ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ມິຖຸນານີ້ວ່າ: ຕະຫຼາດຮຸ້ນອາຊີເຄື່ອນໄຫວທັງໃນດ້ານບວກ ແລະ ລົບ ໃນຕອນເຊົ້າຂອງວັນທີ 15 ມິຖຸນາ ຂະນະທີ່ນັກລົງທຶນວິຕົກກັງວົນກ່ຽວກັບຂໍ້ພິພາດທາງການຄ້າ ລະຫວ່າງ ສະຫະລັດ ອາເມລິກາ ແລະ ຈີນ ຫຼັງຈາກທີ່ ປະທານາທິບໍດີ ໂດໂນ ທຣຳ ຂອງສະຫະລັດ ອາເມລິກາ ໄດ້ອະນຸມັດມາດຕະການຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ຄິດເປັນວົງເງິນ 5 ໝື່ນລ້ານໂລດາສະຫະລັດ ໂດຍຄະນະເຮັດວຽກຂອງ ປະທານາທິບໍດີ ທຣຳ ກຽມເປີດເຜີຍລາຍຊື່ສິນຄ້າຈີນ ທີ່ຈະຖືກຮຽກເກັບພາສີນຳເຂົ້າແລ້ວ.

ເຊິງຈາກການປະກາດດັ່ງກ່າວ, ເຮັດໃຫ້ໃນວັນທີ 15 ມິຖຸນາ ດັດສະນີ NIKKEI 225 ຕະຫຼາດຮຸ້ນຍີ່ປຸ່ນ ເປີດຢູ່ທີ່ 22.883,24 ຈຸດ, ເພີ່ມຂຶ້ນ 144,63 ຈຸດ, +0,64%; ດັດສະນີ SSE Composite ຕະຫຼາດຮຸ້ນຈີນ ເປີດຢູ່ທີ່ 3.037,45 ຈຸດ, ຫຼຸດລົງ 6,71 ຈຸດ, -0,22%; ດັດສະນີ HIS ຕະຫຼາດຮຸ້ນຮົງກົງ ເປີດຢູ່ທີ່ 30.411,07 ຈຸດ, ຫຼຸດລົງ 29,10 ຈຸດ, -0,10%; ດັດສະນີ TAIEX ຕະຫຼາດຮຸ້ນໄຕ້ຫວັນ ເປີດຢູ່ທີ່ 10.998,20 ຈຸດ, ຫຼຸດລົງ 15,78 ຈຸດ, -0,14%; ດັດສະນີ KOSPI ຕະຫຼາດຮຸ້ນ ສ ເກົາຫຼີ ເປີດຢູ່ທີ່ 2.432,18 ຈຸດ, ເພີ່ມຂຶ້ນ 8,70 ຈຸດ, +0,36%; ສ່ວນຕະຫຼາດຮຸ້ນສິງກະໂປ ແລະ ຕະຫຼາດຮຸ້ນມາເລເຊຍ ປິດທຳການ ເນື່ອງໃນເທດສະການຮາຣີຣາຢໍ ອີດີວຟິດຣີ. ແນວໃດກໍຕາມ, ຕະຫຼາດຂານຮັບຜົນການປະຊຸມຂອງທະນາຄານກາງເອີຣົບ (ອີຊີບີ) ທີ່ມີມະຕິຮັກສາອັດຕາດອກເບ້ຍນະໂຍບາຍ.