ຕາມການຖະແຫຼງຜ່ານ Twitter (ສື່ສັງຄົມອອນລາຍ), ແມນເຊັດສເຕີ ຢູໄນເຕັດ ຫຼື ແມນຢູ ໄດ້ຕົກລົງຂາຍ ດາລີ ບລິນ ກອງກາງຊາງໂຮນລັງ ໃຫ້ ອາແຈັກ ອຳສະເຕີດຳ ທີມເຕະບານໃນລີກໂຮນລັງ ແລ້ວ.

ດາລີ ບລິນ ຍ້າຍຈາກ ອາແຈັກ ໄປແມນຢູ ດ້ວຍຄ່າຕົວ 13,8 ລ້ານປອນ ໃນປີ 2014, ໂດຍໃນໄລຍະສາມດລະດູການທຳອິດ (2014-2017) ບລິນ ໄດ້ລົງເປັນຕົວຈິງຢ່າງສະໝ່ຳສະເໝີ, ຈົນມາຮອດລະດູການທີ່ຜ່ານມາ ບລິນ ໄດ້ລົງສະໜາມພຽງ 17 ເກມ ເປັນຕົວຈິງ 14 ເກມ; ໃນນັ້ນ, ໄດ້ລົງຫຼິ້ນໃນພຣີເມຍລີກພຽງ 7 ເກມ. ເມື່ອບໍ່ໄດ້ຮັບໂອກາດໃຫ້ລົງສະໜາມ, ກໍມີຂ່າວອອກມາຢ່າງຕໍ່ເນື່ອງວ່າ ບລິນ ອາດຈະຍ້າຍທີມ ແລະ ກໍເປັນທາງດ້ານ ອາແຈັກ ທີ່ເປັນຂ່າວກັບ ບລິນ ເລື້ອຍໆມາ; ໃນທີ່ສຸດ, ການເຈລະຈາຊື້-ຂາຍລະຫວ່າງສອງສະໂມສອນ ກ່ຽວກັບ ບລິນ ກໍເກີດຂຶ້ນ ໂດຍ ແມນຢູ ໄດ້ຖະແຫຼງຜ່ານ Twitter ຂອງທີມ ວ່າໄດ້ຕົກລົງຂາຍ ບລິນ ໃຫ້ ອາແຈັກ ແລ້ວ ແຕ່ຍັງບໍ່ມີການເປີດເຜີຍຄ່າຕົວ ແລະ ເງື່ອນໄຂຕ່າງໆເທື່ອ.

ຫຼ້າາສຸດ, ເດລີເມວ ສື່ໃນປະເທດອັງກິດ ໄດ້ເປີດເຜີຍໃນວັນທີ 17 ກໍລະກົດນີ້ ວ່າ: ຄ່າຕົວຂອງ ດາລີ ບລິນ ນັກເຕະຕຳແໜ່ງກອງກາງຕົວຮັບ ທີ່ແມນຢູ ຕົກລົງຂາຍໃຫ້ ແອແຈັກ ແມ່ນ 14 ລ້ານປອນ; ເຊິ່ງຖ້າຫາກກອງກາງຊາວໂຮນລັງ ຄົນນີ້ ມີຜົນງານທີ່ດີກັບອາແຈັກ ແລະ ສາມາດບັນລຸເງື່ອນໄຂອື່ນໆທີ່ສອງສະໂມສອນໄດ້ຕົກລົງກັນໄວ້, ຄ່າຕົວຂອງ ບລິນ ຈະເພີ່ມຂຶ້ນອີກ 4,5 ລ້ານປອນ ລວມທັງໝົດເປັນ 18,5 ລ້ານປອນ.