ສະພາບປະກົດການຫຍໍ້ທໍ້ຕ່າງໆ ພາຍໃນເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຫັນວ່າມີທ່າອ່ຽງຫຼຸດລົງສະແດງ ອອກໃນ 6 ເດືອນຕົ້ນປີ 2018 ທົ່ວເມືອງມີຄະດີເກີດຂຶ້ນທັງໝົດ 137 ເລື່ອງ ທຽບໃສ່ 6 ເດືອນຕົ້ນປີ 2017 ຫຼຸດລົງ 23 ເລື່ອງ ແຕ່ພົ້ນເດັ່ນແມ່ນບັນຫາລັກຊັບພົນລະເມືອງ.

ພັທ ໄມວິໄລສຸກ ແສນອຸໄທ ຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ໃຫ້ສຳພາດຕໍ່ສື່ປ້ອງກັນຄວາມສະຫງົບ ໃນວັນທີ 27 ມິຖຸນາ 2018 ວ່າ: ທົ່ວເມືອງຈັນທະບູລີ ແມ່ນມີຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ ໂດຍ ພື້ນຖານສະພາບປະກົດການຫຍໍ້ທໍ້ມີທ່າອ່ຽງຫຼຸດລົງ ແຕ່ກໍປັດສະຈາກບໍ່ໄດ້ສິ່ງຫຍໍ້ທໍ້ໃນສັງຄົມ ຍ້ອນພວກກຸ່ມຄົນບໍ່ດີ ແລະ ພວກຕ້ອງໂທດທາງອາຍາຈຳນວນໜຶ່ງຍັງສືບຕໍ່ເຄື່ອນໄຫວສ້າງຄວາມບໍ່ສະຫງົບໃນສັງຄົມ ເປັນຕົ້ນແມ່ນ ການລັກຊັບພົນລະເມືອງ, ຊິງຊັບ, ປຸ້ນຊັບ, ສໍ້ໂກງຊັບ, ບັນຫາການຄ້າຂາຍ ແລະ ມົ້ວສຸມຢາເສບຕິດ, ນັກເລງອັນ ຕະພານ, ໂສເພນີ, ກຸ່ມໄວລຸ້ນກວນເມືອງ ໂດຍການຂີ່ລົດເປັນພຶງແພສຽງດັງອາລະວາດຕີກັນສະແດງອອກໃນ 6 ເດືອນຕົ້ນປີ 2018 ທົ່ວເມືອງຈັນທະບູລີ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 137 ເລື່ອງ ທຽບໃສ່ 6 ເດືອນຕົ້ນປີ 2017 ຫຼຸດລົງ 23 ເລື່ອງ, ແກ້ໄຂໄດ້ 70 ເລື່ອງ ກັກຕົວຜູ້ຖືກຫາໄດ້ທັງໝົດ 108 ຄົນຍິງ 10 ຄົນ ຫຼາຍກວ່າໝູ່ແມ່ນລັກ ຊັບພົນລະgມືອງຈຳນວນ 53 ເລື່ອງ ແກ້ໄຂໄດ້ 35 ເລື່ອງ ກັກຕົວຜູ້ກະທຳຜິດ 36 ຄົນ, ຊິງຊັບພົນລະເມືອງ 14 ເລື່ອງ ແກ້ໄຂ 2 ເລື່ອງ ກັກຕົວຜູ້ຖືກຫາໄດ້ 4 ຄົນ, ປຸ້ນຊັບພົນລະເມືອງ 1 ເລື່ອງ ແກ້ໄຂແລ້ວມີຜູ້ຖືກຫາ 1 ຄົນ, ຜົນ ເສຍຫາຍມີລົດຈັກ 47 ຄັນ, ໂທລະສັບ 12 ເຄື່ອງ, ຄຳຮູບປະພັນ 8 ບາດ, ໂນດບຸກ 3 ເຄື່ອງ, ເງິນກີບ 36.100.000 ກີບ, ເງິນບາດ 215.000 ບາດ, ເງິນໂດລາ 20.404 ໂດລາ, ເຄື່ອງທັບທິມມູນຄ່າ 5.000 ໂດລາ ກັບ 300.000 ບາດ ແລະ ເຄື່ອງອື່ນໆອີກຈຳນວນ ໜຶ່ງ. ສາມາດເກັບກູ້ຄືນໄດ້ ມີລົດຈັກ 7 ຄັນ, ເງິນບາດ 720.000 ບາດ, ເງິນໂດລາ 4.000 ໂດລາ, ເງິນກີບ 16.400.000 ກີບ ແລະ ໂທ ລະສັບ 3 ເຄື່ອງ.

ນອກນີ້, ຍັງເອົາໃຈໃສ່ສະກັດກັ້ນ ແລະ ປາບປາມພວກລັກລອບຄ້າຂາຍ ແລະ ມົ້ວສຸມຢາເສບຕິດໄດ້ ຈຳນວນ 34 ເລື່ອງ ກັກຕົວຜູ້ຖືກຫາໄດ້ 76 ຄົນ ຍິງ 4 ຄົນ; ໃນນີ້, ມີຜູ້ຄ້າຂາຍຢາເສບຕິດຈຳນວນ 28 ຄົນ ຍິງ 2 ຄົນ, ມ້າງ ຈຸດມົ້ວສຸມຢູ່ຕາມສະຖານທີ່ຕ່າງໆ ເປັນຕົ້ນເເມ່ນຮ້ານເກມທີ່ເປີດໃຫ້ບໍລິການຜິດກົດໝາຍຈຳນວນ 44 ຄັ້ງ ກັກ ຕົວໄດ້ 277 ຄົນ ຍິງ 45 ຄົນ, ສຶກສາອົບຮົມ 138 ຄົນ ຍິງ 24 ຄົນ, ດຳເນີນຄະດີ 61 ຄົນ ຍິງ 2 ຄົນ, ສົ່ງສູນ ດັດສ້າງ 20 ຄົນ ຍິງ 2 ຄົນ ແລະ ຢຶດຂອງກາງຢາບ້າໄດ້ 20.181 ເມັດ, ເຮໂຣອິນ 2 ແທ່ງ, ຢາໄອສ໌ 7 ຖົງໃຫຍ່ ກັບ 9 ຖົງນ້ອຍ ແລະ ເງິນກີບ 3.008.000 ກີບ, ເງິນບາດ 1.020 ບາດ.

ໂອກາດນີ້, ທ່ານຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ຍັງໄດ້ຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນ ພໍ່ຄ້າຊາວ ຂາຍທຸກຊັ້ນຄົນໃຫ້ມີສະຕິໃນການປົກປັກຮັກສາຊັບສິນ ເພື່ອບໍ່ໃຫ້ເປັນຊ່ອງວ່າງຂອງຄົນບໍ່ດີລັກໄດ້ ຕ້ອງຊ່ວຍກັນ ເປັນຫູເປັນຕາໃຫ້ແກ່ເຈົ້າໜ້າທີ່ ກໍລະນີພົບເຫັນປະກົດການທີ່ບໍ່ດີ ແມ່ນໃຫ້ລາຍງານຕໍ່ເຈົ້າໜ້າທີ່ ເພື່ອເຂົ້າແກ້ໄຂ ໃຫ້ທັນເວລາ, ເອົາໃຈໃສ່ສຶກສາອົບຮົມລູກຫຼານຢ່າງໃກ້ຊິດ ເພື່ອຫຼີກລ່ຽງຈາກການຊັກຊວນຂອງ  ພວກບໍ່ຫວັງດີໄປ ກະ ທຳໃນທາງທີ່ຜິດກົດໝາຍ.