ໃນໄຕມາດທີ 2 ປີ 2018, ກອງພັນ 207 ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ໃນການປ້ອງກັນສຳນັກງານ-ອົງການຈັດຕັ້ງສາກົນ, ບັນດາສະຖານທູດປະຈຳ ສປປ ລາວ ແລະ ເຄື່ອນຍ້າຍວັດຖຸມີຄ່າ 100 ກວ່າຄັ້ງ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ພົ້ນເດັ່ນທັງໝົດ 3 ເລື່ອງ ສາມາດກັກຕົວຜູ້ກະທຳຜິດໄດ້ 1 ຄົນ ໂດຍລວມແລ້ວສາມາດຮັບປະກັນຄວາມສະຫງົບ-ປອດໄພ 100%.

ກອງປະຊຸມສະຫຼຸບວຽກງານ ປະຈຳໄຕມາດທີ 2 ( ເດືອນເມສາ-ເດືອນມິຖຸນາ ) ປີ 2018 ແລະ ທິດທາງແຜນການ ປະຈໍາໄຕມາດທີ 3 ປີ 2018 ໄດ້ຈັດຂຶ້ນໃນວັນທີ 29 ພຶດສະພາ 2018 ເປັນປະທານໂດຍ ພັທ ຄຳພູມີ ດີມາກ ເລຂາຄະນະພັກຮາກຖານກອງພັນ ຫົວໜ້າກອງພັນ 207 ກອງບັນຊາການປ້ອງກັນທີ່ຕັ້ງ, ມີບັນດາພະນັກງານ-ນັກຮົບໃນທົ່ວກອງພັນ 207 ເຂົ້າຮ່ວມໃນກອງປະຊຸມ ພັທ ຄຳຂີນ ມະນີວົງ ຮອງຫົວໜ້າກອງພັນ 207 ໄດ້ສະຫຼຸບຜົນງານຊີ້ນໍາ-ນໍາພາວຽກງານໃນໄລຍະຜ່ານມາວ່າ: ໃນ 3 ເດືອນຜ່ານມາ, ຄະນະພັກ-ຄະນະບັນຊາຂັ້ນຕ່າງໆໄດ້ເອົາໃຈໃສ່ເຄື່ອນໄຫວປະກອບສ່ວນເຮັດໜ້າທີ່ວຽກງານປົກປັກຮັກສາຄວາມສະຫງົບຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ດ້ວຍຄວາມຮັບຜິດຊອບສູງ ເວົ້າວລວມ, ເວົ້າສະເພາະພະນັກງານກອງພັນ 207 ໄດ້ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ຂອງຕົນຢ່າງຕັ້ງໜ້າ ເປັນຕົ້ນແມ່ນປ້ອງກັນສຳນັກງານ-ອົງການ, ສະຖານທູດ, ພື້ນຖານເສດຖະກິດ ແລະ ອົງການຈັດຕັ້ງສາກົນທີ່ປະຈຳຢູ່ ສປປ ລາວ ໃຫ້ມີຄວາມສະຫງົບໂດຍພື້ນຖານ ນອກນີ້ຍັງໄດ້ຈັດກຳລັງເຂົ້າປ້ອງກັນຕາມແຜນປ້ອງກັນຂອງຂັ້ນເທິງວາງອອກ ເຊັ່ນ: ປ້ອງກັນການນຳພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມລະດັບຊາດລະດັບສາກົນ, ງານຊຸມນຸມມິດຕິ້ງ, ງານລ້ຽງ, ງານບຸນປະເພນີ ແລະ ເຄື່ອນຍ້າຍວັດຖຸມີຄ່າມີທັງໝົດ 8 ຄັ້ງ, ປ້ອງກັນວັດຖຸມີຄ່າ 15 ຄັ້ງ, ບັນທຶກລົດເຂົ້າ-ອອກພົວພັນວຽກນຳສະຖານທູດ 1.492 ຖ້ຽວຄັນ, ບັນທຶກລົດໄທ-ລາວ ເຂົ້າສົ່ງນ້ຳມັນຢູ່ສາງດົງຫຼວງໄດ້ 296 ຖ້ຽວຄັນ; ໃນນີ້ຍັງມີປະກົດການຫຍໍ້ທໍ້ເກີດຂຶ້ນ 3 ເລື່ອງ, ສາມາດແກ້ໄຂໄດ້ 3 ເລື່ອງ ກັກຕົວຜູ້ກະທຳຜິດໄດ້ 1 ຄົນ ແລະ ສົ່ງມອບໃຫ້ ປກສ ເມືອງສີສັດຕະນາກ ເປັນຜູ້ສືບຕໍ່ດຳເນີນຄະດີ.

ໃນໂອກາດດຽວກັນ, ທ່ານຫົວໜ້າກອງພັນ 207 ໄດ້ເນັ້ນໃຫ້ຄະນະພັກ-ຄະນະກອງພັນ ຈົ່ງສືບຕໍ່ຊີ້ນຳ-ນຳພາສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ-ນັກຮົບ, ສືບຕໍ່ສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆໃນກົມກອງ, ສືບຕໍ່ສະກັດກັ້ນຢາເສບຕິດໃຫ້ແກ່ມະຫາຊົນ, ປັບປຸງຜັນຂະຫຍາຍພັກໃຫ້ໄດ້ຕາມຂັ້ນເທິງວາງອອກ, ສືບຕໍ່ວຽກງານປັບປຸງກໍ່ສ້າງພັກ-ກໍ່ສ້າງກຳລັງໃຫ້ຕໍ່ເນື່ອງ ແລະ ຊຳນິ-ຊຳນານດ້ານວິຊາສະເພາະໃຫ້ເໝາະສົມກັບວຽກງານຕົວຈິງ; ສືບຕໍ່ຈັດຕັ້ງປະຕິບັດ 4 ຄາດໝາຍ 4 ແຜນງານ 41 ໂຄງການຂອງກະຊວງປ້ອງກັນຄວາມສະຫງົບວາງອອກ ແລະ ບັນດາວຽກງານຍຸດທະສາດຂອງກອງບັນຊາການ ກໍຄືຈຸດສຸມຂອງ ກອງພັນປົກປັກຮັກສາບັນດາຈຸດ ທີ່ຕັ້ງໃນຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມສຳເລັດ ແລະ ສະຫງົບ-ປອດໄພ 100%.