ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ ປະຈໍາ ກຸ່ມ 2 ທົ່ງຕູມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະຫຼຸບວຽກງານລົງກໍ່ສ້າງຮາກຖານການເມືອງ ຢູ່ບ້ານດົງໝ້ຽງ ໃນວັນທີ 4 ກໍລະກົດ 2018 ໂດຍການເປັນປະທານຂອງ ພັທ ແກ້ວມາລາ ສິງທອງ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ທັງເປັນຫົວໜ້າຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງໝູ່ 2 ທົ່ງຕູມ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ, ມີທ່ານຫົວໜ້າຫ້ອງການຊັບພະຍາກອນ ແລະ ສິ່ງແວດລ້ອມ ເມືອງຈັນທະບູລີ, ບັນດາພະນັກລົງກໍ່ສ້າງຮາກຖານການເມືອງ, ແຂກຮັບເຊີນ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ພັທ ລໍາເງິນ ຟອງມີໄຊ ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ ປະຈໍາກຸ່ມ 2 ທົ່ງຕູມ ໄດ້ຜ່ານບົດສະຫຼຸບການລົງກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂປະກົດການຫຍໍ້ທໍ້ຂອງບ້ານດົງໝ້ຽງ ວ່າ: ພາຍຫຼັງກໍາລັງກໍ່ສ້າງຮາກຖານການເມືອງ ໄດ້ລົງປະຕິບັດໜ້າທີ່ຢູບ້ານທົ່ງຕູມ ແຕ່ວັນທີ 30 ພຶດສະພາ-30 ມິຖຸນາ 2018 ເຫັນວ່າ ມີຜົນສໍາເລັດຫຼາຍດ້ານ ສະແດງອອກຄື: ໄດ້ນໍາພາພະນັກງານກໍ່ສ້າງຮາກຖານການເມືອງ ແລະ ພະນັກງານບ້ານລົງສໍາຫຼວດ ແລະ ເກັບສະຖິຕິຂອງພົນລະເມືອງ, ຄົນເພີ່ມຄົນຫຼຸດ, ຄົນມາພັກເຊົາຊົ່ວຄາວ ແລະ ບໍ່ມີໜ້າຊົ່ວຄາວ, ເກັບກໍາພາຫະນະພິເສດ ແລະ ອາຊີບພິເສດ, ຂຶ້ນບັນຊີເປົ້າໝາຍ, ຄຸ້ມຄອງຄົນຕ່າງປະເທດ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນພາຍໃນບ້ານ; ເຮັດໃຫ້ບ້ານດົງໜ້ຽງ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບດີ.

ນອກນີ້, ຍັງໄດ້ນໍາພາເຮັດວຽກງານຈັດສັນຄວາມເປັນລະບຽບຮຽບຮ້ອຍ ແລະ ສະພາບສິ່ງແວດລ້ອມຢູ່ພາຍໃນບ້ານ ໂດຍລົງເຮັດບົດບັນທຶກສັນຍາກ່າວເຕືອນຄອບຄົວທີ່ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ໃຫ້ເກັບມ້ຽນສິ່ງກີດຂວາງການສັນຈອນຂີ້ເຫຍື້ອ, ໂຖດອກໄມ້ ແລະອື່ນໆ ໄດ້ 22 ຫຼັງຄາເຮືອນ.

ໂອກາດດຽວກັນ, ທ່ານ ນາງ ບົວລອນ ວົງດາລາແສນ ກໍໄດ້ເນັ້ນໃຫ້ກໍາລັງກໍ່ສ້າງຮາກຖານການເມືອງ ປະຈໍາກຸ່ມ 2 ທົ່ງຕູມ ຈົ່ງເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຢ່າງຫ້າວຫັນ, ນໍາພາພະນັກງານໃນແຕ່ລະບ້ານ ໃຫ້ຮູ້ຈັກເຮັດວຽກໃນແຕ່ລະໜ້າວຽກຂອງຕົນ ໂດຍສະເພາະແມ່ນ: ສາມາດເກັບກໍາຂໍ້ມູນ, ຂຶ້ນບັນຊີ, ແກ້ໄຂເປົ້າໝາຍ ແລະ ປະກົດການຫຍໍ້ຕ່າງໆທີ່ຈະເກີດຂຶ້ນ ເພື່ອເຮັດໃຫ້ພາຍໃນບ້ານມີຄວາມສະຫງົບປອດໄພດີຂຶ້ນເປັນກ້າວໆ.