ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມ ທົບທວນຄືນການແກ້ໄຂບັນຫາຂອງປະຊາຊົນ ແລະ ຜູ້ຮັບເໝົາ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຂຶ້ນໃນລະຫວ່າງວັນທີ 14-15 ມິຖຸນາ 2018, ໂດຍການເປັນປະທານຂອງ ທ່ານ ລັດຕະນະມະນີ ຄູນນີວົງ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ມີບັນດາທ່ານຫົວໜ້າພະແນກ ຍທຂ ແລະ ຮອງເຈົ້າເມືອງຈາກນະຄອນຫຼວງ ແລະ ບັນດາແຂວງທີ່ຖືກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເຂົ້າຮ່ວມ.

ທ່ານ ລັດຕະນະມະນີ ຄູນນີວົງ ກ່າວວ່າ: ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຕະຫຼອດແລວທາງໄດ້ມີຜົນກະທົບຕໍ່ທີ່ດິນ, ສິ່ງປຸກສ້າງ ແລະ ຜົນລະປູກຂອງປະຊາຊົນ, ສາທາລະນະ ເຊິ່ງທັງໝົດນີ້ແມ່ນຄວາມຮັບຜິດຊອບຂອງໂຄງການໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ຜູ້ຖືກຜົນກະທົບ ເພື່ອສ້າງຄວາມເຂົ້າໃຈ ມີຄວາມເປັນເອກະພາບ ຖືກຕ້ອງສອດຄ່ອງກັບວິທີແກ້ໄຂ ແລະ ການຈ່າຍຄ່າຊົດເຊີຍຜົນກະທົບເຫຼົ່ານີ້; ສະນັ້ນ, ຈຶ່ງໄດ້ຫາລືທິດທາງໃນການຈັດຕັ້ງປະຕິບັດ ແລະ ແກ້ໄຂບັນຫາດັ່ງກ່າວ, ເພື່ອຮັບປະກັນການເບີກຈ່າຍຄ່າຊົດເຊີຍຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການ, ມີຄວາມເປັນເອກະພາບກ່ຽວກັບຂໍ້ມູນຂ່າວສານ, ເຕັມໄປດ້ວຍຄວາມຮັບຜິດຊອບສູງ, ສາມາດກວດສອບໄດ້ ແລະ ຮັບປະກັນໄດ້ຄວາມສະຫງົບຂອງປະຊາຊົນ, ໃນເວລາການຈ່າຍຄ່າຊົດເຊີຍ ຄະນະຄຸ້ມຄອງໂຄງການໄດ້ສົມທົບກັບບໍລິສັດທາງລົດໄຟ ລາວ-ຈີນ ແລະ ລະບຽບການເບີກຈ່າຍເງິນຂອງບໍລິສັດ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ປຶກສາຫາລືແລກປ່ຽນບົດຮຽນໃນ 4 ວຽກງານຕົ້ນຕໍຄື: ເຜີຍແຜ່ຄູ່ມືການການເບີກຈ່າຍຄ່າຊົດເຊີຍສິ່ງກີດຂວາງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ການແກ້ໄຂບັນຫາ ແລະ ຜົນກະທົບທີ່ຜ່ານມາ, ກວດກາຄືນການຈັດຕັ້ງ, ກົນໄກ ແລະ ປັດໃຈການປະຕິບັດວຽກງານ ແລະ ສະເໜີຜ່ານຮ່າງຄູ່ມືແນະນຳການປະສານງານ.