ພະແນກສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ ໄດ້ເປີດຂະບວນການໃຫ້ບໍລິການແບບວ່ອງໄວ ແລະ ໂປ່ງໃສ ເພື່ອເປັນການປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກງານຂອງພະນັກງານໃນຂົງເຂດລັດ ເພື່ອຕີຖອຍບັນດາຫາງສຽງຈາກສັງຄົມ ໃນວັນທີ 4 ກໍລະກົດ 2018 ໂດຍການເຂົ້າຮ່ວມຂອງ ທ່ານ ກົງຄຳ ສິດທິວໍລະດາ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ມີບັນດາການນຳ 3 ຂະແໜງສາຍຕັ້ງ, ຄະນະສ່ວຍສາອາກອນ, ບັນດາຂະແໜງການອ້ອມຂ້າງພະແນກການເງິນ ແລະ ພະນັກງານວິຊາການອ້ອມຂ້າງສ່ວຍສາອາກອນ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ທ່ານ ກົງຄຳ ສິດທິວໍລະດາ ກ່າວວ່າ: ການເປີດຂະບວນການໃນຄັ້ງນີ້ ເພື່ອເປັນການຈັດຕັ້ງປະຕິບັດຕາມທິດຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ທິດຊີ້ນຳຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ຕໍ່ກັບວຽກງານພັດທະນາກົງຈັກການຈັດຕັ້ງຂອງສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ ເພື່ອຮັບປະກັນຕໍ່ການປະຕິບັດວຽກງານໃຫ້ມີປະສິດທິຜົນສູງ, ແນໃສ່ປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກຂອງພະນັກງານໃນຂົງເຂດລັດ ເວົ້າລວມ, ເວົ້າສະເພາະແມ່ນຂົງເຂດສ່ວຍສາອາກອນໃຫ້ກະທັດຮັດ, ວ່ອງໄວ, ໂປ່ງໃສ ແລະ ກວດກາໄດ້ຂອງເຈົ້າໜ້າທີ່ສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ, ເຊິ່ງເປັນສ່ວນໜຶ່ງຂອງການປັບປຸງລະບົບແບບແຜນ ແລະ ວິທີເຮັດວຽກຂອງພະນັກງານ ຫຼື ເຈົ້າໜ້າທີ່ສ່ວຍສາອາກອນ ເພື່ອເປັນການເຊີດຊູບົດບາດຂອງຂະແໜ່ງສ່ວຍສາອາກອນທົ່ວປະເທດ ເວົ້າລວມ, ເວົ້າສະເພາະກໍແມ່ນຢູ່ໃນຂອບເຂດນະຄອນຫຼວງວຽງຈັນ ໃຫ້ສູງເດັ່ນຂຶ້ນ ພ້ອມທັງເປັນການຕີຖອຍບັນດາຫາງສຽງທີ່ຈົ່ມວ່າຈາກສັງຄົມຕໍ່ກັບວຽກງານສ່ວຍສາອາກອນ ໃຫ້ຫຼຸດລົງຢ່າງໄວ ແລະ ເທົ່າທີ່ຈະໄວໄດ້.

ໃນໄລຍະຜ່ານມາ, ມີຫົວໜ່ວຍທຸລະກິດຢູ່ໃນການຄຸ້ມຄອງທັງໝົດ 42.487 ຫົວໜ່ວຍ, ໃນປີ 2018 ພະແນກສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ ໄດ້ຮັບແຜນການຈັດເກັບລາຍຮັບຈາກກະຊວງການເງິນ ຈຳນວນ 1.146.613 ຕື້ກີບ ທຽບໃສ່ແຜນການໃນສົກປີ 2017 (1.053.200 ຕື້ກີບ) ເພີ່ມຂຶ້ນ 8.86% ເປັນເງິນ 93.413 ຕື້ກີບ; ໃນນັ້ນ, ຂັ້ນນະຄອນຫຼວງ ຄຸ້ມຄອງເກັບ 806.580 ຕື້ກີບ ກວມ 70.34% ແລະ ຂັ້ນເມືອງຄຸ້ມຄອງ ເກັບ 340.030 ຕື້ກີບ ກວມ 29.65%, ຮອດວັນທີ 30 ມິຖຸນາ 2018 ສາມາດປະຕິບັດໄດ້ທັງໝົດ 573.550 ຕື້ກີບ ເທົ່າກັບ 50.02% ຂອງແຜນການປີ (1.146.613 ຕື້ກີບ), ທຽບແຜນ 6 ເດືອນຕົ້ນປີ ໄດ້ 104.21%, ລື່ນໄລຍະດຽວກັນຂອງປີ 2017 ແມ່ນ 179.73 ຕື້ກີບ ຫຼື ເທົ່າກັບ 145.64% ຂອງໄລຍະດຽວກັນ.

ພາຍຫຼັງເປີດຂະບວນການແລ້ວ ແມ່ນຈະແຈ້ງໃຫ້ພໍ່-ແມ່ປະຊາຊົນ, ພະນັກງານລັດຖະກອນ, ທະຫານ-ຕຳຫຼວດ, ຜູ້ປະກອບການ ລວມທັງເຈົ້າໜ້າທີ່ຜູ້ໃຫ້ບໍລິການ ໄດ້ຮູ້ຈັກຂັ້ນຕອນຂອງການເດີນເອກະສານທີ່ຕິດພັນກັບແຕ່ລະວຽກງານໃນຂະແໜງສ່ວຍສາອາກອນ, ກຳນົດເວລາທີ່ຈະໄດ້ຮັບເອກະສານ ຫຼື ຄຳຕອບ ແລະ ຈໍານວນເງິນຄ່າແບບພິມ-ຄ່າບໍລິການທີ່ຈະຕ້ອງໄດ້ຈ່າຍໃນແຕ່ລະເອກະສານຢ່າງລະອຽດ ແລະ ຈະແຈ້ງ ເປັນຕົ້ນແມ່ນວຽກງານບໍລິການອອກເລກປະຈຳແກ່ວິສະຫະກິດທີ່ເປີດໃໝ່, ວຽກງານບໍລິການອອກໃບຢັ້ງຢືນການມອບພັນທະອາກອນປະຈຳປີ, ວຽກງານບໍລິການດັດແກ້ຂໍ້ມູນ ແລະ ການອອກໃບຢັ້ງຢືນການມອບພັນທະອາກອນ ປະຈຳປີ, ວຽກງານບໍລິການດັດແກ້ຂໍ້ມູນ ແລະ ການອອກໃບຢັ້ງຢືນຢຸດຊົວຄາວ ຫຼື ຖາວອນຕາມການສະເໜີຂອງຫົວໜ່ວຍວິສາຫະກິດ ແລະ ແຕ່ງຕັ້ງຄະນະຮັບຜິດຊອບປະຊາສຳພັນໃນການແນະນຳຂໍ້ມູນແກ່ຜູ້ມາໃຊ້ບໍລິການ. ຖ້າຫາກມີການຮຽກເກັບຄ່າແບບພິມ-ຄ່າບໍລິການເກີນອັດຕາທີ່ໄດ້ກຳນົດໄວ້ ແມ່ນຖືວ່າຜິດຕໍ່ລະບຽບ ແລະ ສາມາດຮ້ອງຟ້ອງຕໍ່ຂະບວນການຍຸຕິທຳໄດ້ ນີ້ເອີ້ນວ່າ: “ລະບົບບໍລິການທີ່ໂປ່ງໃສ່”. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນ ຈົ່ງພ້ອມກັນຮ່ວມມືເປັນເຈົ້າການໃນການຈັດຕັ້ງປະຕິບັດໃຫ້ເຂັ້ມງວດ ແລະ ມີປະສິດທິຜົນ ເພື່ອເປັນການປະກອບສ່ວນກະຕຸກຊຸກຍູ້-ຜັກດັນໃຫ້ການເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ດີຂຶ້ນກວ່າເກົ່າ.