ນີ້ເປັນບົດຮຽນສໍາລັບຜູ້ປະກອບການຫຼາຍໆຄົນ ເຊິ່ງ ຕ້ອງໄດ້ກວດກາປະຫວັດຂອງບຸກຄົນໃຫ້ຈະແຈ້ງກ່ອນຮັບ ເຂົ້າເປັນກໍາມະກອນ ຫຼື ເປັນລູກຈ້າງ ເພາະຜ່ານມາ ມີບາງກໍລະນີທີ່ລູກຈ້າງ ໂອກາດລັກເອົາເຄື່ອງຂອງ ຫຼື ຊັບສິນ ມີຄ່າຂອງນາຍຈ້າງແລ້ວຫຼົບໜີ.

ໃນເດືອນພຶດສະພາຜ່ານມາ, ນາງ ບຸນຈັນ ອາຍຸ 41 ປີ ຄ້າຂາຍ ຢູ່ບ້ານໂພນງາມ ເມືອງໄຊທານີ ນະຄອນຫຼວງວຽງ ຈັນ ໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໃຫ້ດໍາເນີນຄະດີກັບລູກຈ້າງຂອງຕົວເອງ ຊື່ ທ້າວ ເດືອນ ອາຍຸ 24 ປີ ຢູ່ບ້ານສະພັງມຶກ ເມືອງໄຊທານີ ທີ່ກໍ່ເຫດງັດເຂົ້າຮ້ານຂອງຕົນແລ້ວລັກເອົາເຄື່ອງພາຍໃນຮ້ານໄປຈໍາ ນວນຫຼາຍ.

ພາຍຫຼັງເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ຮັບແຈ້ງຄວາມ, ກໍໄດ້ແຕ່ງກໍາລັງວິຊາສະເພາະໄປຕິດຕາມຈັບຕົວ ທ້າວ ເດືອນ ເພື່ອເອົາມາສອບສວນ, ເຊິ່ງສາມາດຈັບຜູ້ກ່ຽວໄດ້ໃນວັນທີ 23 ພຶດສະພາ 2018.

ຜ່ານການສອບສວນ, ຜູ້ກ່ຽວຮັບສາລະພາບວ່າ ໃນວັນທີ 9 ເມສາ 2018 ຜູ້ກ່ຽວໄດ້ສະໝັກເຂົ້າເປັນກໍາມະກອນ ຂາຍເຄື່ອງແຫ້ງຢູ່ຮ້ານຂອງ ນາງ ບຸນຈັນ, ເຊິ່ງຕັ້ງຢູ່ບ້ານທ່າສະຫວ່າງ ເມືອງໄຊທານີ.  ພວກກ່ຽວເຮັດວຽກໄດ້ໄລ ຍະໜຶ່ງ ຈຶ່ງໄດ້ຫາວິທີ່ລັກງັດເຂົ້າຮ້ານເພື່ອລັກເຄື່ອງໄປຂາຍເອງ ໂດຍຜູ້ກ່ຽວໃຫ້ເຫດຜົນວ່າໄດ້ແຕ່ເງິນເດືອນບໍ່ພໍ ໃຊ້ຈ່າຍ.  ມາຮອດຄໍ່າຄືນຂອງວັນທີ 13 ເມສາ 2018, ຈິ່ງໄດ້ລົງມືຕາມແຜນທີ່ກະກຽມ ໂດຍໄດ້ຂັບຂີ່ລົດຈັກເວບ 100 ສີປອນດໍາ ໝາຍເລກທະບຽນ ຍອ 1979 ກໍາແພງນະຄອນ ໄປຈອດປະໄວ້ຢູ່ຂ້າງຮ້ານດັ່ງກ່າວແລ້ວປີນຂຶ້ນ ໄປເທິງຫຼັງຄາຮ້ານ. ຈາກນັ້ນ, ກໍໃຊ້ມືງັດແຜ່ນກະເບື້ອງອອກພໍໃຫ້ຫຼົມຕົວແລ້ວເຂົ້າໄປໃນຮ້ານ ເພື່ອລັກເອົາເຄື່ອງ ຂອງຕ່າງໆ; ໃນນີ້, ມີຢາສູບອາແດງ-ອາຂຽວ ຈໍານວນ 17 ຕຸດ, ຢາສູບລາວສີຂຽວ-ສີແດງຈໍານວນ 32 ຕຸດ, ຄົ້ນເອົາເງິນຢູ່ລີ້ນຊັກໂຕະ 270.000 ກີບ, ໂທລະສັບມືຖື 1 ໜ່ວຍ, ເຫຼົ້າແບນຍີ່ຫໍ້ 258 ຈໍານວນ 2 ແກ້ວ ແລະ ພຣະເຄື່ອງ 9 ອົງ ແລ້ວໜີອອກບ່ອນເກົ່າ ກ່ອນທີ່ຜູ້ກ່ຽວຈະໄປຊອກເຊົ່າຫ້ອງນອນຢູ່ເຮືອນພັກແຫ່ງໜຶ່ງເຂດບ້ານ ໄຊສະຫວ່າງ.

ມາຮອດວັນທີ 14 ເມສາ 2018, ກໍເອົາເຄື່ອງທີ່ລັກນັ້ນໄປຂາຍໂດຍເອົາຢາສູບໄປຂາຍໃຫ້ຮ້ານຂາຍເຄື່ອງຍ່ອຍເຂດ ຄິວລົດສາຍໃຕ້; ໄດ້ເງິນ 1.300.000 ກີບ. ສ່ວນເຫຼົ້າແມ່ນຜູ້ກ່ຽວກິນເອງ ແລະ ພຣະ 9 ອົງ ກໍເກັບຮັກສາໄວ້.

ວັນທີ 20 ເມສາ 2018, ເວລາ 23:00 ໂມງ, ທ້າວ ເດືອນ ໄດ້ກັບໄປລັກເຄື່ອງຢູ່ຮ້ານເກົ່າອີກຄັ້ງ ແຕ່ຄັ້ງນີ້ໄດ້ຊວນ ເອົາ ທ້າວ ແອັງ ອາຍຸ 21 ປີ ຢູ່ບ້ານທົ່ງຂັນຄໍາ ເມືອງຈັນທະບູລີ ໄປນໍາ. ທັງສອງໄດ້ພາກັນຂັບຂີ່ລົດຈັກໄປຄົນລະຄັນ; ໄປຈອດໄວ້ຢູ່ທາງຫຼັງຂອງຮ້ານດັ່ງກ່າວ ແລະ ໃຊ້ວິທີການງັດແງະແບບເກົົ່າ. ຄັ້ງນີ້, ໄດ້ພາກັນລັກເອົາຢາສູບລາວ 33 ຕຸດ, ຢາສູບຍີ່ຫໍ້ຈອນນີ້ 17 ຕຸດ, ຢາສູບອາຂຽວ-ອາແດງ 23 ຕຸດ ແລະ ຢາສູບຍີ່ຫໍ້ມາຍເຊເວັນ 2 ຕຸດ.

ພາຍຫຼັງລັກມາແລ້ວ, ກໍເອົາໄປຊຸກເຊື່ອງໄວ້ຢູ່ເຮືອນຂອງທ້າວ ແອັງ ເຂດບ້ານສະພັງເມີກ. ຕອນເຊົ້າຂອງວັນຕໍ່ມາ, ກໍເອົາໄປຂາຍຢູ່ຮ້ານເກົ່າທີ່ຕັ້ງຢູ່ໃກ້ກັບຄີວລົດໂດຍສານສາຍໄຕ້; ໄດ້ເງິນ 2.300.000 ກີບ ແລ້ວປັນກັນຄົນເຄິ່ງ ກ່ອນ  ຈະແຍກຍ້າຍກັນໄປຄົນລະທາງ.

ມາວັນທີ 22 ພຶດສະພາ 2018, ທ້າວ ເດືອນ ຖືກເຈົ້າໜ້າທີ່ ປກສ ເມືອງໄຊທານີ ຈັບຕົວມາດໍາເນີນຄະດີ.  ສ່ວນ ທ້າວ ແອັງ ແມ່ນຖືກຈັບຕົວໃນວັນທີ 22 ມິຖຸນາ 2018.