ເອສເຄ ເອັນຈີເນຍຣິງ ແອນ ຄອນສະຕັກເຊິນ ບໍລິສັດກໍ່ສ້າງຈາກ ສ.ເກົາຫຼີ ໜຶ່ງໃນຫຸ້ນສ່ວນໂຄງການເຂື່ອນເຊປ່ຽນ-ເຊນ້ຳນ້ອຍໃນລາວ ເປີດເຜີຍໃນວັນທີ 25 ກໍລະກົດນີ້ວ່າ: ພົບຄວາມເສຍຫາຍບໍລິເວນສ່ວນເສີມຂອງເຂື່ອນ ໃນເວລາ 21:00 ຂອງວັນທີ 22 ກໍລະກົດທີ່ຜ່ານມາ ຕາມເວລາໃນປະເທດລາວ ຈຶ່ງຮີບເເຈ້ງທາງການ ແລະ ເລີ່ມອົບພະຍົບຜູ້ຄົນໃນໝູ່ບ້ານທີ່ຢູ່ທ້າຍນ້ຳ ແຕ່ເນື່ອງຈາກຝົນຕົກໜັກ, ເສັ້ນທາງຂາດ ຈຶ່ງບໍ່ສາມາດຊ້ອມແປງໄດ້.

ໃນຕອນເຊົ້າຂອງວັນທີ 23 ກໍລະກົດຜ່ານມາ, ທາງບໍລິສັດໄດ້ເລັ່ງລະບາຍນ້ຳອອກຈາກເຂື່ອນເຊ-ນ້ຳນ້ອຍ ໜຶ່ງໃນສອງເຂື່ອນຫຼັກ ເພື່ອພະຍາຍາມຫຼຸດແຮງກົດດັນນ້ຳຈາກໂຄງສ້າງເສີມ ຕໍ່ມາລັດຖະບານລາວກໍໄດ້ຮັບແຈ້ງວ່າເກີດຄວາມເສຍຫາຍເພີ່ມເຕີມ ຈຶ່ງຕ້ອງສັ່ງຢ່າງເປັນທາງການໃຫ້ອົບພະຍົບປະຊາຊົນທີ່ຢູ່ທ້າຍນ້ຳ ກ່ອນທີ່ເຂື່ອນຈະແຕກໃນເວລາຕໍ່ມາ.