ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈັດພິທີຫວນຄືນມູນເຊື້ອວັນພິລະອາດຫານ ແລະ ນ້ຳໃຈຮັກຊາດອັນອົງອາດກ້າຫານ ໃນການຢຶດອຳນາດຂອງຊາວແຂວງສະຫວັນນະເຂດ ຄົບຮອບ 43 ປີ ( ໃນວັນທີ 31 ພຶດສະພາ 1975-31 ພຶດສະພາ 2018 ), ຈັດຂຶ້ນໃນວັນທີ 7 ມິຖຸນາ 2018 ມີຄະນະພັກ-ຄະນະບັນຊາຫ້ອງອ້ອມຂ້າງ, ໂຮງຮຽນ ປກສ ຊັ້ນກາງເລກ 2 ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງ ປກສ ແຂວງ ເຂົ້າຮ່ວມ.

ພັອ ສຸດທະສົມ ບຸນນະສິງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ເລົ່າຄືນມູນເຊື້ອວ່າ: ການຕໍ່ສູ້ກູ້ຊາດຂອງຊາວແຂວງສະຫວັນນະເຂດ ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ອາເມລິກາ ນັບແຕ່ ປີ 1945 ເຖິງ 1975 ແຂວງສະຫວັນນະເຂດ ກໍມີຫຼາຍຂະບວນການ ເຊິ່ງພວກເຂົາໄດ້ເສຍໄຊຊະນະຢ່າງໜັກໜ່ວງໃນບັ້ນຮົບລຳເຊີນ 719 ບັນດາບັ້ນຮົບຕາມສາຍທາງເລກ 9 ເຮັດໃຫ້ພວກເຂົາຈົນຕາແຈ ຈຳເປັນຕ້ອງໄດ້ຖອຍກຳລັງມາປ້ອງກັນຢູ່ແຂວງສະຫວັນນະເຂດ, ເພື່ອກຳເອົາກາລະໂອກາດຮ້ອຍວັນພັນປີ ມີເທື່ອໜຶ່ງ ພັກປະຊົນປະຕິວັດລາວ ໂດຍແມ່ນປະທານ ໄກສອນ ພົມວິຫານ ໄດ້ເສີມຂະຫຍາຍມູນເຊື້ອມີໄຊໃນພາລະກິດການຕໍ່ສູ້ກູ້ຊາດ ຜ່ານມາໄດ້ສາມບາດຄ້ອນຍຸດທະສາດບຸກ ເພື່ອຢຶດອຳນາດປົກຄອງມາສູ່ປະຊາຊົນ, ມ້າງເຮືອນ, ມ້າງຮັງສຸດທ້າຍຂອງສັດຕູ ແຕ່ຕົ້ນເດືອນເມສາ ປີ 1975 ກົມການເມືອງສູນກາງພັກ ໄດ້ຮີບຮ້ອນຕົກລົງສົ່ງ ທ່ານ ໜູຮັກ ພູມສະຫວັນ ລົງມາຊີ້ນຳແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ ພ້ອມກັບພະນັກງານຫຼາຍທ່ານ ລົງສົມທົບກັບພະນັກງານການນຳແຂວງ ແລະ ກອງທະຫານຢູ່ດ້ານຮົບທິດຕາເວັນອອກ ເມືອງພະລານໄຊ ແຂວງສະຫວັນນະເຂດ ໄດ້ລຸກຂຶ້ນຕໍ່ສູ້, ທາງໃນຕີອອກທາງນອກຕີເຂົ້າ, ຂົນຂວາຍຊຸກຍູ້ ແລະ ນຳພາຊາວໜຸ່ມນັກສຶກສາລຸກຂຶ້ນປະທ້ວງຂັບໄລ່ອຳນາດການປົກຄອງເກົ່າ, ທັງມີແຜນຢຶດສະຖານີວິທະຍຸກະຈາຍສຽງ ເພື່ອໂຄສະນາໃຫ້ມີຜົນແກ່ກຳລັງປະຕິວັດ, ມີນັກຮຽນ-ນັກສຶກສາຫຼາຍຮ້ອຍຄົນທີ່ຕື່ນຕົວຮັກຊາດ ໂດຍມີຄະນະຢຶດອຳນາດຊີ້ນຳໄດ້ພ້ອມກັນປະທ້ວງ ຢຶດຫ້ອງການເຈົ້າແຂວງ ໂດຍສົມທົບກັບແນວລາວຮັກຊາດທີ່ມາຈາກເຂດປົດປ່ອຍ ແລະ ພົວພັນກັບຄະນະນຳສູນກາງຢູ່ວຽງຈັນ ດ້ວຍຈິດໃຈພິລະອາດຫານ.

ຕົກມາໃນວັນທີ 31 ພຶດສະພາ 1975 ເປັນຄັ້ງປະຫວັດສາດທີ່ຍິ່ງໃຫຍ່ ເປັນມື້ປະກາດຢຶດອຳນາດ ມີມວນຊົນເຂົ້າຮ່ວມຫຼາຍພັນຄົນຢູ່ສະໜາມກິລາຂອງແຂວງມິດຕິ້ງໃຫຍ່ຄັ້ງນີ້ ປະກາດຄະນະຢຶດອຳນາດທັງໝົດ 11 ທ່ານ ໂດຍແມ່ນ ທ່ານ ພະຍາໝອກ ພູມສະຫວັນ ເປັນປະທານ, ໄດ້ມີການຖະແຫຼງການ, ມີບົດປາໄສຂອງຫຼາຍທ່ານ ກ່າວປະນາມລະບອບການປົກຄອງອັນເໜົ່າເໝັນ ບໍ່ມີປະຊາທິປະໄຕ, ທວງໃຫ້ອາເມລິກາຢຸດຕິການຮຸກຮານລາວ, ວັນຢຶດອຳນາດຂອງຊາວແຂວງສະຫວັນນະເຂດ ເປັນບາດກ້າວອັນສຳຄັນ ແລະ ຍິ່ງໃຫຍ່ສົມທົບກັບແຂວງອື່ນໆທີ່ໄດ້ຢຶດອຳນາດ ເພື່ອກະກຽມໃຫ້ແກ່ການຢຶດອຳນາດໃນທົ່ວປະເທດ ແລະ ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ.

ໃນໂອກາດດຽວກັນນີ້, ຍັງໄດ້ເຜີຍແຜ່ສະພາບການຊາຍແດນ ລາວ-ກໍາປູເຈຍ ທັງສອງປະເທດມີຊາຍແດນຮ່ວມກັນຍາວ 500 ກວ່າກິໂລແມັດ ສາມາດສໍາຫຼວດ ແລະ ປັກຫຼັກໝາຍໄປແລ້ວ 87% ຍັງ, 13% ບໍ່ທັນສໍາຫຼວດ ແລະ ປັກຫຼັກໝາຍ; ເຊິ່ງບໍລິເວນດັ່ງກ່າວ ນັບແຕ່ຊາຍແດນເລກທີ 087 ລຽບຊາຍແດນເຊກອງຂຶ້ນໄປຫາ ແກ້ງຕໍມໍຄອຍ-ຫ້ວຍຕະເງົາ ມີ ຄວາມຍາວປະມານ 24 ກິໂລ ແມັດ ແລະ ຫ່າງຈາກແກ້ງຕໍມໍຄອຍ ຫາ ແກ້ງກະໂຕມ 16 ກິໂລແມັດ ມີເນື້ອທີປະມານ 550 ຕາຕະລາງກິໂລແມັດ, ເມື່ອມີຄວາມຫຍຸ້ງຍາກ ນາຍົກສອງປະເທດເຫັນດີເປັນເອກະພາບກັນວ່າ ‘ ບໍລິເວນນີ້ເປັນຈຸດຄົງຄ້າງມິດຕະພາບ ’ ແລະ ຫ້າມບໍ່ໃຫ້ດໍາເນີນກິດຈະກໍາໃດໆ, ໃຫ້ຮັກສາສະພາບເດີມຈົນກວ່າມີການສໍາຫຼວດ ແລະ ປັກຫຼັກໝາຍສໍາເລັດ ຕາມທິດທາງແກ້ໄຂດ້ວຍສັນຕິວິທີຕາມແນວທາງນະໂຍບາຍຂອງພັກ ແລະ ຫຼີກລ້ຽງການປະທະກັນດ້ວຍອາວຸດ.