ສະຖາບັນສື່ມວນຊົນ ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ຮ່ວມກັບກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ແຫ່ງ ສສ ຫວຽດນາມ ຈັດຊຸດຝຶກອົບຮົມຫົວຂໍ້ “ທັກສະການແກ້ໄຂວິກິດການຂໍ້ມູນຂ່າວສານ” ຂຶ້ນໃນລະຫວ່າງວັນທີ 25-29 ມິຖຸນານີ້, ໂດຍມີທ່ານ ວິໄລທອງ ສີຊານົນ ຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ຫງວຽນ ວັນ ຫຽວ ຮອງຫົວໜ້າກົມສື່ມວນຊົນເຂົ້າຮ່ວມເປັນປະທານ.

ຊຸດຝຶກອົບຮົມຄັ້ງນີ້ ຈັດຂຶ້ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ພະນັກງານສື່ມວນຊົນອ້ອມຂ້າງສູນກາງ ແລະ ບັນດາແຂວງທົ່ວປະເທດ ຈຳນວນທັງໝົດ 38 ທ່ານ ຍິງ 13 ທ່ານ ມີຄວາມຮູ້ຄວາມສາມາດໃນການແກ້ໄຂຂໍ້ມູນຂ່າວສານໃນວິກິດການໃດໜຶ່ງ ເຊິ່ງເປັນຫົວລ້ຽວຫົວຕໍ່ໃນສະພາບຄວາມເປັນຈິງ, ຮູ້ວິເຄາະ, ວິໄຈຂໍ້ມູນ, ຮູ້ຕັດສິນບັນຫາ-ໄຈ້ແຍກເຫດຜົນ, ຮູ້ບັນນາທິການຂໍ້ມູນຂ່າວສານໃຫ້ຖືກຕ້ອງຕາມສະພາບຄວາມເປັນຈິງ ແລະ ສອດຄ່ອງຕາມທິດທາງນະໂຍບາຍຂອງພັກ-ລັດໃນໄລຍະໃໝ່. ນອກນັ້ນ, ຍັງເປັນການສ້າງໃຫ້ສື່ມວນຊົນໄດ້ມີຄວາມຮັບຮູ້ໃໝ່ລະອຽດເລິກເຊິ່ງກວ່າເກົ່າ ເພື່ອປະກອບສ່ວນ ເຂົ້າໃນໜ້າທີ່ວຽກງານຂອງຕົນ ແນໃສ່ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານທີ່ນັບມື້ນັບຂະຫຍາຍຕົວ ແລະ ສາມາດເຊື່ອມໂຍງເຂົ້າສູ່ສາກົນໄດ້.

ຕະຫຼອດໄລຍະຂອງການຝຶກອົບຮົມ, ບັນດາສື່ມວນຊົນ ຈະໄດ້ຮຽນຮູ້ບົດຮຽນກ່ຽວກັບຫົວຂໍ້ດັ່ງກ່າວ ໂດຍແມ່ນອາຈານຜູ້ມີປະສົບການຈາກ ສສ ຫວຽດນາມ ເປັນຜູ້ບັນຍາຍ, ພ້ອມທັງມີການແລກປ່ຽນບົດຮຽນເຊິ່ງກັນແລະກັນ ລະຫວ່າງສື່ມວນຊົນ ແລະ ຈະມີການລົງທັດສະນະຕົວຈິງນຳອີກດ້ວຍ.