ປັດຈຸບັນ, ຜູ້ຂັບຂີ່ລົດຢູ່ຕາມທ້ອງຖະໜົນຢູ່ພາຍໃນນະຄອນຫຼວງວຽງຈັນ ຍັງລະເມີດກົດຈະລາຈອນດ້ວຍຫຼາຍຮູບ ການ ເປັນຕົ້ນແມ່ນຂັບຂີ່ລົດໄວເກີນກໍານົດ, ເມົາແລ້ວຂັບຂີ່, ແຊງຂຶ້ນໜ້າບໍ່ຮັບປະກັນ, ບໍ່ປ່ອຍສິດ, ລ້ຽວກະທັນ ຫັນ, ຂັບຂີ່ລົດບໍ່ຖືກຊ່ອງທາງການສັນຈອນ, ຂັບຂີ່ລົດລ່ວງໄຟອໍານາດ ແລະອື່ນໆ ຈົນກາຍເປັນສາເຫດທີ່ພາໃຫ້ ເກີດອຸບັດຕິເຫດຕາມມາ. ໃນ 2 ອາທິດຜ່ານມາ ( 26 ມິ ຖຸນາ-9 ກໍລະກົດ 2018 ) ເຈົ້າໜ້າທີ່ກວດຜູ້ລະເມີດກົດ ລະບຽບຈະລາຈອນ ເກືອບ 1.000 ຄົນ.

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນ 2 ອາທິດຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ໄດ້ສຸມ ໃສ່ປະຕິບັດວຽກງານວິຊາສະເພາະ ໂດຍເຮັດໜ້າທີ່ຈັດສັນຄວາມເປັນລະບຽບຮຽບຮ້ອຍກວດກາສາຍທາງ, ລະບາຍການຈະລາຈອນ, ຈັບຄວາມໄວ, ກວດທາດເຫຼົ້າ ແລະ ເອົາໃຈໃສ່ແກ້ໄຂການຈະລາຈອນແອອັດຕາມຈຸດຕາມແຍກຕາມໄຟອຳນາດ, ເຮັດໜ້າທີ່ລະບາຍຊ່ວຍໄຟອໍານາດ, ລົງຈັດລະບຽບຕາມສາຍທາງ ແລະອື່ນໆ; ຈາກການປະ ຕິບັດວຽກງານດັ່ງກ່າວ ພົບເຫັນຜູ້ລ່ວງລະເມີດກົດຈະລາຈອນທັງໝົດ 966 ຄົນ ຍິງ 362 ຄົນ, ໄດ້ສຶກສາອົບຮົມຜູ້ລະເມີດກົດລະບຽບການສັນຈອນທັງໝົດ 516 ຄົນ ຍິງ 206 ຄົນ, ຂຽນໃບສັ່ງໃຫ້ຜູ້ລະເມີດຈຳນວນ 450 ໃບ, ກັກເອກະສານຕ່າງໆ 407 ໃບ ແລະ ກັກລົດໄດ້ 43 ຄັນ. 

ນອກຈາກກວດພົບຜູ້ລະເມີດແລ້ວ, ພາຍໃນ 2 ອາ ທິດຜ່ານມາ, ທົ່ວນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 37 ຄັ້ງ, ພາຫະນະເປ່ເພ 68 ຄັນ, ຄົນ ໄດ້ຮັບບາດເຈັບ 56 ຄົນ ແລະ ມີຜູ້ເສຍຊີວິດທັງໝົດ 7 ຄົນ; ເມືອງທີ່ເກີດອຸບັດຕິເຫດຫຼາຍກວ່ໝູ່ແມ່ນເມືອງໄຊເສດຖາ 10 ຄັ້ງ, ນາຊາຍທອງ 6 ຄັ້ງ, ສີສັດຕະນາກ 5 ຄັ້ງ, ໄຊທານີ, ຈັນທະບູລີ ແລະ ຫາດຊາຍຟອງ ເມືອງລະ 3 ຄັ້ງ, ເມືອງສີໂຄດຕະບອງ ແລະ ເມືອງສັງທອງ ເກີດຂຶ້ນເມືອງລະ 2 ຄັ້ງ, ສ່ວນເມືອງປາກງື່ມແມ່ນບໍ່ມີອຸບັດຕິເຫດເກີດຂຶ້ນລວມມູນຄ່າເສຍຫາຍທັງໝົດ 512.000.000 ກີບ.