ສູນຕໍາຫຼວດຄວບຄຸມລະບົບວົງຈອນປິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມະຕິ, ຄໍາສັ່ງຂອງກົມການເມືອງສູນກາງພັກ ກ່ຽວກັບ ວຽກງານກໍ່ສ້າງພັກ-ພະນັກງານ ເຜີຍແຜ່ໂດຍ ພັອ ຄໍາຖະຫວາຍ ເພັດອຸໄທ ຮອງຫົວໜ້າສູນຕໍາຫຼວດຄວບຄຸມລະບົບວົງຈອນປິດ ເພື່ອເຮັດໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ-ນັກຮົບ ກໍາແໜ້ນບັນດາເນື້ອໃນເອກະສານສໍາຄັນດັງກ່າວ ໄປຈັດຕັ້ງຜັນຂະຫຍາຍໃຫ້ວຽກງານພັກ-ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ໄດ້ຮັບໝາກຜົນສູງ.

ພັອ ຄໍາຖະຫວາຍ ເພັດອຸໄທ ໄດ້ຍົກໃຫ້ເຫັນຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ເຜີຍແຜ່ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ ກ່ຽວກັບ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 292/ຄຈສພ ກ່ຽວກັບ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງພະນັກງານ; ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 04/ຄລສພ ກ່ຽວກັບ ການກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ; ມະຕິກົມການເມືອງສູນການພັກ ເລກທີ 030/ກມສພ ວ່າດ້ວຍ ມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ; ມະຕິຂອງກົມການເມືອງສູນກາງພັກ ເລກທີ 031/ກມສພ ວ່າດ້ວຍ ວຽກງານຄຸ້ມຄອງພະນັກງານ.

ສໍາລັບມະຕິຂອງກົມການເມືອງສູນກາງພັກ ເລກທີ 032/ກມສພ ວ່າດ້ວຍ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ; ເຊິ່ງການສ້າງແຜນກໍານົດພະນັກງານ ແມ່ນການຄາດຄະເນເປົ້າໝາຍພະນັກງານທີ່ຈະຈັດວາງເຂົ້າໃນຕໍາແໜ່ງນໍາພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ, ການກະກຽມບຸກຄະລາກອນໃນລັກສະນະເປີດກວ້າງ ເພື່ອໃຫ້ມີແຫຼ່ງເລືອກເຟັ້ນພະນັກງານນໍາພາ-ຄຸ້ມຄອງຕອບສະໜອງທາງດ້ານຈໍານວນ, ຄຸນນະພາບ, ໂຄງປະກອບບຸກຄະລາກອນໃຫ້ຄົບຊຸດຕາມຄວາມຮຽກຮ້ອງຕ້ອງການຂອງບັນດາຕໍາແໜ່ງນໍາພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການໃນລະບົບການເມືອງ ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຫັນປະເທດເປັນອຸດສາຫະກໍາ ແລະ ທັນສະໄໝເທື່ອລະກ້າວ ແນໃສ່ປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມຈຸດໝາຍສັງຄົມນິຍົມ.

ໃນພິທີ, ຍັງໄດ້ເຜີຍແຜ່ກົດໝາຍວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ( ສະບັບປັບປຸງ ) ປະກອບມີ IX ພາກ 6 ໝວດ 55 ມາດຕາ ທີ່ມີຈຸດປະສົງເພື່ອ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເພື່ອຮັບປະກັນໃຫ້ກຳລັງດັ່ງກ່າວມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຊຳນານທາງດ້ານວິຊາສະເພາະ, ມີແບບແຜນວີທີເຮັດວຽກທີ່ກ້າວໜ້າ ແລະ ທັນສະໄໝ ແນໃສ່ເຮັດສຳເລັດໜ້າທີ່ໃນການປັກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນເຂົ້າໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ.