ການໜູນໃຊ້ຂີ້ເຫຍື້ອໃຫ້ເປັນປະໂຫຍດ ກາຍເປັນປຸ໋ຍໝັກທີ່ດີ ທີ່ຊາວກະສິກຳບໍ່ຄວນເບິ່ງຂ້າມ, ຄຳວ່າຂີ້ເຫຍື້ອ ຫຼາຍຄົນກໍຮູ້ດີວ່າເປັນສິ່ງ ເສດເຫຼືອທີ່ບໍ່ມີປະໂຫຍດ, ເຊິ່ງຄົນສ່ວນຫຼາຍຕ້ອງທຳລາຍຖິ້ມດ້ວຍວິທີຕ່າງໆ.
ແຕ່ທ່ານຮູ້ບໍ່ວ່າການທີ່ທ່ານເຮັດແບບນີ້ ເໜືອນກັບວ່າທ່ານທຳລາຍເສດຖະກິດຂອງຕົນ ເພາະສິ່ງເສດເຫຼືອເຫຼົ່າ ນັ້ນຈະເປັນປະໂຫຍດຫຼາຍຢ່າງໃຫ້ແກ່ຊີວິດປະຈຳວັນຂອງພວກເຮົາ ແຕ່ວ່າຂີ້ເຫຍື້ອກໍຈະມີພຽງແຕ່ 2 ປະເພດໃຫຍ່ໆ ເຊັ່ນ: ປະເພດທີ່ເນົ່າເປື່ອຍໄດ້ ແລະ ບໍ່ເນົ່າເປື່ອຍໄດ້, ແຕ່ໃນມື້ນີ້ເຮົາຈະນຳສະເໜີສະເພາະຄຸນປະໂຫຍດຂອງຂີ້ ເຫຍື້ອທີ່ສາມາດເນົ່າເປື່ອຍໄດ້.

ຂີ້ເຫຍື້ອທີ່ສາມາດເນົ່າເປື່ອຍໄດ້ນັ້ນ ຈະມີຄຸນປະໂຫຍດຫຼາຍຢ່າງ ເປັນຕົ້ນແມ່ນຊ່ວຍເຮັດໃຫ້ດິນມີຄວາມຊຸ່ມຊື່ນ ຕະຫຼອດ, ຊ່ວຍປະຢັດລາຍຈ່າຍ ແລະ ເຮັດໃຫ້ພືດຜັກຈະເລີນເຕີບໂຕໄດ້ໄວ, ຊ່ວຍຫຼຸດຜ່ອນການລະບາດຂອງສັດ ຕູພືດ, ຊ່ວຍເພີ່ມຄວາມອຸດົມສົມບູນຂອງດິນ, ຊ່ວຍຮັກສາສິ່ງແວດລ້ອມໄດ້ດີ ແລະ ສາມາດຜະລິດໃຊ້ໄດ້ເອງ.
ວິທີການໝູນໃຊ້ຂີ້ເຫຍື້ອນັ້ນ ສາມາດເຮັດໄດ້ຫຼາຍດ້ານໂດຍສະເພາະໃຊ້ຜະລິດເປັນຝຸ່ນບົ່ມສ່ວນປະກອບ ແລະ ວິທີເຮັດແມ່ນນຳເອົາ ເສດໃບໄມ້, ຂີ້ເລື່ອຍ, ແກບ, ກາກອ້ອຍ, ກາບໝາກຖົ່ວ ແລະອື່ນໆ ທີ່ສາມາດຍ່ອຍສະ ລາຍໄດ້ (ໃຫ້ເລືອກເອົາໂຕໃດໂຕໜຶ່ງ ຫຼື ຈະນຳທຸກສ່ວນ ມາໃສ່ນຳກັນກໍໄດ້) ໃຫ້ໄດ້ອັດຕາສ່ວນ 1 ຄຸ ແລະ ຮຳອ່ອນ 1 ຄຸ, ແກບເຜົາ ຫຼື ແກບແຫ້ງ 1 ຄຸ. ຈາກນັ້ນ, ກໍປະສົມໃຫ້ເຂົ້າກັນດີ, ແລ້ວເອົາມາປະສົມກັບນໍ້າສະກັດທຳ ມະຊາດ ຫຼື ນ້ຳບີອີ ແລະ ກາກນ້ຳຕານ ຫຼື ນ້ຳຕານຊາຍ ມາຫົດ ໃຫ້ຊຸ່ມພໍດີ ຕາມອັດຕາສ່ວນການໃຊ້ນ້ຳບີອີ ເຮັດ ຝຸ່ນ (ປະລິມານນ້ຳ 10 ລິດຕໍ່ນໍ້າບີອີ 2 ບ່ວງແກງ ແລະ ກາກນ້ຳຕານ 2 ບ່ວງແກງ. ຖ້າບໍ່ມີກໍໃຊ້ນ້ຳຕານຊາຍແດງ ແທນ 2 ບ່ວງແກງ ກໍໄດ້ ). ຈາກນັ້ນ, ເອົາໄປກອງໄວ້ພື້ນທີ່ປູດ້ວຍສີມັງໃຫ້ສູງປະມານ 1 ຄືບ ແລ້ວປົກດ້ວຍເປົາ ປ່ານ ຫຼື ເຟືອງປະໄວ້ 3 ວັນ ກໍສາມາດນຳໄປໃຊ້ໄດ້ເລີຍ.

ສ່ວນວິທີໃນການໃຊ້ກໍລະນີໃຊ້ກັບພືດຜັກໃຊ້ປະມານ 2-4 ກໍາມື ຕໍ່ເນື້ອທີ່ປູກຝັງ 1 ຕາ ແມັດ ແລະ ຖ້າໃຊ້ກັບ ຕົ້ນໄມ້ກິນໝາກ 2-3 ກິ ໂລຕໍ່ຕົ້ນໄມ້ 1 ຕົ້ນຕໍ່ປີ. ນອກນັ້ນ, ຍັງສາມາດໃຊ້ຄຸມເຫງົ້າຕົ້ນໄມ້ກິນໝາກ ແລະ ໜານຜັກ ໂດຍສາມາດເຮັດໄດ້ແບບງ່າຍຄືນຳເອົາໃບໄມ້ ຫຼື ສິ່ງເສດເຫຼືອຕ່າງໆທີ່ສາມາດເນົ່າເປື່ອຍໄດ້ດີໄປ ຄຸມເຫງົ້າໄມ້ກິນໝາກ, ຕົ້ນພືດ ແລະ ໜານຜັກ. ຈາກນັ້ນ, ກໍຫົດນ້ຳບີອີ ປະສົມນ້ຳທຳມະດາຫົດ ເປັນປະ ຈຳຈະຊ່ວຍເຮັດໃຫ້ດິນມີຄວາມຊຸ່ມ ແລະ ຫຼຸດການເຕີບໂຕຂອງຫຍ້າໄດ້ດີ ແລະ ເວລາເສດໃບໄມ້ເປື່ອຍ ກໍຈະກາຍເປັນຝຸ່ນໃຫ້ພືດຜັກນຳອີກ ໂດຍອັດຕາສ່ວນນ້ຳທຳມະດາ 10 ລິດ ຕໍ່ນ້ຳ ບີອີ 1 ບ່ວງແກງ.