ພະຍາດວັນນະໂລກ ແມ່ນພະຍາດຕິດແປດທີ່ມີສາ ເຫດມາຈາກເຊື້ອຈຸລິນຊີທີ່ມີຊື່ວ່າ ມາຍໂຄແບກເຕີ ຣຽມ ຕູ ເບີຄູໂລຊິສ ຫຼື ເຊື້ອພະພຍາດວັນນະໂລກ, ເຊິ່ງຄົ້ນພົບໂດຍ ທ່ານ ໂຣເບີດໂກ ໃນປີ 1882. ພະຍາດວັນນະໂລກ ສາມາດເປັນໄດ້ຢູ່ທຸກອະໄວຍະວະໃນຮ່າງກາຍຂອງຄົນ ແຕ່ພົບຫຼາຍກວ່າໝູ່ແມ່ນຢູ່ປອດ. ອາການທີ່ ສຳຄັນກວ່າໝູ່ທີ່ພາໃຫ້ສົງໄສວ່າເປັນວັນນະໂລກ ແມ່ນໄອຊ້ຳເຮື້ອຫຼາຍກວ່າ 2 ອາທິດ ເມື່ອພົບຄົນທີ່ມີອາການໄອຊ້ຳເຮື້ອຈະຕ້ອງໄດ້ກວດ ຂີ້ກະເທີ່ເພື່ອຊອກຫາເຊື້ອພະຍາດວັນນະໂລກ.

ເຊື້ອພະຍາດວັນນະໂລກ ສາມາດ ແຜ່ກະຈາຍໄດ້ຈາກຄົນສູ່ຄົນ ໂດຍຜ່ານລະບົບທາງເດີນຫາຍໃຈ. ສະນັ້ນ, ເມື່ອຄົນທີ່ເປັນພະຍາດວັນນະໂລກ ໄອ ຫຼື ຈາມ ຈຳນວນລະອອງກໍຈະປິວໄປ ຕາມອາກາດ, ລະອອງຂີ້ກະ ເທີ່ດັ່ງກ່າວນັ້ນຈະຖືກຄົນອື່ນສູບເອົາ, ເຊື້ອນັ້ນຈະເຂົ້າໄປທາງລະບົບເດີນຫາຍໃຈ ແລະ ລົງໄປຮອດປອດ, ເຊິ່ງເປັນສາເຫດເຮັດໃຫ້ເກີດການຕິດເຊື້ອ, ຄົນທີ່ອາໄສຢູ່ຮ່ວມໃນເຮືອນດຽວກັນກັບຄົນທີ່ປ່ວຍເປັນພະຍາດວັນນະໂລກປອດນັ້ນ ແມ່ນມີຄວາມສ່ຽງສູງທີ່ຈະຕິດເຊື້ອພະຍາດວັນນະໂລກ.

ປັດຈຸບັນ, ທົ່ວໂລກມີປະຊາກອນປະມານໜຶ່ງສ່ວນສາມ ຫຼື ສອງຕື້ຄົນ ໄດ້ຕິດເຊື້ອພະຍາດວັນນະໂລກ, ໂດຍສາມາດກວດເບິ່ງຜູ້ຕິດເຊື້ອພະຍາດວັນນະໂລກໄດ້ ດ້ວຍການທົດລອງຕຸຍແບກກຸຍລິນ .ຖ້າຫາກວ່າຜົນການທົດລອງນັ້ນບວກ ກໍສະແດງວ່າຄົນຜູ້ນັ້ນອາດຕິດເຊື້ອພະຍາດວັນນະໂລກ. ແຕ່ການຕິດເຊື້ອພະຍາດວັນນະໂລກນັ້ນ ບໍ່ໄດ້ໝາຍຄວາມວ່າຄົນຜູ້ນັ້ນ ເປັນພະຍາດວັນນະໂລກ, ຄົນສ່ວນໃຫຍ່ 90% ແມ່ນມີພູມຕ້ານທານກັບການຊຶມເຊື້ອຂອງເຊື້ອພະຍາດວັນນະໂລກໄດ້ ແລະ ມີປະມານ 10% ຂອງຈໍານວນຜູ້ທີ່ຕິດເຊື້ອພະຍາດວັນນະໂລກທີ່ຈະຂະຫຍາຍຕົວໄປເປັນພະຍາດວັນນະໂລກ. ເຊື້ອພະຍາດວັນນະໂລກ ສາມາດພົບເຫັນໄດ້ໃນທຸກເພດທຸກໄວ. ສຳລັບຄົນທີ່ຂາດທາດອາຫານ ແລະ ຕິດເຊື້ອພະຍາດທີ່ເຮັດໃຫ້ພູມຕ້ານທານຕ່ຳ ເຊັ່ນ: ພະຍາດໂລກເອດສ໌ ແມ່ນມີໂອກາດທີ່ຈະຕິດເຊື້ອໄດ້ງ່າຍ.

ການແຜ່ລະບາດຂອງເຊື້ອພະຍາດວັນນະໂລກ ໄດ້ມີຂະຫຍາຍຢ່າງຮ້າຍແຮງໃນທົ່ວໂລກ, ເຊິ່ງເຈົ້າໜ້າທີ່ໄດ້ມີການຄາດຄະເນວ່າ ຈຳນວນເຊື້ອພະຍາດວັນນະໂລກ ມີປະມານ 20 ກໍລະນີ, ໃນແຕ່ລະປີມີເຊື້ອພະຍາດວັນນະໂລກໃໝ່ເກີດຂຶ້ນເກືອບ 9 ລ້ານກໍລະນີ; ໃນນີ້, 4 ລ້ານກໍລະນີ ແມ່ນເຊື້ອພະຍາດວັນນະໂລກປອດ ແລະ ປະມານ 7% ຂອງກໍລະນີວັນນະໂລກທັງໝົດແມ່ນພົບເຊື້ອໂລກເອດສ໌, ຖ້າບໍ່ໄດ້ຮັບການປິ່ນປົວປະມານ 50% ແມ່ນຈະເສຍຊີວິດ, ເຊິ່ງສ່ວນຫຼາຍແມ່ນກຸ່ມຄົນທີ່ມີອາຍຸແຕ່ 15-49 ປີ.

ອົງການອະນາໄມໂລກ (WHO) ໄດ້ປະກາດວ່າ ພະຍາດວັນນະໂລກເປັນເລື່ອງທີ່ຮີບດ່ວນທີ່ທຸກຄົນຕ້ອງໄດ້ເອົາໃຈໃສ່ ແລະ ຄົນຈຳນວນຫຼວງຫຼາຍທີ່ຕິດພະຍາດດັ່ງກ່າວແມ່ນປິ່ນປົວບໍ່ຫາຍຂາດ    ສາເຫດແມ່ນຍ້ອນບໍ່ສາມາດປິ່ນປົວພະຍາດຢ່າງຖືກຕ້ອງ ຈອ່ງເປັນສາເຫດທີ່ເຮັດໃຫ້ເຊື້ອພະຍາດວັນນະໂລກດື້ຕໍ່ຢາ. ເພື່ອຫຼີກລ່ຽງຄວາມສ່ຽງຈາກເຊື້ອພະຍາດດັ່ງກ່າວ ນີ້ໂຄງການຄວບຄຸມເຊື້ອພະຍາດວັນນະໂລກ ກໍໄດ້ມີການຈັດຕັ້ງຕາມເຂດຍຸດທະສາດເພື່ອສະກັດກັ້ນເຊື້ອພະຍາດວັນນະໂລກ ຢູ່ ສປປ ລາວ ແລະ ຕໍ່ກັບບັນຫາພະຍາດດັ່ງກ່າວນີ້, ພັກ-ລັດ ໄດ້ມີນະໂຍບາຍຈັດຕັ້ງທີມແພດ ລົງສັກຢາປ້ອງກັນກັນວັນນະໂລກ ໂດຍບໍ່ໄດ້ເສຍຄ່າໃຫ້ກັບເດັກນ້ອຍທີ່ເກີດໃໝ່ໂດຍສະເພາະແມ່ນວັນທີ 1 ເດືອນມີຖຸນາ ຂອງແຕ່ລະປີ. ນອກນັ້ນ, ຕໍ່ກັບຄົນເຈັບທີ່ຕິດເຊື້ອພະຍາດວັນນະໂລກແມ່ນຈະໄດ້ຮັບຢາປິ່ນປົວພະຍາດ, ກວດຂີ້ກະເທີ່ແບບບໍ່ໄດ້ເສຍຄ່າ ໂດຍໃນໄລຍະຊຸມປີທີ່ຜ່ານມາ, ຄົນເຈັບທີ່ປ່ວຍຕິດເຊື້ອພະຍາດວັນນະໂລກປອດ ທີ່ມາປິ່ນປົວຢູ່ໂຮງໃນຂອບເຂດທົ່ວປະເທດແມ່ນຫຼຸດລົງ.