽບວິໄນເຂັ້ມງວດ, ປອດໃສຂາວສະອາດ ແລະ ສອດຄ່ອງກັບຄວາມຮຽກຮອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່; ໃນນີ້, ມີພະນັກງານ-ນັກຮົບ ຈາກ ປກສ 8 ແຂວງພາກເໜືອ ແລະ ອ້ອມຂ້າງກະຊວງ ປກສ ເຂົ້າຮໍ່າຮຽນ ຊຸດທີ V ມີ 95 ສະຫາຍ ຍິງ 27 ສະຫາຍ; ເຊິ່ງຈະໄດ້ຮຽນຕາມໂຄງການຫຼັກສູດວິຊາສະເພາະກຳລັງ ປກສ ປະກອບມີ: ໝວດວິຊາຄວາມຮູ້ທົ່ວໄປ 105 ຊົ່ວໂມງ, ວິຊາພື້ນຖານຂອງກຳລັງປ້ອງກັນຄວາມສະຫງົບ ມີ 112 ຊົ່ວໂມງ, ໝວດວິຊາສະເພາະກຳລັງຕຳຫຼວດ ມີ 154 ຊົ່ວໂມງ ລວມມີ 54 ວັນ ເທົ່າກັບ 378 ຊົ່ວໂມງ.

ໃນໂອກາດດັ່ງກ່າວ, ພັອ ເພີນຄຳ ແສງດາລາ ໄດ້ໂອ້ລົມຕໍ່ຄູ-ອາຈານ ແລະ ພະນັກງານ-ນັກຮົບທີ່ເຂົ້າຮຽນບຳລຸງວິຊາສະເພາະກຳລັງປ້ອງກັນຄວາສະຫງົບ ຊຸດນີ້ ຈົ່ງເພີ່ມທະວີເອົາໃຈໃສຖ່າຍທອດຄວາມຮູ້ເຂົ້າໃນການຮຽນ-ການສອນ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ມີແບບແຜນວິທີເຮັດວຽກທີທັນສະໄໝ-ຖືກຕ້ອງສອດຄ່ອງກັບ ລະບຽບ-ກົດໝາຍປ້ອງກັນຄວາມສະຫງົບ ກາຍເປັນພະນັກງານທີ່ໄວ້ເນື້ອເຊື່ອໃຈຂອງພັກ-ລັດ  ແລະ ປະຊາຊົນລາວບັນດາເຜົ່າ.