ວັນທີ 3 ກໍລະກົດ 2018, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດຕັ້ງປາຖະກະຖາມູນເຊື້ອ 3 ວັນປະຫວັດສາດ ຄື: ວັນຄ້າຍວັນເກີດຂອງທ່ານປະທານ ສຸພານຸວົງ ຄົບຮອບ 109 ປີ ( 13 ກໍລະກົດ 1909-13 ກໍລະກົດ 2018 ), ວັນຄ້າຍວັນເກີດຂອງທ່ານ ເຈ ເກວາຣາ ຄົບຮອບ 90 ປີ ( 14 ມິຖຸນາ 1928-14 ມິຖຸນາ 2018 ) ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ( 18 ກໍລະກົດ 1997 ) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ( 5 ກັນຍາ 1962 ) ປາຖະກະຖາໂດຍ ພັອ ສຸດທະສົມ ບຸນນະສິງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະຫ້ອງ, ຄະນະພະແນກ, ໂຮງຮຽນ ປກສ ຊັ້ນກາງ ເລກ 2 ແລະ ພະນັກງານນັກ-ຮົບອ້ອມຂ້າງ ປກສ ແຂວງ ເຂົ້າຮ່ວມຮັບຟັງ.

ປະທານສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ 1909 ທີ່ແຂວງຫຼວງພະບາງ ໃນຄອບຄົວເຊື້ອເຈົ້າ ເພິ່ນເປັນນັກຮຽນເກັ່ງຂະຫຍັນ ແລະ ມີພອນສະຫວັນຫຼາຍດ້ານ, ດຳລົງຊີວິດແບບງ່າຍ, ບໍ່ຟຸມເຟືອຍ, ເພິ່ນສາມາດເວົ້າໄດ້ເຖິງ 10 ພາສາ. ປະທານ ສຸພານຸວົງ ແມ່ນໜຶ່ງໃນບັນດາຜູ້ນຳທີ່ມີນໍ້າໃຈຮັກຊາດອັນດູດດື່ມ, ມີຈິດໃຈອັນຕໍ່ສູ້ອົງອາດກ້າຫານ, ມີທັກສະຫຼັກໝັ້ນອັນໜັ້ກແໜ້ນ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອຊາດເພື່ອປະຊາຊົນ, ທ່ານແມ່ນຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ຕະຫຼອດທຸກໄລຍະຂອງການປະຕິວັດ ທ່ານໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເພື່ອຊີ້ນຳ-ນຳພາຂະບວນການປະຕິວັດລາວ ຍາດເອົາໄຊຊະນະອັນຍິ່ງໃຫຍ່ມາໃຫ້ແກ່ປະເທດຊາດ.

ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ໂດຍຍົກໃຫ້ເຫັນສະພາບແວດລ້ອມແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວຂອງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ, ໝາກຜົນອັນພົ້ນເດັ່ນຂອງການພົວພັນມິດຕະພາບ ແລະ ການສຶບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ເປັນຕົ້ນແມ່ນໝາກຜົນຂອງການຮ່ວມມືດ້ານ ປກສ-ປກຊ ໄດ້ປະສານສົມທົບການຢ່າງໜັກແໜ້ນແຟ້ນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ແຕ່ລະປະເທດ, ສືບຕໍ່ດຳເນີນການປັກຫຼັກໝາຍຊາຍແດນ ແລະ ເປີດດ່ານສາກົນນຳກັນ ເພື່ອເຮັດໃຫ້ຊາຍແດນຂອງສອງປະເທດ ກາຍເປັນຊາຍແດນຖາວອນແຫ່ງສັນຕິພາບ, ມິຕະພາບ ແລະ ການຮ່ວມມື, ພ້ອມກັນພັດທະນາຊາຍແດນຮອບດ້ານເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນໃຫ້ດີຂຶ້ນ.

ທ່ານ ເຈ ເກວາຣາ ເກີດເມື່ອວັນທີ 14 ມິຖຸນາ 1928 ທີ່ເມືອງໂຣຊາຣິໂອ ປະເທດອາກຊັງຕິນ ເຊິ່ງທ່ານແມ່ນນັກສາກົນນິຍົມຊົນຊັ້ນກຳມະຊີບ ການປະພຶດຕົວຈິງໃນການຕໍ່ສູ້ກັບຈັກກະພັດດ້ວຍກຳລັງອາວຸດຂອງເຈ ເກວາຣາ ໄດ້ພິສູດ ແລະ ຢັ້ງຢືນໃຫ້ເຫັນເຖິງແນວຄວາມຄິດຂອງເພິ່ນ ທີ່ວ່າ: “ ບ່ອນໃດເຮົາສາມາດຕໍ່ສູ້ ເພື່ອປົດປ່ອຍຜູ້ຖືກກົດຂີ່ຂູດຮີດ ບ່ອນນັ້ນລະຄືປິຕິພູມຂອງເຮົາ, ການຕໍ່ສູ້ຢ່າງເອົາເປັນເອົາຕາຍນັ້ນມັນບໍ່ມີຊາຍແດນຂີດຂັ້ນ, ພວກເຮົາບໍ່ສາມາດຈະຢູ່ເສີຍເມີຍເມື່ອມີສິ່ງໃດໜຶ່ງເກີດຂຶ້ນໃນພາກສ່ວນໃດສ່ວນໜຶ່ງຂອງໂລກ, ໄຊຊະນະຕໍ່ຈັກກະພັດຂອງປະເທດໃດກໍຕາມ ແມ່ນໄຊຊະນະຂອງພວກເຮົາ ”.