ສະຫະພັນແມ່ຍິງກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ ( 20 ກໍລະກົດ 1955-20 ກໍລະກົດ 2018 ) ໃນວັນທີ 16 ກໍໍລະກົດຜ່ານມາ, ເພື່ອໃຫ້ເອື້ອຍ-ນ້ອງສະມາຊິກແມ່ຍິງຮັບຮູ້ເຂົ້າໃຈກ່ຽວກັບການກໍາເນີດເກີດຂຶ້ນ ແລະ ມູນເຊື້ອຂອງວັນສໍາຄັນດັ່ງກ່າວ ໂດຍການປາຖະກະຖາຂອງ ທ່ານ ນາງ ບົວຈັນ ສີຫານາດ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ມີຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ແຂກຮັບເຊີນ ແລະ ເອື້ອຍ-ນ້ອງສະມາຊິກແມ່ຍິງເຂົ້າຮ່ວມ.

ທ່ານ ນາງ ບົວຈັນ ສີຫານາດ ໄດ້ຍົກໃຫ້ເຫັນການມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວວ່າ: ໂດຍປະຕິລບັດຕາມແນວນະໂຍບາຍຂອງພັກ ແມ່ຍິງໄດ້ຕັ້ງໜ້າເຂົ້າຮ່ວມໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າດ້ວຍຫຼາຍຮູບການ, ການຈັດຕັ້ງແມ່ຍິງໄດ້ຮັບການສ້າງຕັ້ງຂຶ້ນໄປພ້ອມກັນບັນດາອົງການຈັດຕັ້ງຮາກຖານຂອງການປະຕິວັດ ໂດຍຈັດຕັ້ງໜ່ວຍ, ເອື້ອຍນັກຮົບ ເພື່ອເບິ່ງແຍງລ້ຽງດູກອງທະຫານກູ້ຊາດ, ແມ່ຍິງໄດ້ສະໝັກເຂົ້າເປັນກອງຫຼອນ, ເຂົ້າຮ່ວມລໍາລຽງຂົນສົ່ງອາຫານ, ຢາ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ທີ່ຈໍາເປັນອື່ນໆ ໃຫ້ກໍາລັງປະຕິວັດ, ແມ່ຍິງລາວທີ່ຢູ່ເຂດປົກຄອງຂອງພວກສັດຕູ ກໍໄດ້ຕໍ່ສູ້ປະເຊີນໜ້າກັບພວກສັດຕູໃນແຕ່ລະວັນ, ເຖິງວ່າພວກສັດຕູຈະປາບປາມ, ຈັບກຸມຄຸມຂັງ ແຕ່ກໍບໍສາມາດເອົາຊະນະນໍ້າໃຈຮັກຊາດ, ຄວາມອົງອາດກ້າຫານ, ນໍ້າໃຈເສຍສະຫຼະ ແລະ ຄວາມຈົງຮັກພັກດີຕໍ່ການປະຕິວັດຂອງແມ່ຍິງລາວໄດ້, ກົງກັນຂ້າມ ຍິ່ງຖືກປາບປາມເທົ່າໃດ ແປວໄຟແຫ່ງຄວາມຮັກຊາດ ແລະ ຄວາມຄຽດແຄ້ນສັດຕູກໍຍິງເພີ່ມທະວີຂຶ້ນ; ພາຍໃຕ້ການນໍາພາຂອງພັກ ອົງການຈັດຕັ້ງແມ່ຍິງແມ່ຍິງຢູ່ຂັ້ນຮາກຖານຈຶ່ງໄດ້ເກີດຂຶ້ນ ຈາກການຈັດຕັ້ງໜ່ວຍແມ່ຍິງນັກຮົບຢູ່ຊົນນະບົດ, ໜ່ວຍຍຸວັນນາລີຢູ່ຕົວເມືອງ ການຈັດຕັ້ງດັ່ງກ່າວໄດ້ມີການເຄື່ອນໄຫວ ແລະ ເຕີບໃຫຍ່ຂະຫຍາຍຕົວນັບມື້ນັບກວ້າງຂວາງ ແລະ ເປັນຕົ້ນກໍາເນີດຂອງຄະນະຂົນຂວາຍສ້າງຕັ້ງສະມາຄົມແມ່ຍິງລາວຮັກຊາດ ເຊິ່ງໄດ້ປະກາດຢ່າງເປັນທາງການໃນວັນທີ 20 ກໍລະກົດ 1955 ຢູ່ເຂດທີ່ໝັ້ນຂອງການປະຕິວັດແຂວງຫົວພັນ ໂດຍແມ່ນທ່ານ ນາງ ຄໍາຫຼ້າ ວົງສັກ ເປັນຫົວໜ້າ, ທ່ານ ນາງ ຄໍາສຸກ ວົງວິຈິດ ເປັນຮອງ ແລະ ທ່ານ ນາງ ຄໍາພງ ບຸບຜາ ເປັນກໍາມະການ ເພື່ອນໍາພາຂະບວນການແມ່ຍິງລາວໃນທົ່ວປະເທດ ໂດຍຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງພັກ ແລະ ເດັດດ່ຽວ ປະຕິບັດຕາມຄໍາຂັວນທີ່ວ່າ ທຸກສິ່ງຢ່າງເພື່ອແນວໜ້າ, ທຸກສິ່ງຢ່າງເພື່ອຕີເອົາຊະນະຈັກກະພັດ ແລະ ລູກມື ຈາການການປະກອບສ່ວນຢ່າງຕັ້ງໜ້າຄຽງບ່າຄຽງໄລ່ກັບເພດຊາຍ ຈຶ່ງເຮັດໃຫ້ກໍາລັງປະຕິວັ  ດນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ທັງເປັນການປະກອບສ່ວນໃນການລຸກຮື້ຂຶ້ນຢຶດອໍານາດໃນທົ່ວປະເທດ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975.ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນແລ້ວ ຂະບວນການປະຕິວັດຂອງເອື້ອຍ-ນ້ອງແມ່ຍິງໄດ້ສືບຕໍ່ຂະຫຍາຍຕົວຢ່າງກວ້າງຂວາງໃນທຸກຂົງເຂດວຽກງານ, ມາຮອດວັນທີ 21-24 ມີນາ 1984 ກອງປະຊຸມໃຫຍ່ແມ່ຍິງລາວທົ່ວປະເທດ ຄັ້ງທີ I ໄດ້ໄຂຂຶ້ນຢ່າງເປັນທາງການ, ກອງປະຊຸມໄດ້ຕົກລົງປ່ຽນຊື່ຈາກສະມາຄົມແມ່ຍິງລາວຮັກຊາດ ມາເປັນ ສະຫະພັນແມ່ຍິງລາວ, ກອງປະຊຸມໄດ້ຄົ້ນຄວ້າຮັບຮອງເອົາເນື້ອໃນຄໍາຂັວນ 3 ດີ 2 ໜ້າທີ່ ຄື: ພົນລະເມືອງດີ, ເປັນແມ່ທີ່ດີ, ເປັນເມຍທີ່ດີ, ປົກປັກຮັກສາກໍ່ສ້າງປະເທດຊາດ, ປົດປ່ອຍແມ່ຍິງ; ກອງປະຊຸມໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນການງສະຫະພັນແມ່ຍິງລາວ ຈໍານວນ 27 ທ່ານ ແລະ ເລືອກເອົາທ່ານ ນາງ ຄໍາແພງ ບຸບຜາ ເປັນປະທານ, ທ່ານ ນາງ ເພັດສະໝອນ ລາຊະສິມມາ ເປັນຮອງປະທານ ແລະ ມີສະມາຊິກແມ່ຍິງທົ່ງປະເທດ 426.032 ຄົນ.