ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ( ຖວທ ) ໄດ້ເຜີຍແຜ່ຄໍາສັ່ງຂອງ ຄະນະເລຂາທິການສູນກາງພັກ ໃນວັນທີ 4 ກໍລະກົດ 2018 ເພື່ອເຮັດໃຫ້ຄະນະພັກ-ຄະນະນໍາກະຊວງ, ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນ ຖວທ ຮັບຮູ້ເຂົ້າໃຈກ່ຽວກັບ ມະຕິ, ຄໍາສັ່ງດັ່ງກ່າວ ແລ້ວຜັນຂະຫຍາຍເຂົ້າ ໃນການຈັດຕັ້ງປະຕິບັດໃຫ້ມີຄວາມຖືກຕ້ອງ, ສອດຄ່ອງ ແລະ ເປັນເອກະພາບໃນທົ່ວພັກ, ໂດຍການເຜີຍແຜ່ຂອງ ທ່ານ ສຈ ປອ ບໍ່ແສງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ ລັດຖະມົນຕີກະຊວງ ຖວທ.

ທ່ານ ສຈ ປອ ບໍ່ແສງຄໍາ ວົງດາລາ ໄດ້ກ່າວວ່າ: ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 04/ຄລສພ ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍ ການກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງການປົກຄອງເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ; ເຊິ່ງເນື້ອໃນການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ໄດ້ກໍານົດໄວ້ດັ່ງນີ້: 1. ການສ້າງຂະບວນການ, 2. ການກະກຽມດ້ານເນື້ອໃນ, 3. ການກະກຽມດ້ານບຸກຄະລາກອນ, 4. ການກໍານົດຈໍານວນຜູ້ອອກສະໝັກຮັບເລືອກຕັ້ງຄະນະພັກແຕ່ລະຂັ້ນ, 5. ການເລືອກຕັ້ງຄະນະບໍລິຫານງານພັກ, ຄະນະປະຈໍາພັກ, ເລຂາ, ຮອງເລຂາ, ປະທານ ແລະ ຮອງປະທານກວດກາພັກ, 6. ເງື່ອນໄຂຜູ້ທີ່ຈະໄດ້ຮັບການເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ແລະ ປະທານຄະນະກວດກາພັກແຕ່ລະຂັ້ນ; ໃນນີ້, ເປົ້າໝາຍທີ່ຈະເລືອກເປັນເລຂາຄະນະບໍລິຫານງານພັກ ແລະ ປະທານຄະນະກວດກາພັກແຕ່ລະຂັ້ນ ຕ້ອງແມ່ນຜູ້ໄດ້ຄະນະໄວ້ວາງໃຈໃນການເລືອກຕັ້ງຄະນະບໍລິຫານງານພັກຊຸດໃໝ່ ມີລໍາດັບທີ່ບໍ່ຫຼຸດເຄິ່ງໜຶ່ງຂອງຈໍານວນຄະນະບໍລິຫານງານພັກຊຸດໃໝ່.

ນອກນີ້, ຍັງໄດ້ເຜີຍແຜ່ຄໍາແນະນໍາກ່ຽວກັບ ການຈັດຕັ້ງປະຕິບັດຄໍາສັງຂອງກົມການເມືອງສູນກາງພັກ ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄໍາແນະນໍາກ່ຽວກັບ ການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍ ມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ.