ຊຸດຝຶກອົບຮົມກ່ຽວກັບທັກສະການຂີດຂຽນເອກະສານ ແລະ ການກະກຽມວຽກງານຮອບດ້ານ ຮັບໃຊ້ກອງປະຊຸມສະພາປະຊາຊົນຂັ້ນແຂວງ ໃຫ້ແກ່ພະນັກງານວິຊາການສະພາປະຊາຊົນຂັ້ນແຂວງ ( ສພຂ ) ໄດ້ໄຂຂຶ້ນວັນທີ 18 ກໍລະກົດ 2018 ຢູ່ທີ່ແຂວງສະຫວັນນະເຂດ ເປັນປະທານໂດຍ ທ່ານ ຄຳເຜີຍ ປານມະໄລທອງ ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ແລະ ພັທ ສັງວານ ວົງວິໄລ ປະທານຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາປະຊາຊົນແຂວງສະຫວັນນະເຂດ; ມີຫົວໜ້າ-ຮອງຫົວໜ້າສູນຝຶກອົບຮົມ ແລະ ຂໍ້ມູນຂ່າວສານ, ຫົວໜ້າ-ຮອງຫົວໜ້າກົມ, ເລຂາທິການ-ຮອງເລຂາທິການ, ຫົວໜ້າຂະແໜງການ ສພຂ ພ້ອມດ້ວຍພະນັກງານວິຊາການຈາກແຂວງສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ເຂົ້າຮ່ວມທັງໝົດ 130 ກວ່າທ່ານ.

ໃນພິທີ, ທ່ານ ຄຳເຜີຍ ປານມາໄລທອງ ກ່າວວ່າ: ຊຸດຝຶກອົບຮົມຈັດຂຶ້ນເພື່ອຍົກລະດັບທັກສະວຽກງານຂີດຂຽນ ແລະ ການກະກຽມເອກະສານຕ່າງໆໃນການເປັນເສນາທິການໃຫ້ແກ່ສະພາແຫ່ງຊາດ ແລະ ສພຂ ແນ່ໃສ່ຍົກລະດັບຄວາມຮູ້, ຄວາມສາມາດໃນການກະກຽມວຽກງານຮອບດ້ານ ເພື່ອຮັບໃຊ້ກອງປະຊຸມສະພາປະຊາຊົນຂັ້ນແຂວງ ໃຫ້ແກ່ສະພາປະຊາຊົນຢ່າງມີປະສິດທິພາບ.

ບົດຮຽນໃນການຝຶກອົບຮົມຄັ້ງນີ້ ປະກອບມີ 5 ຫົວຂໍ້ຄື: ບົດຮຽນ ແລະ ປະສົບການໃນການກະກຽມຮັບໃຊ້ກອງປະຊຸມສະພາແຫ່ງຊາດ; ບົດຮຽນ ແລະ ປະສົບການໃນການຮ່າງບົດສະຫຼຸບ ແລະ ວາງທິດທາງແຜນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ; ວິທີການຂຽນບົດລາຍງານບົດຮຽນ ແລະ ປະສົບການໃນການຮ່າງມະຕິປະເພດຕ່າງໆໃນກອງປະຊຸມ; ວິທີຄົ້ນຄວ້າຕໍ່ຮ່າງແຜນງົບປະມານແຫ່ງລັດ ໃນກອງປະຊຸມ ສພຂ; ແລະ ວິທີຄົ້ນຄວ້າຮ່າງແຜນພັດທະນາເສດຖະກິດ-ສັງຄົມ ໃນກອງປະຊຸມປະຊາຊົນແຂວງ ໂດຍການບັນຍາຍຈາກວິທະຍາກອນຜູ້ມີປະສົບການສູງ.

ກອງປະຊຸມເຝິກອົບຮົມຄັ້ງນີ້ ໄດ້ສຳເລັດລົງໃນວັນທີ 20 ກໍລະກົດນີ້ ເຊິ່ງນັກສຳມະນາກອນ ຍັງໄດ້ສຸມສະຕິປັນຍາຄົ້ນຄວ້າບົດຮຽນ ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ທັງລົງເຮັດພາກປະຕິບັດຕົວຈິງເຊັ່ນ: ວິທີສ້າງແຜນການ, ເຄື່ອນໄຫວ, ວິທີຂຽນບົດລາຍງານ, ບົດສະຫຼຸບ ແລະ ວິທີຮ່າງມະຕິປະເພດຕ່າງໆ, ວິທີວິທະຍາໃນການຊ່ວຍກະກຽມແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານໃຫ້ແກ່ກອງປະຊຸມ ສພຂ ອີກດ້ວຍ.