ກະຊວງ ຍຸຕິທໍາ ແຫ່ງ ສປປ ລາວ ຮ່ວມກັບ ກະຊວງ ຍຸຕິທໍາ ແຫ່ງ ສສ ຫວຽດນາມ ຈັດກອງປະຊຸມ ວຽກງານຍຸຕິທໍາບັນດາແຂວງຊາຍແດນລາວ-ຫວຽດນາມ ຄັ້ງທີ IV ຂຶ້ນໃນວັນທີ 3 ກໍລະກົດ 2018 ຢູ່ທີ່ນະຄອນຫຼວງວຽງຈັນ ໂດຍພາຍການເປັນປະທານຮ່ວມຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງ ຍຸຕິທໍາ ລາວ ແລະ ທ່ານ ເລແທງລອງ ລັດຖະມົນຕີກະຊວງ ຍຸຕິທໍາ ສສ ຫວຽດນາມ, ພ້ອມດ້ວຍບັນດາຮອງລັດຖະມົນຕີ, ບັນດາແຂວງທີ່ມີຊາຍແດນຕິດຈອດ ແລະ ຄະນະຜູ້ແທນກອງປະຊຸມເຂົ້່າຮ່ວມ.

ທ່ານ ໄຊສີ ສັນຕິວົງ ກ່າວວ່າ: ການຈັດກອງປະຊຸມຂຶ້ນໃນຄັ້ງນີ້ ເພື່ອສະຫຼຸບຜົນ, ຕີລາຄາ ແລະ ຖອດຖອນບົດຮຽນການຮ່ວມມື ວຽກງານຍຸຕິທໍາບັນດາແຂວງຊາຍແດນຕິດຍາວ ພ້ອມທັງຊອກຫາວິທີແກ້ໄຂ ແລະ ວາງແຜນຮ່ວມມືວຽກງານຍຸຕິທໍາຂອງບັນດາແຂວງຊາຍແດນ ລາວ-ຫວຽດນາມ ໃນຕໍ່ໜ້າ; ນອກຈາກນີ້, ຍັງຈະໄດ້ຄົ້ນຄວ້າ ແລະ ປຶກສາຫາລືບັນຫາທີ່ກ່ຽວຂ້ອງກັບການປະຕິບັດຄໍາຕັດສິນຂອງສານ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງກັບວຽກງານຍຸຕິທໍາຂອງສອງປະເທດຢູ່ຂັ້ນທ້ອງຖິ່ນ ແລະ ສູນກາງ ເພື່ອຜັນຂະຫຍາຍສົນທິສັນຍາ ວ່າດ້ວຍ ການຊ່ວຍເຫຼືອເຊິ່ງກັນແລະກັນ ໃນຄະດີແພ່ງ ແລະ ອາຍາ; ຫາລືກ່ຽວກັບວຽກງານສັນຊາດ ແລະ ທະບຽນຄອບຄົວ, ການຍ້າຍພູມລໍາເນົາແບບຊະຊາຍ ແລະ ແຕ່ງດອງໂດຍບໍ່ຖືກຕ້ອງຕາມກົດໝາຍຢູ່ບໍລິເວນຊາຍແດນ.

ທ່ານ ເລແທງລອງ ກ່າວຕື່ມອີກວ່າ: ບັນດາໝາກຜົນສໍາຄັນທີ່ໄດ້ຮັບຮອງເອົາໃນກອງປະຊຸມ ຈະສືບຕໍ່ສ້າງເປັນກໍາລັງໃນຢ່າງແຂງແຮງໃຫ້ແກ່ການພົວພັນຮ່ວມມືທີ່ຮັດແໜ້ນ ລະຫວ່າງສອງຂະແໜງຍຸຕິທໍາ ຫວຽດນາມ-ລາວ; ໃນນັ້ນ, ກໍມີການພົວພັນຮ່ວມມືລະຫວ່າງບັນດາອົງການຍຸຕິທໍາ, ອົງການປະຕິບັດຄໍາຕັດສິນທາງແພ່ງທ້ອງຖິ່ນຂອງສອງປະເທດ ໃຫ້ມີການພັດທະນາເລິກເຊິ່ງກວ່າເກົ່າ ແລະ ປະສິດທິຜົນກວ່າເກົ່າ.