ບັນຫາຢາເສບຕິດ ບໍ່ພຽງແຕ່ເປັນໄພອັນຕະລາຍຕໍ່ສັງຄົມລາວ ມັນໄດ້ກາຍເປັນບັນຫາລວມຂອງໂລກ, ອັນເປັນອຸ ປະສັກກົດໜ່ວງຖ່ວງດຶງການສ້າງສາພັດທະນາເສດຖະກິດ-ສັງຄົມ ທັງເປັນສາເຫດຕົ້ນຕໍທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ທາງສັງຄົມ ເປັນຕົ້ນແມ່ນປຸ້ນຈີ້, ຊິງຊັບ, ຂີ້ລັກງັດແງະ, ຄາດຕະກໍາ, ນັກເລັງອັນທະພານ.

ພັອ ຄໍາແພງ ໄຊຍະລາດ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ (ກຕສ) ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ເຖິງແມ່ນເຈົ້າໜ້າທີ່ໄດ້ເຮັດວຽກຢ່າງໜັກມ້າງກຸ່ມແກ້ງລາຍໃຫຍ່ໄດ້ຫຼາຍລາຍ ພ້ອມທັງຢຶດຊັບສິນມາເປັນຂອງລັດໄດ້ເປັນຈໍານວນບໍ່ໜ້ອຍ ແລະ ປະຕິບັດມາດຕະການທາງກົດໝາຍຢ່າງເຂັ້ມງວດ ແຕ່ພວກຄ້າຂາຍຢາເສບຕິດຍັງບໍ່ລົດລະມີການສົມທົບກັບຄົນຕ່າງປະເທດມາເຄື່ອນໄຫວຄ້າຂາຍຢາເສບຕິດ ຢູ່ປະເທດລາວ ໂດຍສະເພາະແມ່ນ ຄົນປະເທດມຽນມາ, ຈີນ, ຫວຽດນາມ ແລະ ໄທ, ໂດຍພວກເຂົາອາໄສພື້ນທີ່ພູມມີປະເທດທີ່ມີພູຜາປ່າດົງ, ເຄື່ອນໄຫວລັກລອບນໍາເຂົ້າ ເປັນຕົ້ນແມ່ນສານເຄມີນໍາເຂົ້າຈາກ ສປ ຈີນ, ຢາເສບຕິດຕ່າງໆແມ່ນນໍາເຂົ້າຈາກເຂດສາມຫຼ່ຽມຄໍາ ແລະ ຢາເຮໂຣອິນ ແມ່ນນໍາເຂົ້າຈາກຊາຍແດນຫວຽດນາມ-ລາວ.

ເມື່ອຮູ້ເສັ້ນທາງທີ່ນໍາເຂົ້າຂອງ ຢາເສບຕິດ ກະຊວງປ້ອງກັນຄວາມ ສະຫງົບ ໄດ້ສົມທົບກັບເຈົ້າໜ້າທີ່ 6 ປະເທດ ທີ່ຕິດກັບແມ່ນໍ້າຂອງ ມີ: ລາວ, ຈີນ, ມຽນມາ, ໄທ, ຫວຽດນາມ ແລະ ກໍາປູເຈຍ ສ້າງໂຄງການສູນບັນຊາຮັກສາຄວາມປອດໄພຕາມລໍາແມ່ນໍ້າຂອງ (       SMCC) ຈຸດປະສົງຂອງໂຄງການ ແມ່ນຮ່ວມກັນສະກັດກັ້ນກຸ່ມຄ້າຂາຍຢາເສບຕິດຂ້າມຊາດທີ່ກະທໍາ ຜິດ ແລ້ວມາຫຼົບລີ້ຢູ່ປະເທດໃດ ໜຶ່ງ. ນອກນີ້, ເຈົ້າໜ້າທີ່ກ່ຽວຂ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານຢ່າງຕັ້ງໜ້າມີການປະຈໍາກວດກາຢູ່ແຕ່ລະຈຸດ, ແຕ່ລະບ່ອນເພື່ອບໍ່ໃຫ້ເປັນຊ່ອງວ່າງໃນການເຄື່ອນ ໄຫວຂອງກຸ່ມຄົນບໍ່ດີ, ແຕ່ໃນທາງກົງກັນຂ້າມ ພວກຄ້າຂາຍຢາເສບຕິດລາຍໃຫຍ່ ທັງພາຍໃນ ແລະ ຕ່າງປະເທດພວກເຂົາໄດ້ຊອກທຸກວິທີທາງເພື່ອລັກລອບນໍາເຂົ້າ ແລະ ສົ່ງອອກຢາເສບຕິດປະເພດຕ່າງໆ ເຊັ່ນ: ຢາບ້າ, ເຮໂຣອິນ, ຝິ່ນ, ກັນຊາ, ໄອສ໌, ແປ່ງຝຸ່ນປະສົມຢາເສບຕິດ ແລະ ສານເຄມີຈໍານວນໜຶ່ງ. ໃນນີ້, ພົ້ນເດັ່ນແມ່ນປະເພດຢາ ບ້າ ແລະ ເຮໂຣອິນ ຢູ່ເຂດຊາຍ ແດນຕິດກັບປະເທດເພື່ອນບ້ານມຽນມາ, ສປ ຈີນ, ໄທ ແລະ ຫວຽດນາມ. ເຊິ່ງເລ່ ລ່ຽມໃນການຂົນສົ່ງ ພວກເຂົາມີການເຄື່ອນໄຫວເປັນກຸ່ມແກ້ງ, ກັບຜູ້ທີ່ລຶ້ງເຄີຍກັນເປັນເຄືອຂ່າຍໃນການຂົນສົ່ງ, ມີຜູ້ບັນຊາ, ຜູ້ຕິດຕາມເບິ່ງທາງ ແລະ ການຂົນສົ່ງມີຫຼາຍຮູບແບບ ເຊັ່ນ: ດັດແປງສະພາບລົດ ສ່ວນຕົວທີ່ລາຄາແພງເພື່ອຂົນສົ່ງ, ຝາກນໍາລົດໂດຍສານ, ລົດບັນທຸກສິນຄ້າ, ຊຸກເຊື່ອງນໍາເຄື່ອງຂອງໃຊ້ສອຍປະຈໍາວັນ ແລະອື່ນໆ. ນອກນັ້ນ, ພວກເຂົາຍັງນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາໃນການຕິດຕໍ່ຊື້-ຂາຍ, ຮ້າຍແຮງໄປກວ່ານັ້ນ ພວກເຂົາຍັງນໍາໃຊ້ອາວຸດເສິກ ເພື່ອ ຕອບໂຕ້ກັບເຈົ້າໜ້າທີ່.

ເສັ້ນທາງນໍາເຂົ້າແມ່ນມາຈາກປະເທດເພື່ອນບ້ານທີ່ມີຊາຍແດນຕິດຈອດກັບບັນດາແຂວງພາກເໜືອປະເທດເຮົາ ເຊັ່ນ: ຜົ້ງສາລີ, ຫົວພັນ, ບໍ່ແກ້ວ ແລະ ຫຼວງນໍ້າທາ ທັງເປັນທາງຜ່ານເພື່ອຂົນສົ່ງເຄື່ອນຍ້າຍຢາເສບຕິດມາພັກຢູ່ນະຄອນຫຼວງວຽງຈັນ; ຈາກນັ້ນ, ຈຶ່ງຂົນສົ່ງລົງພາກກາງ, ພາກໃຕ້ ໄປປະເທດທີສາມ ແລະ ອີກຈໍານວນໜຶ່ງແມ່ນຈໍາໜ່າຍຢູ່ພາຍໃນ; ສ່ວນການຊື້-ຂາຍຍ່ອຍ ແມ່ນຍັງມີການຊື້-ຂາຍກັນຢ່າງກວ້າງຂວາງ ນັບແຕ່ຕົວເມືອງໃຫຍ່ຮອດເຂດຫ່າງໄກສອກຫຼີກ ເຊັ່ນ: ຢູ່ຕາມຮ້ານບັນເທີງ, ການເກມ, ໂຕະສະນຸກເກິ້, ໂຮງແຮມ, ເຮືອນພັກ, ເຂດຊຸມ ຊົນ ແລະ ບ່ອນທີ່ມີການອອກແຮງງານໜັກ, ການຊື້-ຂາຍຢາເສບຕິດ ມີທັງລັກສະນະເປີດແປນ ແລະ ປິດລັບ, ເລ່ລ່ຽມການຊື້-ຂາຍ ສ່ວນ ໃຫຍ່ແມ່ນຢູ່ນອກໂມງການ, ວັນພັກລັດຊະການ, ສົ່ງຂາຍໃນເວລາກາງຄືນ, ສວຍໃຊ້ກໍາມະກອນ ແລະ ຄົນວ່າງງານເປັນຜູ້ຂົນສົ່ງຢາເສບຕິດ.

ປະຊາຊົນສ່ວນຫຼາຍເວົ້າເປັນສຽງດຽວກັນວ່າ: ຢາເສບຕິດແມ່ນຢາທີ່ເປັນໄພຂົ່ມຂູ່ສັງຄົມ ເພາະວ່າຖ້າໃຜໄດ້ຄ້າ, ໄດ້ຂາຍ, ໄດ້ເສບຈະຕົກເປັນທາດຂອງມັນຍິ່ງໄປກວ່ານັ້ນ ຜູ້ທີ່ຕິດຢາເສບຕິດສ່ວນໃຫຍ່ຈະມັກກໍ່ອາຊະຍາກໍາປະເພດຕ່າງໆ, ບາງຄອບຄົວມີແຕ່ຄວາມວຸ່ນວາຍ ຍ້ອນສະມາຊິກຕິດຢາເສບຕິດ, ບາງຄົນທີ່ຕິດໜັກກໍຂ້າພໍ່, ຕີແມ່ ຍ້ອນຂໍເງິນໄປຊື້ຢາບໍ່ໄດ້ ຈົນເຮັດຜູ້ຕິດຢາເລືອກເດີນໄປໃນທາງທີ່ຜິດ ເຊັ່ນ: ປຸ້ນຈີ້ຊິງຊັບ, ລັກຊັບ, ຂ້າເຈົ້າເອົາຂອງ, ຂົ່ມ ຂືນແລ້ວຂ້າ ແລະອື່ນໆ.

ຕໍ່ກັບບັນຫາດັ່ງກ່າວນີ້, ເຈົ້າໜ້າ ທີ່ (ກຕສ) ໄດ້ເອົາໃຈໃສ່ສະກັດກັ້ນຢ່າງຈິງຈັງ, ເຊິ່ງສະແດງອອກໃນ 6 ເດືອນຕົ້ນປີ 2018 ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 1.379 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 1.944 ຄົນ ຍິງ 240 ຄົນ. ໃນນີ້, ຕ່າງປະ ເທດ 32 ຄົນ ຍິງ 5 ຄົນ, ຢຶດຂອງ ກາງຢາເສບຕິດປະເພດຕ່າງໆໄດ້ ຫຼາຍ ເຊັ່ນ: ຢາບ້າ 1.700.000 ກວ່າ ເມັດ, ໜັກ 262 ກວ່າກິໂລກຼາມ, ຢາໄອສ໌ 100 ກວ່າກິໂລກຼາມ, ເຮ ໂຣອິນ 70 ກວ່າກິໂລກຼາມ, ຢາຝິ່ນ 50 ກວ່າກິໂລກຼາມ, ແປ້ງຝຸ່ນປະ ສົມຢາເສບຕິດເກືອບ 14 ກິໂລກຼາມ ລວມທັງໝົດ 500 ກວ່າກິໂລ ກຼາມ. ນອກນັ້ນ ຢຶດລົດໃຫຍ່ໄດ້ 35 ຄັນ, ລົດຈັກ 200 ກວ່າຄັນ, ປືນ 22 ກະບອກ, ລູກປືນ 200 ກວ່າລູກ ແລະອື່ນໆ. ນອກນີ້, ສາ ມາດກວດພົບເຫັນ ແລະ ຈັບຜູ້ລັກ ລອບຂົນສົ່ງຢາເສບຕິດທາງໄປສະ ນີ ແລະ ທາງບໍລິສັດຮັບສົ່ງເຄື່ອງ DHL, EMS ມີທັງສົ່ງເຂົ້າ ແລະ ສົ່ງອອກໄປປະເທດທີສາມ ຈໍານວນ 15 ຄັ້ງ, ໄດ້ຜູ້ຖືກຫາ ແລະ ຢາເສບຕິດຈໍານວນໜຶ່ງ, ຖ້າທຽບໃສ່ໃນ 6 ເດືອນຕົ້ນປີຂອງປີຜ່ານມາເຫັນວ່າ ຈໍານວນຄະດີແມ່ນຫຼຸດລົງ ແລະ ຢາເສບຕິດປະເພດໄອສ໌, ເຮໂຣ ອິນ, ກັນຊາ, ສານຕົ້ນ ແລະອື່ນໆ ມີຈໍານວນຫຼຸດລົງ ຍົກເວັ້ນປະເພດຢາບ້າແມ່ນເພີ່ມຂຶ້ນ.

ໃນຕໍ່ໜ້າ, ພວກຄ້າຂາຍຍັງ ຈະສືບຕໍ່ລັກລອບຂົນສົ່ງນໍາເຂົ້າ ແລະ ສົ່ງອອກຢ່າງຕໍ່ເນື່ອງ; ສະນັ້ນ, ເພື່ອຮັບມືກັບສະພາບທີ່ຈະເກີດຂຶ້ນ ກົມ ກຕສ ຈະສືບຕໍ່ເຮັດໜ້າທີ່ສຶກສາອົບຮົມແນວຄິດການເມືອງໃຫ້ພະນັກງານຜູ້ທີ່ເຮັດ ໜ້າທີ່ວິຊາສະເພາະມີຄວາມໜັກແໜ້ນ, ມີລະບຽບວິໄນ ແລະ ຈໍາແນກໄດ້ມິດສັດຕູຢ່າງຈະແຈ້ງ, ເອົາໃຈໃສ່ກໍາແໜ້ນເລ່ລ່ຽມການ ເຄື່ອນໄຫວຂອງພວກເປົ້າໝາຍ, ປັບປຸງຄຸນນະພາບວຽກງານ ສຶບ ສວນ-ສອບສວນຄະດີໃຫ້ຈະແຈ້ງ, ຊັດເຈນ, ຮັດກຸມວ່ອງໄວ ແລະ ມີຄວາມໂປ່ງໃສ; ໂຄສະນາສຶກສາອົບຮົມໃຫ້ພໍ່-ແມ່ປະຊາຊົນ ແລະ ກຸ່ມເປົ້າ ໝາຍທີ່ມີຄວາມສ່ຽງຕໍ່ກັບ ບັນຫາຢາເສບຕິດ ໂດຍສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ນັບແຕ່ສູນກາງຮອດຮາກ ຖານບ້ານ ເພື່ອເຜີຍແຜ່ຜົນຮ້າຍ, ພິດໄພອັນຕະລາຍຂອງຢາເສບຕິດໃຫ້ທົ່ວສັງຄົມຮັບຮູ້; ສືບຕໍ່ປັບປຸງພື້ນຖານ ໂຄງລ່າງ ເປັນຕົ້ນແມ່ນສະຖານທີ່ເຮັດວຽກ, ບ່ອນປະສານງານ, ບັນດາອຸປະກອນຮັບໃຊ້ໃນວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ, ສິ່ງສໍາຄັນແມ່ນການສະໜອງງົບ ປະມານທີ່ຈໍາເປັນໃນການເຮັດວຽກງານນີ້; ເພີ່ມທະວີການຮ່ວມ ມືກັບປະເທດເພື່ອນບ້ານ, ອົງການຈັດຕັ້ງສາກົນ ເພື່ອແລກປ່ຽນຂໍ້ມູນຂ່າວສານເປົ້າໝາຍຄ້າຂາຍຢາເສບຕິດຂ້າມຊາດ, ເຂົ້າຮ່ວມໂຄງການຮັກສາຄວາມປອດໄພຕາມລໍາແມ່ນໍ້າຂອງ ແລະ ສືບຕໍ່ຫັນເອົາພະນັກງານລົງກໍ່ສ້າງຮາກ ຖານຢູ່ບັນດາແຂວງ ແລະ ພື້ນທີ່ເຂດຊາຍແດນທີ່ຫຼ່ໍແຫຼມກັບບັນ ຫາຢາເສບຕິດ ທັງແຕ່ງຕັ້ງໜ່ວຍ ສະເພາະກິດຈາກສູນກາງລົງຊ່ວຍ ບັນດາແຂວງທີ່ຈໍາເປັນ ເພື່ອສະກັດກັ້ນບັນຫາຄ້າ-ຂາຍຢາເສບຕິດໃຫ້ຫຼຸດໜ້ອຍຖອຍລົງ.

ທ່ານຫົວໜ້າກົມ ກຕສ ຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຊັ້ນຄົນ ຈົ່ງເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເມື່ອຮູ້ຈັກເບາະແສ, ສະຖານທີ່ຄ້າ-ຂາຍ ຄວນແຈ້ງຕໍ່ເຈົ້າໜ້າທີ່ໃ້ກ້ຄຽງ ເພື່ອລົງແກ້ໄຂບໍ່ໃຫ້ບັນຫາດັ່ງກ່າວແພ່ລະບາດ, ຖ້າວ່າບັນດາທ່ານເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ເຊື່ອວ່າບັນຫາຄ້າ-ຂາຍຢາເສບຕິດຢູ່ພາຍໃນ ສປປ ລາວ ຈະຫຼຸດໜ້ອຍຖອຍລົງແນ່ນອນ.