ມື້ວານນີ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກິດຈະກໍາປູກຕົ້ນໄມ້ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຕິດພັນກັບວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ທີ່ສູນຄົ້ນຄວ້າວິທະຍາສາດປ່າໄມ້, ໂດຍການເຂົ້າຮ່ວມຂອງ ທ່ານ ປອ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ທ່ານ ປອ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີຮອງລັດຖະມົນຕີ, ຫົວໜ້າກົມ, ສະຖາບັນ, ພາກສ່ວນທີ່ກ່ຽວຂ້ອງ, ນ້ອງນ້ອຍເຍົາວະຊົນເຂົ້າຮ່ວມ.

ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ກ່າວວ່າ: ໂດຍເຫັນໄດ້ບົດບາດຄວາມສໍາຄັນຂອງປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ຕໍ່ກັບການພັດທະນາເສດຖະກິດ-ຄັງຄົມແຫ່ງຊາດ ທັງໂດຍກົງ ແລະ ທາງອ້ອມ, ຕໍ່ກັບການປົກປັກຮັກສາສິ່ງແວດລ້ອມ; ເປັນຕົ້ນແມ່ນດິນ, ແຫຼ່ງນໍ້າ ແລະ ຊີວະນາໆພັນໃຫ້ມີຄວາມອຸດົມສົມບູນ, ຕໍ່ກັບການປ້ອງກັນການປ່ຽນແປງດິນຟ້າອາກາດ, ກໍຄືການປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ໃນປີ 1980 ສະພາລັດຖະມົນຕີໄດ້ອອກມະຕິຕົກລົງເລກທີ 48/ສພລຖ ວ່າດ້ວຍການກໍານົດເອົາວັນທີ 1 ມິຖຸນາ ເຊິ່ງແມ່ນວັນເດັກນ້ອຍສາກົນ ເປັນວັນປູກຕົ້ນໄມ້ແຫ່ງຊາດຂອງ ສປປ ລາວ, ການກໍານົດເອົາວັນດັ່ງກ່າວ ເປັນວັນປູກຕົ້ນໄມ້ ກໍເພື່ອເປັນການປູກຈິດສໍານຶກໃຫ້ແກ່ອະນຸຊົນ ແລະ ເຍົາວະຊົນຂອງຊາດກໍຄືລູກ-ຫຼານຜູ້ເກີດໃໝ່ໃຫ້ມີສະຕິຮັກ ແລະ ຫວງແຫນປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ທັງເປັນການປຸກລະດົມທົ່ວປວງຊົນເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ແນໃສ່ເຮັດໃຫ້ປ່າໄມ້ມີຄວາມອຸດົມສົມບູນ ກາຍເປັນທ່າແຮງ ແລະ ສ່ວນປະກອບທີ່ສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ; ຈາກນະໂຍບາຍດັ່ງກ່າວ ເຮັດໃຫ້ຂະບວນການປູກຕົ້ນໄມ້ ມີການຂະຫຍາຍຕົວຢ່າງວ່ອງໄວໃນທົ່ວປະເທດ, ໃນແຕ່ລະປີໄດ້ມີການຈັດກິດຈະກໍາປູກຕົ້ນໄມ້ ຕິດພັນກັບການສະເຫຼີມສະຫຼອງວັນເດັກນ້ອຍສາກົນຢ່າງເປັນຂະບວນຟົດຟື້ນ ໂດຍມີການເຂົ້າຮ່ວມຂອງທຸກຊັ້ນຄົນໃນສັງຄົມ; ເປັນຕົ້ນແມ່ນການນໍາພັກ-ລັດ, ພະນັກງານ, ທະຫານ, ຕໍາຫຼວດ, ນັກຮຽນ, ນັກສຶກສາ, ອະນຸຊົນ, ເຍົາວະຊົນ, ປະຊາຊົນ ລວມທັງອົງການພຸດທະສາສະໜາ ແລະ ອົງການຈັດຕັ້ງສາກົນ ກໍລ້ວນແຕ່ໃຫ້ຄວາມສໍາຄັນ ແລະ ເຂົ້າຮ່ວມຢ່າງກວ້າງຂວາງ.

ສໍາລັບກິດຈະກໍາການປູກຕົ້ນໄມ້ຂອງກະຊວງກະສິກໍາ ແລະ ປ່າໄມ້ ໃນມື້ນີ້ ຜູ້ເຂົ້າຮ່ວມໄດ້ພ້ອມກັນປູກເບ້ຍໄມ້ຈໍານວນ 4.400 ເບ້ຍ, ເຊິ່ງແມ່ນໄມ້ພື້ນເມືອງທີ່ມີຄ່າຂອງລາວ ເຊັ່ນ: ໄມ້ຂະຍຸງ, ໄມ້ດູ່, ໄມ້ແຕ້ຄ່າ, ໄມ້ແຄນ ແລະ ໄມ້ຍາງ ໂດຍມີເນື້ອທີ່ປູກປະມານ 4 ເຮັກຕາ ໃນເຂດຄຸ້ມຄອງຂອງສູນຄົ້ນຄວ້າວິທະຍາສາດປ່າໄມ້, ໂດຍມີຈຸດປະສົງ ແນໃສ່ປູກເພື່ອກາຍເປັນປ່າ ແລະ ເປັນແຫຼ່ງເພາະເບ້ຍໄມ້ ເພື່ອສະໜອງແກ່ນໄມ້ໃຫ້ແກ່ການປູກໄມ້ໃນອະນາຄົດ.