ພັທ ຄຳເພົ້້າ ຈັນສະຫວັນ ຮອງຫົວໜ້າຫ້ອງຕຳຫຼວດ ຜູ້ຊີ້ນຳວຽກງານຕຳຫຼວດຈະລາຈອນ ປກສ ແຂວງອຸດົມໄຊ ໄດ້ໄດ້ເຄື່ອນໄຫວຊຸກຍູ້ວຽກງານວິຊາສະເພາະຢູ່ ກອງບັນຊາການ ປກສ ເມືອງປາກແບງເມືອງຮຸນ ແລະ ເມືອງແບງ ໃນອາທິດຜ່ານມາ ເພື່ອຊຸກຍູ້ໃຫ້ກໍາລັງຕໍາຫຼວດຈະລາຈອນແຕ່ລະເມືອງສຸມໃສ່ແກ້ໄຂບັນຫາອຸບັດຕິເຫດຕາມທ້ອງຖະໜົນໃຫ້ຫຼຸດລົງ.

ຮທ ພູລົມ ຈັນຕິສຸກ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ແຂວງ ກ່າວວ່າ: ການລົງຊຸກຍູ້ວຽກງານຕຳຫຼວດຈະລາຈອນຢູ່ 3 ເມືອງ ກໍເພື່ອປັນການແລກປ່ຽນ ແລະ ຖອດຖອນບົດຮຽນວຽກງານວິຊາສະເພາະ ໂດຍເປັນການແລກປ່ຽນບົດຮຽນຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດໜ້າທີ່ ກໍຄືຄວາມບໍໍ່ເປັນລະບຽບຮຽບຮ້ອຍຕາມທ້ອງຖະໜົນ, ການລົງກວດກາຊັນນະສູດ, ການປ້ອງກັນ, ການວັດແທກສະຖານທີເກີດອຸປະຕິເຫດ ແລະ ການແກ້ໄຂຄະດີອຸປະຕິເຫດ ລວມທັງວຽກງານການລົງໂຄສະນາ, ກ່າວເຕືອນຕໍ່ຜູ້ໃຊ້ລົດໃຊ້ຖະໜົນທີ່ຮັບປະກັນ ແລະ ປອດໄພ ເພື່ອຫຼຸດຜ່ອນອຸປະຕິເຫດຕາມທ້ອງຖະໜົນ.

ນອກນີ້, ຍັງແລກປ່ຽນການປະຕິບັດມາດຕະການຕໍ່ຜູ້ທີ່ຍັງຝ່າຝື້ນບໍ່ປະຕິບັດກົດລະບຽບຈະລາຈອນເຊັນ: ການດັດແປງສະພາບເຕັກນິກລົດ,ຂັບຂີລົດຈັກບໍ່ໃຊ້ໝວກກັນກະທົບ,ບໍ່ຕິດປ້າຍທະບຽນ,ຂັບຂີ່ບໍ່ໃຫ້ກຽດເຊິ່ງກັນແລະກັນ,ຂີ່ລົດໄວໃຊ້ສຽງດັງ,ຈອດລົດຊະຊາຍ ແລະ ອື່ນໆ.

ໂອກາດນີ້, ຍັງໄດ້ເຜີຍແຜ່ເອກະສານສຶກສາອົບຮົບການເມືອງແນວຄິດ, ແຜນຍຸດທະສາດຂອງພັກ-ລັດ,ເອກະສານການໂຄສະນາປູກຈິດສຳນຶກ,ການຄຸ້ມຄອງລະບາຍການສັນຈອນ ແລະ ວິທີບັນທຶກຂໍ້ມູນໃຫ້ລະອຽດຄົບຖ້ວນຖືກຕ້ອງຮັບປະກັນໃນວຽກງານວິຊາສະເພາະ,ຮັບປະກັນບັນຫາອຸປະຕິເຫດຕາມທ້ອງຖະໜົນຢູ່ແຕ່ລະເມືອງນັບມື້ຫຼຸດໜ້ອຍຖອຍລົງ.