ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ສໍາເລັດການຝຶກອົບຮົມລະບຽບວິໄນໃຫ້ກໍາລັງໃໝ່-ກໍາລັງທົດແທນ ໃນວັນທີ 14 ມິຖຸນາ 2018, ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 8 ວັນ, ໂດຍການເປັນປະທານຂອງ ພົຈວ ອາລູ ວາລີຊື ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະບັນຊາ, ພະນັກງານຄູ-ອາຈານ, ຄະນະຮັບຜິດຊອບ ແລະ ນັກສໍາມະນາກອນເຂົ້າຮ່ວມ.

ພັທ ບຸນສີ ທໍາມະລັງສີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ກ່າວວ່າ: ຕະຫຼອດໄລຍະການຝຶກອົບຮົມນັກສໍາມະນາກອນທຸກສະຫາຍແມ່ນ ໄດ້ເອົາໃຈໃສ່ຕໍ່ລະບຽບວິໄນຂອງກົມກອງຢ່າງເຂັ້ມງວດ ກໍຄືລະບຽບຂອງນັກຝຶກອົບຮົມ; ໂດຍສະເພາະການໄປ-ມາ, ການຂຶ້ນຫ້ອງ-ລົງຫ້ອງ ແລະ ການລົງສະໜາມຕົວຈິງ ແມ່ນປະຕິບັດໄດ້ດີ, ທຸກສະຫາຍໄດ້ເອົາໃຈເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ຫັດແອບ, ມີແນວຄິດບຸກບືນຫ້າວຫັນ, ອົດທົນ ແລະ ເຮັດສໍາເລັດໜ້າທີ່ຕາມຄາດໝາຍທີ່ວາງໄວ້. ຜ່ານການຝຶກອົບຮົມຄັ້ງນີ້ ສາມາດເຮັດໃຫ້ພະນັກງານ-ນັກຮົບກໍາໄດ້ເນື້ອໃນ, ທິດສະດີ ແລະ ລະບຽບຂອງກໍາລັງປ້ອງກັນຄວາມສະຫງົບ, ນໍາໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງຢ່າງມີພິກໄຫວຄ່ອງແຄ້ວ; ພ້ອມນີ້, ກໍເປັນການກໍ່ສ້າງ ແລະ ພັດທະນາບຸກຄະລາກອນ ຂອງກົມໃຫຍ່ການເມືອງ ປກສ ໃຫ້ມີທັດສະນະຫຼັກໝັ້ນຖືກຕ້ອງ, ມີຄຸນທາດການເມືອງໜັກແໜ້ນ, ສ້າງພະນັກງານ-ນັກຮົບໃຫ້ເປັນຜູ້ສືບທອດປ່ຽນແທນທີ່ຄົບມາດຖານເງື່ອນໄຂທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມຮູ້ລະບຽບຂອງກໍາລັງ ປກສ ແລະ ຄວາມສາມາດດ້ານວິຊາສະເພາະທີ່ແນ່ນອນ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານສະເພາະໜ້າ ແລະ ຍາວນານ. ການຝຶກອົບຮົມດັ່ງກ່າວນັກສໍາມະນາກອນ ໄດ້ຮຽນຮູ້ກ່ຽວກັບລະບຽບຂອງກໍາລັງ ປກສ, ວິຊາງົດງາມລະບຽບບຸກຄົນມືເປົ່າ ປະຈໍາທີ່ 13 ຈັງຫວະ, ວິຊາງົດງາມລະບຽບບຸກຄົນມືເປົ່າເຄື່ອນທີ່ 12 ຈັງຫວະ ແລະ ວິຊາສະເພາະຂອງກໍາລັງ ປກສ.

ພົຈວ ອາລູ ວາລີຊື ໄດ້ເນັ້ນໃຫ້ກຳລັງໃໝ່ ແລະ ກຳລັງທົດແທນທີ່ສໍາເລັດການຝຶກອົບຮົມຄັ້ງນີ້ ຈົ່ງພ້ອມກັນນໍາເອົາເນື້ອຈິດໃຈຂອງການຝຶກອົບຮົມໄປຈັດຕັ້ງຜັນຂະຫຍາຍໃນກົມກອງຂອງຕົນ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ, ພ້ອມກັນປະຕິບັດລະບຽບວິໄນຂອງກໍາລັງ ປກສ ໃຫ້ເຂັ້ມງວດ ແລະ ຮັບປະກັນການປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດເປັນກ້າວໆ.