ພັທ ບົວສອນ ແສງສະຫວາງ ຫົວໜ້າປ້ອງກັນເຄື່ອນທີ່ ປກສ ແຂວງສະຫວັນນະເຂດ ໄດ້ນໍາພາພະນັກງານ-ນັກຮົບທົ່ວກຳລັງປ້ອງກັນເຄື່ອນທີ່ ປກສ ແຂວງ ຈໍານວນ 52 ສະຫາຍ ຍິງ 5 ສະຫາຍ ໄປຮ່ວມບໍລິຈາກເລືອດກັບທີມງານຮັບບໍລິຈາກເລືອດ ອົງການກາແດງ ນຳໂດຍ ທ່ານ ບຸນແຕ່ງ ສຸດທິຈັກ ຫົວໜ້າອົງການກາແດງແຂວງ ສະຫວັນນະເຂດ ພ້ອມດ້ວຍຄະນະ ໃນວັນທີ 10 ກໍລະກົດ 2018.

ກິດຈະກຳບໍລິຈາກເລືອດໃນຄັ້ງນີ້ ເປັນການປູກຈິດສຳນຶກໃຫ້ກຳລັງປ້ອງກັນເຄື່ອນທີ່ ປກສ ແຂວງ ໄດ້ຮັບຮູ້ກ່ຽວກັບການບໍລິຈາກເລືອດແບບສະໝັກໃຈ, ບໍ່ຮຽກຮ້ອງສິ່ງຕອບແທນ ເພື່ອເປັນການກອບກູ້ ແລະ ຊ່ວຍເຫຼືອເພື່ອນມະນຸດໃນສັງຄົມນຳກັນ, ເພື່ອເຮັດໃຫ້ມີເລືອດໃຊ້ພຽງພໍກັບຄວາມຕ້ອງການຂອງຄົນເຈັບໃນສະພາບຕົວຈິງຂອງແຕ່ລະໂຮງໝໍ ທີ່ມີຄົນເຈັບຕ້ອງການເລືອດເປັນຈຳນວນຫຼວງຫຼາຍ, ຍັງເປັນການເຮັດໃຫ້ຜູ້ບໍລິຈາກເລືອດໄດ້ຮູ້ເຖິງໝວດເລືອດຂອງຕົນເອງ ແລະ ພະຍາດທີ່ສາມາດກວດຮູ້ໄດ້ເຊັ່ນ: ໄວຣັດຕັບ B, ໄວຣັບຕັບ C ແລະ HIV ເປັນຕົ້ນ.

ໃນພິທີ, ທ່ານ ບຸນແຕ່ງ ສຸດທິຈັກ ຍັງໄດ້ອະທິບາຍຕື່ມວ່າ: ການບໍລິຈາກເລືອດແມ່ນການສ້າງບຸນກຸສົນ ເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງພະນັກງານ-ນັກຮົບຂອງກຳລັງປ້ອງກັນເຄື່ອນທີ່ ປກສ ແຂວງ ຈົ່ງພ້ອມກັນຮ່ວມຈິດຮ່ວມໃຈກັນບໍລິຈາກເລືອດ ເພື່ອນຳເອົາເລືອດດັ່ງກ່າວໄປຊ່ວຍເຫຼືອຄົນເຈັບທີ່ລໍຖ້າຮັບການຊ່ວຍເຫຼືອຈາກສັງຄົມຢູ່ບັນດາໂຮງໝໍຕ່າງໆຂອງເມືອງ, ຂອງແຂວງ ແລະ ສູນກາງ, ພ້ອມທັງແຮໄວ້ໃນສູນເລືອດໃຫ້ນັບມື້ນັບຫຼາຍຂຶ້ນ ເພື່ອໃຫ້ມີເລືອດພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງຄົນເຈັບ.