ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພົທ ເຈີນເດີນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 30 ມິຖຸນາ 2018.

ພົທ ເຈີນເດີນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານປະທານສະພາແຫ່ງຊາດ; ພ້ອມທັງລາຍງານໃຫ້ຮູ້ກ່ຽວກັບການເດີນທາງມາເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ກໍຄືການເປີດຕະຫຼາດນັດ ເຊິ່ງເປັນຄັ້ງທີ 4 ທີ່ໄດ້ມີການປະສານສົມທົບກັບ ກະຊວງອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ ໄດ້ຮ່ວມກັນເປີດຕະຫຼາດນັດການຄ້າ ລາວ-ຫວຽດນາມ ຄັ້ງທີ 4 ປະຈໍາປີ 2018 ນີ້ ມີການວາງສະແດງ ແລະ ຂາຍສິນຄ້າຈາກຫົວໜ່ວຍທຸລະກິດຫຼາຍກວ່າ 100 ຫົວຫນ່ວຍ; ໃນນັ້ນ, ຍັງມີອີກຫລາຍບໍລິສັດທີ່ມີຊື່ສຽງຂອງ ສສ ຫວຽດນາມ ກໍໄດ້ມາເຂົ້າຮ່ວມ; ພ້ອມນີ້, ກໍເພື່ອເປັນການແລກປ່ຽນບົດຮຽນຕ່າງໆກັບນັກທຸລະກິດລາວທັງເປັນການບຸກລະດົມ ແລະ ສົ່ງເສີມໃຫ້ມີການແລກປ່ຽນສິນຄ້າລະຫວ່າງສອງປະເທດໃຫ້ມີຄວາມກວ້າງຂວາງ.

ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງຕໍ່ການເປີດຕະຫລາດການຄ້າ ລາວ-ຫວຽດ ຄັ້ງນີ້ ເຊິ່ງເປັນການສົ່ງເສີມໃຫ້ມີການແລກປ່ຽນສິນຄ້າລະຫວ່າງສອງປະເທດ, ເຮັດໃຫ້ຜູ້ປະກອບການ ກໍຄືຜູ້ບໍລິໂພກໃນ ສປປລາວ ໄດ້ຮັບຮູ້ ແລະ ນຳໃຊ້ສິນຄ້າຂອງ ສສ ຫວຽດນາມ ຫຼາຍຂຶ້ນ; ພ້ອມນີ້, ກໍເພື່ອເປັນການສືບຕໍ່ສາຍພົວພັນຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງສອງປະເທດທີ່ຍາມໃດກໍໄດ້ຮ່ວມມືກັນຢ່າງໃກ້ຊິດ, ມີການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານເຊິ່ງກັນແລະກັນ ພິເສດແມ່ນການຊ່ວຍເຫລືອດ້ານວັດຖຸອຸປະກອນເຂົ້າໃນການສົ່ງເສີມສ້າງກອງທັບປະຊາຊົນລາວ ເພື່ອຮັບໃຊ້ຫນ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມສະຫງົບໝັ້ນຄົງ ແລະ ສີວິໄລຕໍ່ໄປ.