ປັດຈຸບັນ, ຜູ້ຂັບຂີ່ລົດຢູ່ຕາມທ້ອງຖະໜົນຢູ່ພາຍໃນນະຄອນຫຼວງວຽງຈັນ ຈໍານວນບໍ່ໜ້ອຍທີ່ຮູ້ກົດລະບຽບຈະລາຈອນເປັນຢ່າງດີ ແຕ່ຕ່າວພາໂລລະເມີດກົດຈະລາຈອນ ເປັນຕົ້ນແມ່ນຂັບຂີ່ລົດໄວເກີນກໍານົດ, ເມົາແລ້ວຂັບຂີ່, ແຊງຂຶ້ນໜ້າບໍ່ຮັບປະກັນ, ບໍ່ປ່ອຍສິດ, ລ້ຽວກະທັນຫັນ, ຂັບຂີ່ລົດບໍ່ຖືກຊ່ອງທາງການສັນຈອນ, ຂັບຂີ່ລົດລ່ວງໄຟອໍານາດ ແລະອື່ນໆ ຈົນກາຍເປັນສາເຫດທີ່ພາໃຫ້ເກີດອຸບັດຕິເຫດຕາມມາ. ການລະເມີດກົດລະບຽບຈະລາຈອນຂອງນັກຂັບຂີ່ເປັນບັນຫາສໍາຄັນທີ່ເຈົ້າໜ້າທີ່ຕໍາຫຼວດຈະລາຈອນຈະຕ້ອງສຸມໃສ່ສະກັດກັ້ນ ແລະ ແກ້ໄຂ; ຖ້າວ່າປ່ອຍປະບໍ່ເອົາຈິງເອົາຈັງຕໍ່ບັນຫາດັ່ງກ່າວແລ້ວ, ບັນຫາອຸບັດຕິເຫດຕາມທ້ອງຖະໜົນກໍຈະມີທ່າອ່ຽງເພີ່ມຂຶ້ນຢ່າງແນ່ນອນ; ດ້ວຍເຫດນີ້, ໃນໄລຍະຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ອອກກວດກາຕາມສາຍທາງ, ຈັບຄວາມໄວ, ກວດກາທາດເຫຼົ້າ ແລະ ອອກອາທິດສັນຈອນຢ່າງຕໍ່ເນື່ອງ. ຜ່ານການລົງປະຕິບັດໜ້າທີ່ໃນ 6 ເດືອນຕົ້ນປີ 2018 ພົບເຫັນຜູ້ລະເມີດລະບຽບການສັນຈອນ 11.000 ກວ່າຄົນ, ສາມາດກັກ ແລະ ຍຶດລົດທີ່ບໍ່ຖືກຕ້ອງໄດ້ຫຼາຍຮ້ອຍຄັນ.

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນ 6 ເດືອນຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນທົ່ວນະຄອນຫຼວງວຽງຈັນ ໄດ້ສຸມໃສ່ປະຕິບັດວຽກງານວິຊາສະເພາະດ້ວຍຄວາມເອົາໃຈໃສ່ ໂດຍປະກອບມີສອງພາກສ່ວນຄື: ພະແນກຕໍາຫຼວດຈະລາຈອນ ແລະ ກອງຮ້ອຍຈະລາຈອນ 9 ຕົວເມືອງ. ທັງສອງພາກສ່ວນໄດ້ສຸມໃສ່ເຮັດວຽກງານກວດກາພາຫະນະໃນນະຄອນຫຼວງວຽງຈັນ. ໃນນີ້, ພະແນກຕໍາຫຼວດຈະລາຈອນ ໄດ້ເຮັດໜ້າທີ່ຈັດສັນຄວາມເປັນລະບຽບຮຽບຮ້ອຍກວດກາສາຍທາງ, ລະບາຍການຈະລາຈອນ, ຈັບຄວາມໄວ, ກວດທາດເຫຼົ້າ ແລະ ເອົາໃຈໃສ່ແກ້ໄຂການຈະລາຈອນແອອັດຕາມຈຸດຕາມແຍກຕາມໄຟອຳນາດ, ເຮັດໜ້າທີ່ລະບາຍຊ່ວຍໄຟອໍານາດ, ລົງຈັດລະບຽບຕາມສາຍທາງ ແລະອື່ນໆ; ຈາກການປະຕິບັດວຽກງານດັ່ງກ່າວໄດ້, ພົບເຫັນຜູ້ລ່ວງລະເມີດກົດຈະລາຈອນທັງໝົດ 2.510 ຄົນ ຍິງ 1.072 ຄົນ, ໄດ້ສຶກສາອົບຮົມຜູ້ລະເມີດກົດລະບຽບການສັນຈອນທັງໝົດ 1.143 ຄົນ ຍິງ 698 ຄົນ, ຂຽນໃບສັ່ງໃຫ້ຜູ້ລະເມີດ ຈຳນວນ 1.375 ໃບ, ກັກເອກະສານເຊັ່ນ: ໃບທະບຽນລົດ, ໃບຂັບຂີ່, ບັດປະຈຳຕົວລວມທັງໝົດ ຈໍານວນ 1.293 ໃບ, ກັກລົດໄດ້ 78 ຄັນ; ໃນນັ້ນ, ລົດບໍ່ຖືເອກະສານ 45 ຄັນ, ລົດດັດແປງສະພາບ 8 ຄັນ, ລົດບໍ່ຕິດປ້າຍທະບຽນ 25 ຄັນ ແລະ ລ໋ອກລໍ້ລົດໄດ້ທັງໝົດ 411 ຄັນ.

ສະເພາະຢູ່ບັນດາເມືອງ ຕໍາຫຼວດຈະລາຈອນເມືອງ ກໍໄດ້ສຸມໃສ່ລະບາຍການສັນຈອນ, ອອກກວດກາລາດຕະເວນຕາມທ້ອງຖະໜົນ, ອອກອາທິດຈະລາຈອນເພື່ອກວດກາພາຫະນະ ໂດຍສາມາດກວດພົບຜູ້ລ່ວງລະເມີດກົດຈະລາຈອນທັງໝົດ 8.944 ຄົນ ຍິງ 2.821 ຄົນ, ສຶກສາອົບຮົມຜູ້ລະເມີດກົດລະບຽບການສັນຈອນທັງໝົດ 4.003 ຄົນ ຍິງ 1.437 ຄົນ, ຂຽນໃບສັ່ງຈໍານວນ 4.941 ໃບ, ກັກໃບທະບຽນລົດ, ໃບຂັບຂີ່ລົດ, ບັດປະຈໍາຕົວລວມທັງໝົດ 4.634 ໃບ. ນອກຈາກນີ້, ເຈົ້າໜ້າທີ່ຍັງສາມາດກັກລົດໄດ້ທັງໝົດ 307 ຄັນ; ໂດຍມີລົດບໍ່ຖືເອກະສານ 211 ຄັນ, ລົດດັດແປງສະພາບ 39 ຄັນ, ລົດບໍ່ຕິດປ້າຍທະບຽນ 57 ຄັນ, ກວດເຫັນລົດຢຽບເສັ້ນມ້າລາຍ 295 ຄັ້ງ, ລ໋ອກລໍ້ລົດ 610 ຄັນ, ພິເສດກ່າວນີ້ແມ່ນໄດ້ກວດພົບຢາບ້າຈໍານວນ 1.744 ເມັດ ແລະ ຢາໄອສ໌ 1 ຖົງນ້ອຍ.

ເຈົ້າໜ້າທີ່ໃຫ້ຮູ້ຕື່ມອີກວ່າ: ວຽກງານຈະລາຈອນເປັນວຽກງານທີ່ປະເຊີນໜ້າກັບສັງຄົມ ແຕ່ການບໍລິການອໍານວຍຄວາມສະດວກໃນການສັນຈອນຕາມຈຸດຕ່າງໆຍັງບໍ່ທັນໄດ້ດີເທົ່າທີ່ຄວນ, ຍ້ອນພະນັກງານຈໍານວນໜຶ່ງຍັງຂາດຄວາມຮັບຜິດຊອບ, ຂາດຄວາມເອົາໃຈໃສ່ຕໍ່ໜ້າທີ່ວຽກງານ, ການປະຈໍາການຢູ່ປ້ອມຖາວອນ ແລະ ປ້ອມຊົ່ວຄາວຍັງບໍ່ໄປຕາມແຜນການ, ມາຊ້າເລີກໄວ, ບາງຄັ້ງກໍປະລະໜ້າທີ່, ການແກ້ໄຂອຸບັດຕິເຫດ ແລະ ການລົງວັດແທກຊັນນະສູດຍັງຊັກຊ້າ ເປັນສາເຫດໜຶ່ງເຮັດໃຫ້ສະພາບການສັນຈອນຕິດຂັດອັ່ງອໍ.

ຕໍ່ກັບບັນຫາດັ່ງກ່າວນີ້, ໃນຕໍ່ໜ້າ ຄະນະພັກ-ຄະນະພະແນກຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ຈະສຸມໃສ່ຊີ້ນໍາ-ນໍາພາກໍາລັງຕໍາຫຼວດຈະລາຈອນພາຍໃນນະຄອນຫຼວງວຽງຈັນ ສຸມໃສ່ເຮັດວຽກງານຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມສາຍທາງຫຼັກ, ເຂດຊຸມຊົນແອອັດ, ແກ້ໄຂບັນຫາລົດຈອດແຄມທາງ, ແກ້ໄຂພາກສ່ວນທີ່ຂາຍເຄື່ອງຢູ່ຟຸດບາດ ຫຼື ຖະໜົນຄົນຍ່າງ ຢູ່ຕາມຖະໜົນລ້ານຊ້າງ, ຖະໜົນໄກສອນ, ເຂດຕະຫຼາດຂົວດິນ, ເສັ້ນທາງຕະຫຼາດຫົວຂົວ ແລະ ເສັ້ນທາງອື່ນໆ ໃຫ້ໂລ່ງລຽນ ມີຄວາມສະດວກໃນການສັນຈອນ, ສືບຕໍ່ປະຕິບັດວຽກງານບັງຄັບໃຊ້ກົດໝາຍ ໂດຍນໍາເອົາ ດຳລັດ 188/ນຍ ແລະ ມະຕິ 63 ຂອງອົງການປົກຄອງນະຄອນຫຼວງວຽງຈັນ ວ່າດ້ວຍສໍສະອາດ ໂດຍມີການອອກກວດກາຈັບຄວາມໄວ, ກວດທາດເຫຼົ້າ, ກວດລົດບັນທຸກທີ່ບັນທຸກເກີນຂະໜາດ, ຈອດລົດຊະຊາຍຕາມສາຍທາງ ເມື່ອພົບເຫັນ ເຈົ້າໜ້າທີ່ຈະໃຊ້ມາດຕະການເດັດຂາດໂດຍມີການລ໋ອກລໍ້ລົດ ຫຼື ລາກແກ່ ເພື່ອຫຼຸດຜ່ອນຄວາມແອອັດຂອງການສັນຈອນ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມສາຍທາງ; ສະເພາະຈະລາຈອນປະຈຳປ້ອມ ຍັງຈະສືບຕໍ່ຊີ້ນໍາ-ນໍາພາ ໃຫ້ເອົາໃຈໃສ່ເຮັດໜ້າທີ່ວິຊາສະເພາະຕາມການມອບໝາຍ ໂດຍສະເພາະແມ່ນຕິດຕາມສະພາບການຈະລາຈອນ, ເອົາໃຈໃສ່ປະຈໍາປ້ອມຊົ່ວຄາວ ໃຫ້ໄດ້ 16 ຊົ່ວໂມງ ແລະ ປະຈໍາປ້ອມຖາວອນໃຫ້ໄດ້ 24 ຊົ່ວໂມງ ເພື່ອເຮັດໜ້າທີ່ອໍານວຍຄວາມສະດວກໃນການສັນຈອນ.