ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດພິທີມອບ-ຮັບອຸປະກອນສື່ສານ ໂຄງການສື່ສານທັນສະໄໝ ໃນວັນທີ 2 ກໍລະກົດ 2018, ກ່າວມອບໂດຍ ພັທ ແສງປະເສີດ ສຸທຳມະວົງ ຮອງຫົວໜ້າກົມສື່ສານ ກະຊວງ ປກສ, ກ່າວຮັບໂດຍ ພັທ ສີເວີນ ແກ້ວສີວົງສາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ກອງພັນ, ກອງບັນຊາການ ປກສ 5 ຕົວເມືອງ ແລະ ຄະນະຄ້າຍຄຸມຂັງ-ດັດສ້າງ ເຂົ້າຮ່ວມ.

ພັທ ແສງປະເສີດ ສຸທຳມະວົງ ກ່າວວ່າ: ການຕິດຕັ້ງອຸປະກອນສື່ສານ ໂຄງການສື່ສານທັນສະໄໝ ສຳເລັດແລ້ວ 4 ຈຸດຄື: ກອງບັນຊາການ ປກສ ແຂວງອັດຕະປື, ປກສ ເມືອງຊານໄຊ, ປກສ ເມືອງສະໜາມໄຊ ແລະ ດ່ານສາກົນພູເກືອ ເຊິ່ງໄດ້ຕິດຕັ້ງພ້ອມອຸປະກອນຄົບຊຸດ, ສ້າງຫ້ອງຄວບຄຸມໃໝ່ພ້ອມອຸປະກອນຄົບຊຸດ, ຕິດຕັ້ງລະບົບສູນບັນຊາ MSO, ຕູ້ເບສ, ຕິດຕັ້ງລະບົບໄຟສຳຮອງ, ສາຍສົ່ງ, ສາຍອິນເຕີເນັດ ແລະ ໝໍ້ນັບໄຟ. ນອກນັ້ນ, ຍັງໄດ້ປະກອບວິທະຍຸມືຖື ຈຳນວນທັງໝົດ 150 ຊຸດ.

ໂອກາດດຽວກັນ, ພັທ ສີເວີນ ແກ້ວສີວົງສາ ໄດ້ກ່າວຄຳຂອບໃຈ ແລະ ຍ້ອງຍໍຊົມເຊີຍມາຍັງກົມສື່ສານ, ກໍຄື ກະຊວງ ປກສ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານການສື່ສານໃນກຳລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະແມ່ນວຽກງານການສື່ສານຂອງກອງບັນຊາການ ປກສ ແຂວງອັດຕະປື ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມທັນສະໄໝ ແລະ ຮັບປະກັນໄດ້ດ້ານການຮັກສາຄວາມລັບຂອງວຽກງານວິຊາ ສະເພາະ; ເຊິ່ງກອງບັນຊາການ ປກສ ແຂວງ ຈະໄດ້ນຳໃຊ້ອຸປະກອນສື່ສານດັ່ງກ່າວເຂົ້າໃນຂົງເຂດວຽກງານຂອງກຳລັງປ້ອງກັນຄວາມສະຫງົບ ແຂວງອັດຕະປື ໃຫ້ໄດ້ຮັບໝາກຜົນສູງສຸດ.

ຕອນທ້າຍ, ກົມສື່ສານ ແລະ ປກສ ແຂວງ ກໍໄດ້ຮ່ວມກັນລົງນາມເຊັນບົດບັນທຶກມອບ-ຮັບອຸປະກອນສື່ສານ ໂຄງການສື່ສານທັນສະໄໝຢ່າງເປັນທາງການ ໂດຍຊ່ອງໜ້າພາກສ່ວນທີ່ກ່ຽວຂ້ອງ.