ມາຮອດຕອນເຊົ້າຂອງວັນທີ 25 ກໍລະກົດ ນີ້, ເຈົ້າໜ້າທີ່ຫຼາຍພາກສ່ວນຂັ້ນທ້ອງຖິ່ນ ແລະ ສູນກາງ ໄດ້ລະດົມຄວາມຊ່ວຍເຫຼືອປະຊາຊົນຜູ້ເຄາະຮ້່າຍຈາກໄພນ້ຳຖ້ວມ ຈາກເຫດການເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື ຕະຫຼອດ 24 ຊົ່ວໂມງ, ເຊິ່ງສາມາດຊ່ວຍເຫຼືອຜູ້ທີ່ຕິດຄ້າງຢູ່ຕາມເຮືອນອອກມາໄດ້ສ່ວນໜຶ່ງແ້ລວ ແລະ ອີກຈຳນວນໜຶ່ງເຈົ້າໜ້າທີ່ກຳລັງໃຊ້ເຮືອເຂົ້າໄປຊ່ວຍເຫຼືອຢ່າງຮີບດ່ວນ.

ຕາມການລາຍງານຂັ້ນເບື້ອງຕົ້ນ, ມາຮອດຕອນເຊົ້າວັນທີ 25 ກໍລະກົດ ນີ້, ເຈົ້າໜ້າທີ່ລາຍງານວ່າ ພົບຜູ້ເຄາະຮ້າຍເສຍຊີວິດຈາກເຫດການນ້ຳຖ້ວມໃນຄັ້ງນີ້ 19 ຄົນ ແລະ ມີຜູ້ໄດ້ບາດເຈັບອີກຫຼາຍຄົນ. ປັດຈຸບັນ, ມີປະຊາຊົນຫຼາຍຮ້ອຍຄົນຍັງຂາດເຄື່ອງນຸ່ງຫົ່ມ ແລະ ອາຫານ. ເຖິງແມ່ນວ່າ ຫຼາຍພາກສ່ວນໃຫ້ຄວາມຊ່ວຍເຫຼືອໃນຂັ້ນຕົ້ນແລ້ວ ແຕ່ກໍຍັງບໍ່ທັນພຽງພໍ, ເຊິ່ງເຈົ້າໜ້າທີ່ທັງພາກລັດ ແລະ ເອກະຊົນ ກໍໄດ້ພາກັນເລັ່ງລະດົມຄວາມຊ່ວຍເຫຼືອຜູ້ປະສົບໄພຄັ້ງນີ້ ຢ່າງຮີບດ່ວນ.

ທ່ານສາມາດຕິດຕາມຂ່າວການຊ່ວຍຜູ້ປະສົບໄພນ້ຳຖ້ວມ ຈາກເຫດການເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື ຈາກເພັກ ໜັງສືພິມຄວາມສະຫງົບ ຕະຫຼອດ 24 ຊົ່ວໂມງ.