ວັນທີ 15 ກໍລະກົດທີ່ຜ່ານມາ, ເມົາຣີຊີໂອ ຊາຣີ ເຂົ້າຮັບຕຳແໜ່ງຫົວໜ້າຄູຝຶກຂອງເຊວຊີ ຢ່າງເປັນທາງການ ໂດຍມີສັນຍາຮ່ວມກັນເປັນເວລາ 3 ປີ, ແຕ່ຫຼາຍຄົນຄົງຈະຍັງບໍ່ທັນຮູ້ເທື່ອວ່າ ຊາຣີ ແມ່ນໃຜ, ມີປະຫວັດ ແລະ ຜົນງານຫຍັງແດ່ໃນໄລຍະທີ່ຜ່ານມາ.

LONDON, ENGLAND – JULY 14: Chelsea Unveil New Head Coach Maurizio Sarri with Chelsea Director Marina Granovskaia at Stamford Bridge on July 14, 2018 in London, England. (Photo by Darren Walsh/Chelsea FC via Getty Images)

ເມົາຣີຊີໂອ ຊາຣີ ເປັນຊາວອີຕາລີ ອາຍຸ 59 ປີ, ໃນການໄປຄຸມເຊວຊີ ຄັ້ງນີ້ ແມ່ນຄັ້ງທຳອິດທີ່ລາວຈະໄດ້ເຮັດວຽກໃນປະເທດອັງກິດ; ເຊິ່ງກ່ອນໜ້ານີ້, ຊາຣີ ເປັນຫົວໜ້າຄູຝຶກຄົນໜຶ່ງທີ່ຍ້າຍທີມຢູ່ເລື້ອຍໆ ຖືວ່າເປັນຈອມພະເນຈອນຄົນໜຶ່ງຂອງວົງການຄູຝຶກເລີຍ ເຊັ່ນ: ໃນປີ 2005, ເລີ່ມຄຸມທີມ ອາເຣດໂຊ້, ຕໍ່ມາຍ້າຍໄປຄຸມ ອະເວວລີໂນ, ເວໂຣນາ ແລະ ເປຣູຈາ ເຊິ່ງເປັນທີມເຕະບານໃນອີຕາລີທັງໝົດ ໂດຍ ຊາຣີ ໃຊ້ເວລາຄຸມທີມຈຳນວນດັ່ງກ່າວນັ້ນບໍ່ເກີນສອງປີຈັກທີມ; ຈາກນັ້ນ, ກໍໄປຄຸມທີມອາເລດຊານເດຣຍ ໃນອີຕາລີ ແລະ ຊໍເຣນໂຕ້ ທີມເຕະບານໃນໂອຕຣິດສ ໃນໄລຍະເວລາບໍ່ດົນປານໃດ, ແລ້ວຍ້າຍໄປຄຸມ ເອັມໂປລີ ໃນປີ 2012 ເຊິ່ງເປັນທີມທີ່ເຮັດໃຫ້ ຊາຣີ ເລີ່ມມີຊື່ສຽງຂຶ້ນມາແດ່ແລ້ວໃນວົງການເຕະບານອີຕາລີ; ຫຼ້າສຸດກ່ອນຄຸມເຊວຊີ ໃນປັດຈຸບັນ, ຊາຣີ ໄດ້ໄປຄຸມທີມ ນາໂປລີ ໃນປີ 2015 ແລະ ດ້ວຍການທີ່ ຊາຣີ ເປັນຄູຝຶກທີ່ມັກຫຼິ້ນເກມບຸກ ຈຶ່ງເຮັດໃຫ້ລະດູການທີ່ຜ່ານມາ ເກືອບພາ ນາໂປລີ ຄວ້າແຊັມລີກສູງສຸດຂອງອີຕາລີໄດ້ ຫຼັງຈາກພາ ນາໂປລີ ຂຶ້ນເປັນອັນກັບໜຶ່ງໃນຕາຕະລາງຢູ່ຫຼາຍອາທິດຕິດຕໍ່ກັນ ແຕ່ສຸດທ້າຍກໍພາດໃຫ້ຢູເວັນຕຸດສ ແຊງໄປຄວ້າແຊັມຈົນໄດ້.
ນອກຈາກນັ້ນ, ຈຸດເດັ່ນອີກຢ່າງໜຶ່ງຂອງ ຊາຣີ ກໍຄືການປັ້ນນັກເຕະ ແລະ ດຶງສັກກາຍະພາບຂອງນັກເຕະອອກມາໄດ້ຫຼາຍທີ່ສຸດ ຕົວຢ່າງ: ຄຣິດສ ເມີເທັນ ທີ່ຍິງໄດ້ທັງໝົດ 56 ປະຕູ ໃນ 2 ລະດູການທີ່ຜ່ານມາໃຫ້ນາໂປລີ ຈົນມີຊື່ຕິດທີມຊາດແບນຊິກ ໄປແຂ່ງຂັນເຕະບານໂລກ 20118 ທີ່ລັດເຊຍ; ນອກນັ້ນ, ຍັງມີ ລໍເຣັນໂຊ ອິນຊິນເຢ ແລະ ຈໍຈິນໂຢ ທີ່ສ້າງຜົນງານໄດ້ດີພາຍໃຕ້ການຄຸມທີມຂອງ ຊາຣີ ຈົນມີຫຼາຍທີມໃຫຍ່ສົນໃຈຊື້ຕົວໄປຮ່ວມທີມ, (ຫຼ້າສຸດ ຈໍຈິນໂຢ ຍ້າຍໄປເຊວຊີ ແລ້ວ).