ເສັ້ນເລືອດຝອຍຂອງທຸກຄົນອາດມີອາການຕີບຕັນ ເປັນເສັ້ນເລືອດສົກກະປົກ ເກີດຈາກຂີ້ເຫຍື້ອນາໆຊະນິດ ເຊັ່ນ: ໄຂມັນ, ນ້ຳຕານ, ສານເຄມີ, ກົດຢູຣິກ ແລະອື່ນໆ ເຮັດໃຫ້ເກີດອາການຕົ້ນເຫດ ຄື: ຄວາມດັນເລືອດສູງ, ເລືອດໄຫຼວຽນບໍ່ສະດວກ, ແຂນຂາຊາ ແລະ ກ້າມເນື້ອອ່ອນແຮງ ເພາະຫຼອດເລືອດສົກກະປົກ ເຮັດໃຫ້ຊ່ອງທາງການໄຫຼວຽນຂອງເລືອດແຄບລົງ. ປາຍເຫດ ຄື: ການຊັອກ, ໝົດສະຕິ, ອຳມະພາດ ແລະ ຫົວໃຈວາຍ.
ເສັ້ນເລືອດຝອຍຕີບຕັນນັ້ນຕົ້ນເຫດແທ້ໆ ເກີດຈາກການກິນອາຫານປະເພດໄຂມັນ, ຂອງຫວານ ແລະການສະສົມສານພິດຕ່າງໆແບບບໍ່ຮູ້ຕົວ ຈົນກາຍເປັນຂີ້ເຫຍື້ອພິດໃນຮ່າງກາຍ ຖ້າຫາກເຮົາຍັງກິນ ແລະ ໃຊ້ຊີວິດແບບປະໝາດ ອາດເຮັດໃຫ້ເກີດພະຍາດຕ່າງໆຢ່າງຮ້າຍແຣງໄດ້ແບບຄາດບໍ່ເຖິງໄດ້. ສະນັ້ນ, ເຮົາຄວນມີວິທີປ້ອງກັນໄວ້ຈະດີກວ່າ ດ້ວຍວິທີລ້າງເສັ້ນເລືອດຝອຍໃຫ້ສະອາດແບບທຳມະຊາດບຳບັດ, ເຊິ່ງທ່ານສາມາດທົດລອງປະຕິບັດໄດ້ດັ່ງລຸ່ມນີ້.


+ ສ່ວນປະສົມ
– ອ້ອຍດຳ ຫຼື ອ້ອຍແດງ 7 ຂໍ້
– ໃບເຕີຍ 3 ໃບ
ໝາຍເຫດ: ອ້ອຍດຳ ຫຼື ອ້ອຍແດງ ບໍ່ແມ່ນອ້ອຍທີ່ນຳມາໜີບເອົານ້ຳຕານ ຫຼື ອ້ອຍລຳຂຽວໆທີ່ໜີບນ້ຳອ້ອຍຂາຍທົ່ວໄປ. ແຕ່ອ້ອຍດຳ ຫຼື ອ້ອຍແດງ ເປັນລຳຕົ້ນສີແດງເຂັ້ມຈົນດຳ, ເຊິ່ງເພິ່ນນິຍົມກິນແບບອ້ອຍຄວັ່ນໃນອະດີດ. ປັດຈຸບັນ, ເພິ່ນນິຍົມປູກໄວ້ໜ້າບ້ານເປັນໄມ້ມົງຄົນ, ສາມາດຫາມາປູກໄວ້ຢູ່ບ້ານໄດ້ງ່າຍໆ ແລະ ບໍ່ເປືອງເນື້ອທີ່.
ວິທີເຮັດ: ນຳອ້ອຍດຳມາລ້າງໃຫ້ສະອາດ ບໍ່ຕ້ອງປອກເປືອກ ຕັດເປັນທ່ອນໆ ໃຊ້ທັງປ້ອງທັງໝົດຂໍ້ 7 ຂໍ້ ແລ້ວຜ່າເປັນຊິ້ນນ້ອຍໆ ຫຼື ຈະທຸບໃຫ້ຂໍ້ແຕກແລ້ວແຕ່ຄວາມສະດວກ. ຈາກນັ້ນ, ຕື່ມນ້ຳສະອາດພໍຖ້ວມອ້ອຍ ແລ້ວນຳເອົາ ໃບເຕີຍ 3 ໃບລ້າງບິດຍ່ອງໃຫ້ຊ້ຳ ແລ້ວໃຊ້ມີດຕັດ ຫຼື ມີດຊອຍເປັນຊິ້ນນ້ອຍໆລົງໃສ່ໝໍ້ເວລານ້ຳຟົດ, ຕົ້ມໃຫ້ຈົນຮ້ອນພໍສົມຄວນ. ຫຼັງຈາກນັ້ນ, ໃຫ້ຫຼຸດໄຟລົງປານກາງ ແລະ ຄ່ຽວຕໍ່ອີກປະມານ 30 ນາທີ; ໃນການຕົ້ມນີ້, ຫ້າມໃສ່ນ້ຳຕານໂດຍເດັດຂາດ ສູດນີ້ປ້ອງກັນການເປັນພະຍາດອຳມະພຶກອຳມະພາດໄດ້ດີ.


ນອກຈາກນັ້ນ. ຍັງເປັນຢາປິ່ນປົວອາການລົງຂາວ ແລະ ເຊື້ອຣາໃນຊ່ອງຄອດມີກິ່ນເໝັນ ນຳອີກ ໂດຍການດື່ມນ້ຳແບບອຸ່ນ ຫຼື ເຢັນ, ເຊິ່ງສາມາດດື່ມໄດ້ເລື່ອຍໆແບບຮ້ອນ ແລະ ເຢັນ ຕາມແຕ່ທີ່ເຮົາມັກ ໃຫ້ດື່ມເລື້ອຍໆຕິດຕໍ່ກັນປະມານ 7-10 ມື້ ຫຼື ຈົນກວ່າຈະຮູ້ສຶກຮ່າງກາຍມີອາການດີຂຶ້ນ ຫຼື ຄວາມດັນເລືອດຫຼຸດລົງ ເມື່ອຮູ້ສຶກອຶດອັດໃຫ້ເຮັດກິນໃໝ່ອີກ, ເຊິ່ງມັນຈະບໍ່ມີຜົນຂ້າງຄຽງຫຫຍັງ.


+ ຄຸນປະໂຫຍດທາງການຢາຂອງອ້ອຍດຳ
ອ້ອຍແດງ: ຊື່ອື່ນ ອ້ອຍດຳ, ອ້ອຍຕາແດງ, ອ້ອຍຂົມ Sugar Cane
– ເປືອກຕົ້ນ: ມີຣົດຊາດດຫວານຂົມ ສາມາດປິ່ນປົວແຜເນົ່າເປື່ອຍ; ລຳຕົ້ນ ກັບ ນ້ຳອ້ອຍ ມີຣົດຊາດດຫວານຂົມຊຸ່ມ ປິ່ນປົວອາການຮ້ອນໃນ, ຂັບນ້ຳຍ່ຽວ, ຂັບຂີ້ກະເທິ, ປິ່ນປົວຫືດ, ໄອ, ປິ່ນປົວອາການປວດຮາກ, ປິ່ນປົວໄຂ້, ຂັບໜິ່ວ, ປິ່ນປົວຮອຍຊ້ຳ, ປິ່ນປົວທ້ອງຜູກ, ບໍາລຸງກະເພາະອາຫານ ແລະ ປິ່ນປົວອາການສະເອິ.
+ໃບເຕີຍ ຫຼື ເຕີຍຫອມ
-ໃບເຕີຍ: ມີຣົດຊາດຫວານຫອມເຢັນ ເປັນຢາບຳລຸງຫົວໃຈ, ປິ່ນປົວພິດໄຂ້, ບໍາລຸງກໍາລັງ ແລະ ກິ່ນຂອງໃບເຕີຍຍັງເຮັດໃຫ້ມີຄວາມສົດຊື່ນນຳອີກ.