ສູນກາງສະຫະພັນແມ່ຍິງລາວ ໄດ້ຈັດກອງປະຊຸມແນະນໍາວຽກງານການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ໃຫ້ພະນັກງານສູນກາງສະຫະພັນແມ່ຍິງລາວ ທີ່ກຽມລົງກໍ່ສ້າງຮາກຖານການເມືອງຢູ່ 5 ແຂວງ ໃນວັນທີ 14 ມິຖຸນາ 2018, ໂດຍການເປັນປະທານຂອງ ທ່ານ ປອ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ, ມີບັນດາຄະນະກົມ, ພະແນກ, ສະຫະພັນແມ່ຍິງພາຍໃນ ສູນກາງສະຫະພັນກຸ່ມແມ່ຍິງລາວ ເຂົ້າຮ່ວມ.

ທ່ານປະທານສູນກາງສະຫະພັນແມ່ຍິງລາວ ກ່າວວ່າ: ການແນະນໍາວຽກງານການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງໃຫ້ພະນັກງານສູນກາງສະຫະພັນແມ່ຍິງລາວ ທີ່ກຽມລົງກໍ່ສ້າງຮາກຖານການເມືອງໃນຄັ້ງນີ້ ກໍເພື່ອຖ່າຍທອດຄວາມຮູ້ພື້ນຖານກ່ຽວກັບການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ໃຫ້ແກ່ພະນັກງານຮູ້ຈັກວິທີແນະນໍາສະຫະພັນແມ່ຍິງບ້ານ, ວິທີເອົາຂໍ້ມູນ, ຂຽນແບບຟອມປະເມີນວຽກງານການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ. ການລົງກໍ່ສ້າງຮາກຖານໃນຄັ້ງນີ້ຈະລົງທັງໝົດ 5 ແຂວງຄື: ແຂວງຜົ້ງສາລີ, ຫົວພັນ, ອຸດົມໄຊ, ໄຊສົມບູນ ແລະ ແຂວງສາລະວັນ ໂດຍຈະເລີ່ມຫັນພະນັກງານລົງແຕ່ວັນທີ 1 ກໍລະກົດ ທີ່ຈະມາເຖິງນີ້ ແລະ ຄາດວ່າ ຈະໃຫ້ສໍາເລັດການກໍ່ສ້າງຮາກຖານໃນເດືອນກັນຍາ 2018 ນີ້; ພາຍຫຼັງສໍາເລັດການລົງກໍ່ສ້າງຮາກຖານຢູ່ 5 ແຂວງແລ້ວ ສູນກາງສະຫະພັນແມ່ຍິງລາວຍັງຈະສືບຕໍ່ຂະຫຍາຍໄປແຂວງອື່ນໆອີກ ເພື່ອເຮັດໃຫ້ວຽກງານສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ມີການຂະຫຍາຍຕົວດີຂຶ້ນເລື້ອຍໆ.

ການຫັນກໍາລັງລົງກໍ່ສ້າງຮາກຖານການເມືອງຂອງພະນັກງານສະຫະພັນແມ່ຍິງລາວ ກໍເພື່ອຜັນຂະຫຍາຍເນື້ອໃນຄໍາຂວັນຂອງ ສະຫະພັນແມ່ຍິງລາວ ແລະ ຍົກລະດັບຂະບວນການແຂ່ງຂັນ 3 ດີ ຂອງສະມາຊິກສະຫະພັນແມ່ຍິງລາວ ມາເປັນການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ປຸກລະດົມ ສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າ ແລະ ສັງຄົມເຂົ້າຮ່ວມການຈັດຕັ້ງປະຕິບັດໃຫ້ບັນລຸໄດ້ຕາມເນື້ອໃນມາດຖານເງື່ອນໄຂທີ່ກໍານົດໄວ້ ແລະ ເພື່ອປະກອບສ່ວນເຂົ້າໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2020 ແລະ ການພັດທະນາແບບຍືນຍົງ ໃນປີ 2030 ຂອງ ສປປ ລາວ; ນອກນີ້, ຍັງຈະເຮັດໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນ, ສະມາຊິກແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າໄດ້ມີຄວາມຮູ້, ເຂົ້າໃຈ, ກໍາແໜ້ນຢ່າງເລິກເຊິ່ງຕໍ່ບັນດາເນື້ອໃນມາດຖານເງື່ອນໄຂວິທີການຈັດຕັ້ງປະຕິບັດມາດຖານສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງໃຫ້ມີຄວາມເປັນເອກະພາບ ແລະ ກວ້າງຂວາງໃນທົ່ວປະເທດ.