ເນື່ອງໃນໂອກາດວັນແພດລາວ ທີ 18 ມິຖຸນາ ຜ່ານມານີ້, ຄະນະບໍລິຫານງານຊາວໜຸ່ມຂອງກະຊວງສາທາລະນະສຸກ ໄດ້ຈັດຂະບວນການບໍລິຈາກເລືອດ ໃນວັນທີ 3 ກໍລະກົດ 2018 ໂດຍການເປັນປະທານຂອງ ທ່ານ ດຣ. ນາງ ແສງຈ້ອຍ ປັນຍາວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງສາທາລະນະສຸກ, ມີພະນັກງານທີ່ກ່ຽວຂ້ອງ ແລະ ສະມາຊິກຊາວໜຸ່ມອ້ອມຂ້າງກະຊວງ ຈໍານວນ 208 ສະຫາຍເຂົ້າຮ່ວມ.

ທ່ານ ດຣ. ນາງ ແສງຈ້ອຍ ປັນຍາວົງ ກ່າວວ່າ: ການຈັດຂະບວນການບໍລິຈາກເລືອດໃນຄັ້ງນີ້, ກໍເພື່ອເປັນການສ້າງຂະບວນການໃຫ້ເປັນບັນຍາກາດຟົດຟື້ນ ເພື່ອສະຫຼອງວັນແພດລາວ (18 ມິຖຸນາ) ທັງເປັນການສ້າງຂະບວນການຢ່າງຮອບດ້ານເພື່ອຕ້ອນຮັບກອງປະຊຸມ 3 ຂັ້ນຂອງ 3 ອົງການຈັດຕັ້ງ ກໍຄືການຈັດຕັ້ງພັກຂອງກະຊວງໃຫ້ຕິດພັນກັບວຽກງານວິຊາສະເພາະ, ຕິດພັນກັບວຽກງານພັດທະນາຊາວໜຸ່ມ ໂດຍສະເພາະວຽກງານ 4 ບຸກ ເຮັດໃຫ້ການປະຕິບັດວຽກງານຕ່າງໆໃຫ້ສອດຄ່ອງ, ເອກະພາບຖືກຕ້ອງຕາມແນວທາງປ່ຽນແປງໃໝ່ຕາມທິດຊີ້ນໍາຂອງກະຊວງສາທາລະນະສຸກ.

ນອກນັ້ນ, ຍັງເປັນການເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມບັນດາຊາວໜຸ່ມຮ່ວມກັນບໍລິຈາກເລືອດ ເພື່ອນໍາເອົາເລືອດທີ່ໄດ້ໄປຊ່ວຍເຫຼືອເພື່ອນມະນຸດດ້ວຍກັນໃນຍາມມີເຫດສຸກເສີນໃຫ້ທ່ວງທັນຕາມເຫດການ ເພາະຊາວໜຸ່ມປຽບເໝືອນແຂນຂວາຂອງພັກ ກະດູກສັນຫຼັງຂອງຊາດສົມກັບຄໍາຂະໜານນາມທີ່ປະທານ ໄກສອນ ພົມວິຫານ ເຄີຍກ່າວໄວ້ວ່າ: ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະໄໝພວກເຮົາ.