ວັນທີ 31 ພຶດສະພາ 2018, ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດພິທີປາຖະກະຖາເຜີຍແຜ່ກ່ຽວກັບສະພາບການຊາຍແດນລະຫວ່າງລາວ ແລະ ກຳປູເຈຍ ໃຫ້ກັບພະນັກງານຮັບຮູ້ ແລະ ເຂົ້າໃຈຄວາມເປັນມາທາງດ້ານປະຫວັດສາດ ແລະ ການແກ້ໄຂລະຫວ່າງສອງຝ່າຍ ໂດຍການເຜີຍແຜ່ຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ເຂົ້າຮ່ວມຮັບຟັງມີ ທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານຫຼັກແຫຼ່ງອ້ອມຂ້າງອົງການດັ່ງກ່າວເຂົ້າຮ່ວມ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນວ່າ: ໃນປີ 1995 ລັດຖະບານສອງປະເທດໄດ້ຕົກລົງເຫັນດີໃຫ້ມີການສຳຫຼວດ ແລະ ປັກຫຼັກຊາຍແດນຮ່ວມກັນ ໂດຍອີງໃສ່ 4 ຫຼັກພື້ນຖານທີ່ຕົກລົງກັນຄື: 1) ບົນພື້ນຖານຮັບຮູ້ເຂດແດນຕິດຈອດກັນ, ເຂດແດນທີມີມາແຕ່ສະໄໝເປັນຫົວເມືອງຂຶ້ນ ໂດຍອີງຕາມແຜນທີ່ 1/100.000 ແລະ ແຜນທີ່ອື່ນໆທີ່ກ່ຽວຂ້ອງທີ່ໄດ້ຕີພິມອອກແຕ່ປີ 1933-1953 ໂດຍພະແນກແຜນທີ່ອິນໂດຈີນ, 2) ບົນພື້ນຖານຫຼັກການຕ່າງໆທີ່ສາກົນຮັບຮູ້ກ່ຽວກັບການຂີດເສັ້ນຊາຍແດນ, 3) ບົນພື້ນຖານຄຳນຶງເຖິງເຂດທີ່ປະຊາຊົນຄຸ້ມຄອງຕົວຈິງທີ່ສືບທອດກັນມາຫຼາຍເຊັ່ນຄົນ ແລະ 4) ແມ່ນບົນພື້ນຖານຄວາມສະເໝີພາບ, ທ່ຽງທຳ, ສົມເຫດສົມຜົນ, ຜ່ອນສັ້ນຜ່ອນຍາວໃຫ້ກັນແລະກັນ, ເຄົາລົບສິດ ແລະ ຜົນປະໂຫຍດຕໍ່ກັນ ແລະ ເປັນເອກະພາບຢ່າງສົມບູນ.

ນອກນີ້, ທ່ານຍັງໄດ້ກ່າວອີກວ່າ: ສະພາບການສຳຫຼວດບໍລິເວນຫຼັກຊາຍແດນ ແລະ ບັນຫາທີ່ເກີດຂຶ້ນທີ່ພົວພັນເຖິງຊາຍແດນ ແມ່ນມີຄວາມຫຍຸ້ງຍາກ ແລະ ໄດ້ສົ່ງຜົນສະທ້ອນໃນການຕົກລົງການປັກຫຼັກເຂດຊາຍແດນທີ່ສອງປະເທດ ໄດ້ຮ່ວມກັນດຳເນີນສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນແຕ່ປີ 1977 ແລະ ສຳເລັດໂດຍພື້ນຖານໃນປີ 1987 ມີຫຼັກໝາຍຊາຍແດນທັງໝົດ 214 ຫຼັກໝາຍ ເພື່ອເຮັດໃຫ້ມີຄວາມຈະແຈ້ງ ແລະ ຊັດເຈນຂຶ້ນກວ່າເກົ່າ ລັດຖະບານສອງຝ່າຍເຫັນດີບູລະນະລະບົບຫຼັກຊາຍແດນ ໃນປີ 2008 ແລະ ສຳເລັດໃນປີ 2016 ລວມມີຫຼັກໝາຍທັງໝົດ 1.002 ຫຼັກໝາຍ.

ສຳລັບຄວາມເຄັ່ງຕຶງທີ່ເກີດຂຶ້ນແມ່ນຢູ່ບໍລິເວນຊາຍແດນເຂດແກ້ງຕໍມໍຄອຍ-ຫ້ວຍຕະເງົາ ໂດຍເລີ່ມມາແຕ່ໃນເດືອນກຸມພາ 2017 ເຊິ່ງຝ່າຍລາວໄດ້ກວດເຫັນການກໍ່ສ້າງເສັ້ນທາງຂອງຝ່າຍກຳປູເຈຍຢູ່ບໍລິເວນດັ່ງກ່າວ, ຝ່າຍລາວໄດ້ສົ່ງໜັງສືທັກທ້ວງ ແລະ ໄດ້ພົບປະຫາລືກັນແຕ່ລະດັບທ້ອງຖິ່ນຫາສູນກາງ ແລະ ຜ່ານກົນໄກການຮ່ວມມືຕ່າງໆ ເພື່ອສະເໜີໃຫ້ຝ່າຍກຳປູເຈຍ ຢຸດຕິການຕໍ່ສ້າງເສັ້ນທາງດັ່ງກ່າວ ແລະ ຖອນກຳລັງອອກຈາກບໍລິເວນນັ້ນ ເພື່ອຮັກສາສະພາບເດີມໄວ້ຈົນກວ່າສຳເລັດການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນ. ການແກ້ໄຂບັນຫາລະຫວ່າງຊາຍແດນ ຖືວ່າເປັນອັນລະອຽດອ່ອນ, ຫຼ່ໍແຫຼມ, ທ້າທາຍ ທັງເປັນການທົດສອບຕໍ່ຄວາມທໍລະຫົດອົດທັນໃນການຮັກສາຜົນປະໂຫຍດຂອງຊາດ ໄດ້ພະຍາຍາມແກ້ໄຂໂດຍສັນຕິວິທີຕາມແນວທາງນະໂຍບາຍຂອງພັກ, ຫຼີກລ່ຽງການປະທະກັນດ້ວຍອາວຸດ, ບໍ່ໃຊ້ຄວາມຮຸນແຮງແຂງກະດ້າງ, ບໍ່ໃຊ້ກໍາລັງປະກອບອາວຸດ ເພາະມັນຈະເຮັດໃຫ້ເກີດຄວາມສູນເສຍທີ່ໃຫຍ່ຫຼວງນັບທັງຊີວິດຂອງຄົນ, ຊັບສິນ, ງົບປະມານ, ບາດບາດຕໍ່ສາກົນ ແລະ ພາກພື້ນ ໂດຍຄົ້ນຄວ້າສືບຕໍ່ຊອກຫາວິທີທາງ ເພື່ອດໍາເນີນການແກ້ໄຂຮ່ວມກັນຕາມຫຼັກການທີ່ສອງຝ່າຍ ໄດ້ເຫັນດີຕົກລົງກັນຈົນກວ່າເຂດຄົງຄ້າງມິດຕະພາບ ຈະໄດ້ຮັບການສໍາຫຼວດ ແລະ ປັກຫຼັກໝາຍຢ່າງຖາວອນ.