ສະຫະພັນແມ່ຍິງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ( ນວ ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ ( 20 ກໍລະກົດ 1955-20 ກໍລະກົດ 2018 ) ໃນວັນທີ 12 ກໍລະກົດ 2018 ເຂົ້າຮ່ວມໂດຍ ພັອ ປອ ຄໍາພອນ ເທບພະວົງ ຮອງຫົວໜ້າກອງບັນຊາການ ປກສ ນວ, ມີຄະນະພັກ, ແຂກຮັບເຊີນ, ສະມາຊິກແມ່ຍິງທົ່ວ ປກສ ນວ ເຂົ້າຮ່ວມ.

ໃນພິທີ, ພັທ ນາງ ບົວລະພັນ ທິລະສັກ ປະທານສະຫະພັນແມ່ຍິງ ປກສ ນວ ຍົກໃຫ້ເຫັນວ່າ: ວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20 ກໍລະກົດ 1955 ເປັນວັນທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງສໍາລັບສະມາຊິກແມ່ຍິງ ກໍຄືແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ເຊິ່ງມີມູນເຊື້ອັນພິລາດອາດຫານໃນການປະກອບສ່ວນເຂົ້າໃນການຕໍ່ສູ້ກູ້ຊາດ ສະແດງອອກຄື: ແມ່ຍິງໄດ້ຄ່ຽງບາຄ່ຽງໄຫຼ່ກັບເພດຊາຍຕໍ່ສູ້ຢ່າງເດັດດ່ຽວຕ້ານພວກສັກດີນາ ແລະ ລ່າເມືອງຂຶ້ນແບບເກົ່າ ເພື່ອໃຫ້ລູກ-ຜົວ ແລະ ຕົນເອງຫຼຸດພົ້ນອອກຈາກການຖືກເກນໄປກຸລີ ເຮັດວຽກງານໂດຍບໍ່ໄດ້ຮັບຄ່າຈ້າງ ແລະ ຈາກການທຸບຕີທໍລະມານຢ່າງໂຫດຮ້າຍປ່າເຖື່ອນຂອງພວກສັດຕູ.

ມາເຖິງວັນທີ 22 ມີນາ 1955, ພັກປະຊາຊົນລາວກໍໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເອົາໃຈໃສ່ປຸກລະດົມຂົນຂວາຍສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກິດປະຕິວັດ, ຖືເອົາແມ່ຍິງເປັນພາກສ່ວນໜຶ່ງໃນກໍາລັງແຮງທີ່ສໍາຄັນຂອງພັກ ພ້ອມນີ້ພັກກໍໄດ້ວາງແນວທາງເພື່ອປົດປ່ອຍແມ່ຍິງລາວ ຄື: “ຢາກປົດປ່ອຍແມ່ຍິງບົນພື້ນຖານການປົດປ່ອຍຊາດ ແລະ ປົດປ່ອຍຊົນຊັ້ນ, ຢາກປົດປ່ອຍຊາດ ແລະ ປົດປ່ອຍຊົນຊັ້ນ ຕ້ອງປຸກລະດົມແມ່ຍິງໃຫ້ເຂົ້າຮ່ວມຂະບວນການອັນກວ້າງຂວາງ, ຟົດຟື້ນ ແລະ ຕ້ອງປົດປ່ອຍແມ່ຍິງຢ່າງແທ້ຈິງ”.

ພາຍໃຕ້ການການນຳພາຂອງພັກ ແລະ ໄດ້ຮັບຜົນສະທ້ອນຈາກຂະບວນການຕໍ່ສູ້ປະຕິວັດຂອງແມ່ຍິງໃນໂລກທີ່ເລັ່ງທວງໃຫ້ປະຕິບັດເສລີພາບ, ຄວາມສະເໝີພາບລະຫວ່າງຍິງ-ຊາຍທາງດ້ານການເມືອງ-ເສດຖະກິດ, ວັດທະນະທຳ-ສັງຄົມເທື່ອລະກ້າວ ມາຮອດວັນທີ 20 ກໍລະກົດ 1955 ພັກຈິ່ງໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງ ເຊິ່ງເປັນການກຳເນີດອົງການຈັດຕັ້ງສະຫະພັນແມ່ຍິງໃນປັດຈຸບັນຂຶ້ນຢ່າງເປັນທາງການ.

ໃນວັນທີ 13 ກໍລະກົດ 2018, ສະຫະພັນແມ່ຍິງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ( ນວ ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ ເປັນປະທານໂດຍທ່ານ ນາງ ອາລຸນນີ ສີພາຄໍາ ປະທານສະຫະພັນແມ່ຍິງເມືອງສີໂຄດຕະບອງ, ເຂົ້າຮ່ວມໂດຍທ່ານ ນາງ ຄໍາໄພ ລັດສະໝີ ປະທານສະຫະພັນແມ່ຍິງ ນວ ແລະ ທ່ານ ນາງ ພູວຽງ ແກ້ວວົງວິຈິດ ເຈົ້າເມືອງໆສີໂຄດຕະບອງ, ມີປ້າອາວຸໂສ, ພັນລະຍາການນໍາ, ສະພັນແມ່ຍິງບ້ານ 60 ບ້ານ ແລະ ແຂກຮັບເຊີນ; ໄດ້ມອບໃບຍ້ອງຍໍໃຫ້ໜ່ວຍສະຫະພັນແມ່ຍິງ 60 ບ້ານ, ໜ່ວຍແມ່ຍິງຫ້ອງການອ້ອມຂ້າງເມືອງ 20 ຮາກຖານ ທີ່ໄດ້ປະກອບສ່ວນຊຸກຍູ້ວຽກງານໃນໄລຍະ 1 ປີຜ່ານມາ ແລະ ມອບໃບຍ້ອງຍໍໃຫ້ຄະນະບໍລິຫານງານ 7 ເຂດທົ່ວເມືອງສີໂຄດຕະບອງ.