ໃນວັນທີ 14 ມິຖຸນາ 2018, ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຄັກຄີໄພ ກະຊວງ ປກສ ໄດ້ລົງໂຄສະນາເຜີຍແຜ່ວຽກງານສະກັດກັ້ນ ແລະ ຕ້ານຄັກຄີໄພ ໃຫ້ພະນັກງານຢູ່ສານປະຊາຊົນສູງສຸດ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້-ເຂົ້າໃຈຕໍ່ກັບການປ້ອງກັນ ແລະ ຕ້ານອັກຄີໄພໃນເບື້ອງຕົ້ນ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາພັນ ສິດທິດໍາພາ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍພະນັກງານ.

ຮອ ສອນເພັດ ແດງຊື່ນ ວິຊາການ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ບັນຍາຍທິດສະດີກ່ຽວກັບສາເຫດທີ່ພາໃຫ້ເກີດອັກຄີໄພ ສ່ວນຫຼາຍແມ່ນເກີດມາຈາກໄຟຟ້າລັດວົງຈອນ, ຈາກການນໍາໃຊ້ອຸປະກອນໄຟຟ້າມີຄວາມເກົ່າແກ່ ແລະ ບໍ່ມີການປ່ຽນຖ່າຍ, ການໄຕ້ທູບທຽນບູຊາ, ການຈູດຂີ້ເຫຍື້ອແບບຊະຊາຍ ແລະອື່ນໆ; ພ້ອມທັງແນະນຳວິທີການນຳໃຊ້ບັ້ງມອດໄຟໃນການສະກັດກັ້ນແປວໄຟໃນເບື້ອງຕົ້ນ, ການນຳໃຊ້ອຸປະກອນມອດໄຟແຕ່ລະຊະນິດ ແລະ ການເອົາຕົວອອກຈາກຕຶກອາຄານຫຼາຍຊັ້ນ ເມື່ອເກີດເຫດໄຟໄໝ້. ພາຍຫຼັງຮຽນທິດສະດີແລ້ວ ກໍໄດ້ລົງທົດລອງການມອດແປວໄຟດ້ວຍບັ້ງມອດໄຟ ແລະ ໃຊ້ມືເປົ່າໃນການປິດໄຟ ເມື່ອມີໄຟຮົ່ວຈາກການນໍາໃຊ້ຖັງແກັສ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ເຂົ້າໃຈໄດ້ງ່າຍ ແລະ ກຽມຄວາມພ້ອມສະກັດກັ້ນທຸກກໍລະນີທີ່ອາດຈະເກີດອັກຄີໄພຂຶ້ນໄດ້.

ນອກນັ້ນ, ຮອ ສອນເພັດ ແດງຊື່ນ ຍັງໄດ້ແນະນໍາໃຫ້ພະນັກງານສານປະຊາຊົນມີສະຕິລະວັງຕົວ ເພື່ອປ້ອງກັນການເກີດເຫດອັກຄີໄພ ຫຼື ວ່າຫາກພົບເຫັນເຫດອັກຄີໄພ ແມ່ນໃຫ້ມີສະຕິ ແລະ ນຳໃຊ້ວິທີການທີ່ໄດ້ຮັບຈາກການຝຶກອົບຮົມໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນຕົວຈິງ ເພື່ອແຈ້ງລົດມອດໄຟເຂົ້າຊ່ວຍເຫຼືອ.