ປະທານປະເທດ ສີ ຈິ້ນຜິງ ຂອງຈີນ ເດີນທາງເຖິງນະຄອນຫຼວງອາບູດາບີ ແລ້ວໃນທ້າຍອາທິດຜ່ານມາ ເພື່ອຢ້ຽມຢາມ ອາຣັບ ເອມີເຣດ ຢ່າງເປັນທາງການ ເປັນເວລາ 3 ມື້ ເຊິ່ງຖືວ່າເປັນຜູ້ນຳຈີນ ຄົນທຳອິດ ໃນຮອບ 29 ປີ ທີ່ເດີນທາງຢ້ຽມຢາມ ອາຣັບ ເອມິເຣດ, ໂດຍທ່ານເດີນທາງເຖິງ ຫຼັງຈາກທີ່ ອາຣັບ ເອມິເຣດ ຫາກໍເຜີຍແຜ່ລາຍລະອຽດຂອງຂໍ້ຕົກລົງໃໝ່ ທີ່ທັງສອງຝ່າຍບັນລຸຮ່ວມກັນ ໃນກ່ອນໜ້ານີ້.

ອາບູດາບີ ເນເຊິນແນວ ອອຍ ທີ່ເປັນບໍລິສັດນ້ຳມັນແຫ່ງຊາດ ກ່າວວ່າ: ໄດ້ເຊັນສັນຍາ 2 ສະບັບ ມູນຄ່າ 1.600 ລ້ານໂດລາສະຫະລັດ ໃຫ້ກັບ ບີຈີພີ ອິງ ທີ່ເປັນບໍລິສັດໃນເຄືອຂ່າຍຂອງ ໄຊນາ ເນເຊິນແນວ ປີໂຕຣລຽມ ກຳຈັດ ເພື່ອສຳຫຼວດທາງທໍລະນີຟີຊິກ ໃນການຫາແຫຼ່ງນ້ຳມັນໃນ ອາຣັບ ເອມິເຣດ ໂດຍການສຳຫຼວດຫາແຫຼ່ງນ້ຳມັນ ແລະ ກ໊າດທຳມະຊາດ ຈະເຮັດໃຫ້ແຜ່ນດິນ ແລະ ນອກແຄມຝັ່ງ ຄງບຄຸມພື້ນທີ່ 53.000 ຕາລາວກິໂລແມັດ. ນອກຈາກນັ້ນ, ບໍລິສັດຂອງສອງປະເທດ ຍັງບັນລຸຂໍ້ຕົກລົງໃນການຈັດຕັ້ງເຂດການຄ້າໃໝ່ ໃນນະຄອນດູໄບ ນຳອີກ.

ທັ້ງນີ້, ຈີນ ແລະ ອາຣັບ ເອມິເຣດ ສະຖາປະນາຄວາມສຳພັນທາງການທູດ ໃນ 34 ປີກ່ອນ. ການເດີນທາງຢ້ຽມຢາມ ອາຣັບ ເອມິເຣດ ຄັ້ງນີ້ ຜູ້ນຳຈີນໃຫ້ຄຳໝັ້ນຈະເດີນໜ້າສົ່ງເສີມຄວາມສຳພັນ ແລະ ການຮ່ວມມືໃນດ້ານຕ່າງໆ ຂອງທັງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ໂດຍ ນະຄອນຫຼວງອາບູດາບີ ເປັນຈຸດໝາຍທຳອິດຂອງການຢ້ຽມຢາມຂອງ ປະທານປະເທດ ສີ ຈິ້ນຜິງ ເຊິ່ງຫຼັງຈາກນັ້ນ ທ່ານຈະເດີນທາງໄປຕໍ່ທີ່ ປະເທດເຊເນການ, ຣະວັນດາ ແລະ ອາຟຣິກກາໃຕ້.