ຜູ້ລັກລອບຄ້າຂາຍຢາເສບຕິດ ຊື່ນາງ ຈັນທະລາ ອາຍຸ 38 ປີ, ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງ ວຽງຈັນ ຖືກອາຍາສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດອິດສະຫຼະພາບເປັນເວລາ 5 ປີ ປັບໃໝ 10.000.000 ກີບ.

ໃນວັນທີ 13 ມິຖຸນາ 2018 ທີ່ຜ່ານມາ, ພະນັກງານອົງການໄອຍະການ ປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງ ສຳນວນຄະດີອາຍາຂັ້ນຕົ້ນຂອງ ນາງ ຈັນທະລາ ( ຈຳເລີຍ ) ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດປະເພດຢາບ້າ. ແຕ່ ເດືອນເມສາ 2014 ເປັນຕົ້ນມາ ໂດຍຊື້ຢາບ້ານຳພັກພວກຊື່ ທ້າວ ອຸທິດ ຫຼື ໂບ້ ອາຍຸ 30 ປີ ຢູ່ບ້ານປາກທ້າງ ເມືອງ ສີໂຄດຕະບອງ ຊື້ຄັ້ງລະ 10-20 ເມັດ ແລ້ວນຳໄປຂາຍໃຫ້ກັບກຸ້ມມົ້ວສຸມໄວລຸ້ນຄັ້ງລະ 2-3 ເມັດ ແລະ ເອົາເຮືອນ ຂອງຈຳເລີຍເປັນຈຸດຈຳໜ່າຍ, ການຊື້ຢາບ້ານຳ ທ້າວ ອຸທິດ ແຕ່ລະຄັ້ງແມ່ນໄດ້ໂທລະສັບ ແລະ ນັດຈຸດຊື້ຂາຍ ບາງ ຄັ້ງກໍຊື້ຂາຍຢູ່ຕາມເສັ້ນທາງ ຫຼື ທ້າວ ອຸທິດ ກໍນຳເອົາຢາບ້າມາສົ່ງໃຫ້ຢູ່ເຮືອນ; ຜ່ານມາໄດ້ໄປຊື້ຢາບ້າມາຂາຍຈຳ ນວນຫຼາຍຄັ້ງບໍ່ສາມາດຈືໄດ້ ມືເຈົ້າໜ້າທີ່ກັກຕົວຈຳເລີຍແມ່ນບໍ່ມີຂອງກາງ ແລະ ຈຳເລີຍ ເອງກໍໃຫ້ການສາລະພາບ ແລະ ຍ້ອມຮັບວ່າໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດແທ້ຕາມສຳນວນຄະດີ ເລກທີ 266/ອຍກ ນວ ແຮງຈູງໃຈໃຫ້ ຂາຍຢາເສບຕິດຄັ້ງນີ້ ຍ້ອນວ່າບໍ່ມີວຽກເຮັດງານທຳຢູ່ເຮືອນກໍບໍ່ໄດ້ເຮັດຫຍັງ, ສ່ວນເງິນທີ່ໄດ້ຈາກການຂາຍຢາບ້າ ນັ້ນແມ່ນໄດ້ໃຊ້ຈ່າຍໃນຄອບຄົວ ແລະ ສວນໜຶ່ງແມ່ນໃຊ້ຈ່າຍສ່ວນຕົວ.

ຜ່ານການຄົ້ນຄວ້າຂໍ້ມູນ ແລະ ຫຼັກຖານທີ່ຮັດກຸມ ແລະ ໜັກແໜ້ນພຽງພໍ ຄະນະສານອາຍາສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ຢັ້ງຢືນວ່າການກະທຳຂອງຈຳ ເລີຍເປັນການກະທຳຜິດທາງອາຍາໃນຂໍ້ຫາຄ້າຂາຍຢາເສບ ຕິດເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບສຸກ ຕາມກົດໝາຍ ວ່າດ້ວຍສະບັບປັບປຸງ ມາດຕາ 146 ຂອງກົດໝາຍອາ ຍາ ແລະ ມາດຕາ 75,76 ຂອງກົດໝາຍວ່າດ້ວຍຢາເສບຕິດ ມາດຕາ 2 ສະນັ້ນ; ການຄົ້ນຄວ້າບັນດາຂໍ້ມູນຫຼັກ ຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສຳນວນຄະດີຢ່າງຄົບຖ້ວນ, ຮອບດ້ານ ແລະ ພາວະວີໄສແລ້ວ ເປັນການກະທຳ ຜິດກົດໝາຍອາຍາ ໃນໝວດທີ 7 ວ່າດ້ວຍການກະທຳຜິດຕໍ່ເສດຖະກິດຂອງຊາດ, ໃນຂໍ້ຫາມີຢາເສບຕິດໄວ້ໃນ ຄອບຄອງຕາມກົດໝາຍວ່າດ້ວຍການປັບປຸງ ມາດຕາ 146 ຂອງກົດ ໝາຍອາຍາ ແລະ ມາດຕາ 75,76 ຂອງ ກົດໝາຍວ່າດ້ວຍ ຢາເສບຕິດມາດຕາ 2 ຂໍ້ 2 ວັກ 1 ໄດ້ລະບຸໄວ້ວ່າ: ບຸກຄົນຜູ້ໃດຫາກຜະລິດ, ປຸງແຕ່ງ ຫຼື ມີໄວ້ ໃນຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນຳເຂົ້າ-ສົ່ງອອກ, ຂົນສົ່ງ ຫຼື ນຳຢາອີ, ຢາບ້າ, ຢາໄອສ໌ ຫຼື ວັດຖຸອອກລິດຕໍ່ຈິດ ປະສານຜ່ານ ສປປ ລາວ ເກີນກວ່າ 0,3 ກຣາມ ຫາ 100 ກຼາມ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 5 ປີ ຫາ 10 ປີ ແລະ ຈະຖືກປັບໃໝແຕ່ 10.000.000 ກີບ ຫາ 100.000.000 ກີບ ແລະ ຈະຖືກຮິບຊັບຕາມທີ່ໄດກໍານົດໄວ້ ໃນມາດຕາ 34 ຂອງກົດໝາຍອາຍາ ພ້ອມທັງຈຳເລີຍມີສຳປະຊັນຍະ ສົມບູນດີ ບໍ່ເປັນບ້າເສຍຈິດ ແລະ ເຖິງກະ ສຽນອາຍຸທາງອາຍາແລ້ວ, ສາມາດຮູ້ໄດ້ວ່າການກະທຳຂອງຕົນນັ້ນເປັນ ການກະທຳຜິດຕໍ່ກົດໝາຍດ້ວຍເຫດຜົນ ແລະ ຫຼັກຖານຕົວຈິງ ຈຶ່ງສະເໜີມາຍັງສານ ເພື່ອພິຈາລະນາລົງໂທດຕາມກົດໝາຍ. ດ້ວຍເຫດນີ້ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຈຶ່ງເຫັນຄວນລົງໂທດຕັດອິດສະຫຼະພາບ 5 ປີ ປັບໃໝ 10.000.000 ກີບ.