ທ່ານ ວິວເບີ ຣອສ ລັດຖະມົນຕີກະຊວງການຄ້າຂອງ ສະຫະລັດ ອາເມລິກາ ກ່າວໃນວັນທີ 20 ກໍລະກົດນີ້ວ່າ: ການເຈລະຈາເພື່ອປັບປຸງ ຂໍ້ຕົກລົງການຄ້າເສລີອາເມລິກາເໜືອ ຫຼື ນາບຕາ ຈະກັບມາເລີ່ມໄດ້ອີກຄັ້ງໃນໄວໆນີ້.

ທ່ານ ຣອສ ກ່າວວ່າ: ທ່ານ ແອນເດຣສ ມານູເອວ ໂລເປສ ໂອບຣາດໍ ວ່າທີ່ປະທານາທິບໍດີເມັກຊິກ ໄດ້ປ່ຽນແປງທ່າທາງທີ່ເຄີຍແຂງກ້າ ແລະ ເຮັດໃຫ້ເຫັນຢ່າງຊັດເຈນວ່າ ທ່ານເຫັນດີກັບແນວຄວາມຄິດທີ່ຈະໃຫ້ມີການເຈລະຈາເລື່ອງ ນາບຕາ ໃໝ່ອີກຄັ້ງ; ໂດຍກ່ອນໜ້າທີ່ຈະມີການເລືອກຕັ້ງໃນເມັກຊິກ ໄດ້ມີຄວາມກັງວົນວ່າ: ທ່ານ ໂລເປສ ໂອບຣາດໍ ຈະຍົກເລີກການເຈລະຈາ ນາບຕາ. ແຕ່ແນວໃດກໍຕາມ, ທ່ານ ໂລເປສ ກໍມີຄະນະເຮັດວຽກທີ່ກຳລັງປະສານງານໃນເລື່ອງການເຈລະຈາການຄ້າ, ເຊິ່ງທ່ານ ຣອສ ກ່າວວ່າ: ທ່ານຄິດວ່າຈະເລີ່ມການເຈລະຈາ ນາບຕາ ໄດ້ຢ່າງໄວວາ.

ທາງດ້ານທ່ານ ຄາລອສ ເອີຊົວ ທີ່ຖືກທາບທາມໃຫ້ດຳລົງຕຳແໜ່ງ ລັດຖະມົນຕີກະຊວງການເງິນຄົນໃໝ່ຂອງເມັກຊິກ ກ່າວວ່າ: ຄວນມີການເລັ່ງການເຈລະຈາ ນາບຕາ ຫຼັງຈາກສຳເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ສະຫະລັດ ອາເມລິກາ ໃນເດືອນພະຈິກນີ້. ປະທານາທິບໍດີ ໂດໂນ ທຣຳ ຂອງສະຫະລັດ ອາເມລິກາ ກ່າວຢ້ຳຫຼາຍຄັ້ງວ່າ: ຈະຖອນຕົວອອກຈາກຂໍ້ຕົກລົງ ນາບຕາ ທີ່ມີ ເມັກຊິກ ແລະ ການາດາ ເປັນພາຄີຂໍ້ຕົກລົງນີ້ ແລະ ໃນປີທີ່ຜ່ານມາ ທ່ານ ທຣຳ ກໍຮຽກຮ້ອງໃຫ້ມີການເຈລະຈາທົບທວນລາຍລະອຽດຂອງຂໍ້ຕົກລົງນີ້ໃໝ່ ເຊິ່ງເຈົ້າໜ້າທີ່ຂອງ 3 ປະເທດ ກໍເລັ່ງການເຈລະຈາໃຫ້ບັນລຸຂໍ້ຕົກລົງ ກ່ອນການເລືອກຕັ້ງເມັກຊິກ ໃນເດືອນນີ້ ແຕ່ການເຈລະຈາປະສົບກັບການຫຼ້າຊ້າ ເພາະຂໍ້ຮຽກຮ້ອງຂອງ ສະຫະລັດ ອາເມລິກາ.