ກອງບັນຊາການ ປກສ ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ສປປ ລາວ ແລະ ກອງບັນຊາການຕໍາຫຼວດປ້ອງກັນຊາຍແດນກິ່ງ ແຂວງສິບສອງພັນນາ, ແຂວງຢູນນານ ສປ ຈີນ ໄດ້ຈັດກອງປະຊຸມພົບປະແລກປ່ຽນວຽກງານປ້ອງກັນຊາຍແດນ ຄັ້ງທີ IV ປະຈໍາປີ 2018 ໃນວັນທີ 26 ກໍລະກົດ 2018 ທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງຜົ້ງສາລີ, ຝ່າຍລາວ ເຂົ້າຮ່ວມໂດຍ ພັທ ຄໍາຈັນ ແສງລາວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ ທັງເປັນຫົວໜ້າຄະນະຜູ້ແທນກອງບັນຊາການ ປກສ 3 ແຂວງພາກເໜືອ ແລະ ຝ່າຍຈີນ ນໍາໂດຍ ພັອ ພິເສດ ຈ່າງປິນ ຫົວໜ້າກອງບັນຊາການຕໍາຫຼວດປ້ອງກັນຊາຍແດນກິ່ງ ແຂວງສິບສອງພັນນາ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບທີ່ຕັ້ງຈຸດພິເສດ ແລະ ການເຄື່ອນໄຫວວຽກງານຕ່າງໆໃຫ້ກັນຮັບຮູ້ ເປັນຕົ້ນແມ່ນສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີທີ່ຫວັງມ້າງເພທໍາລາຍຄວາມສະຫງົບຂອງສອງປະເທດ ກໍຄື 3 ແຂວງພາກເໜືອລາວ ກັບກອງບັນຊາການຕໍາຫຼວດປ້ອງກັນຊາຍແດນກິ່ງ ແຂວງສິບສອງພັນນາ, ແຂວງຢູນນານ ແຫ່ງ ສປ ຈີນ; ເຊິ່ງວຽກງານພົວພັນຮ່ວມມືປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃນໄລຍະຜ່ານມາ, ທັງສອງກໍາລັງໄດ້ປະສານສົມທົບກັນຮ່ວມມືແກ້ໄຂສະພາບການຕ່າງໆ ເຊັ່ນ: ບັນຫາການຍົກຍ້າຍທີ່ຕັ້ງພູມລຳເນົາທີ່ບໍ່ຖືກຕ້ອງຂອງປະຊາຊົນ, ການລັກລອບເຂົ້າ-ອອກເມືອງຜິດກົດໝາຍ ແລະ ສະພາບປະກົດການຫຍ້ໍທ້ໍຕ່າງໆທີ່ເກີດຂຶ້ນ ເປັນຕົ້ນແມ່ນການກໍ່ອາຊະຍາກໍາ, ຄ້າ-ຂາຍຢາເສບຕິດ, ຄ້າ-ຂາຍສິນຄ້າເຖື່ອນ, ການຄ້າມະນຸດ ແລະ ບັນຫາອື່ນໆເຮັດໃຫ້ຢູ່ລຽບຕາມຊາຍແດນມີຄວາມສະ
ຫງົບໂດຍພື້ນຖານ.

ໃນກອງປະຊຸມ, ທັງສອງຝ່າຍຈະສືບຕໍ່ແລກປ່ຽນບົດຮຽນຮ່ວມກັນ ກ່ຽວກັບວຽກງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ ແລະ ຄວາມສະຫງົບໃນສັງຄົມຂອງສອງປະເທດ, ເພີ່ມທະວີສາຍພົວພັນຮ່ວມມືກັນໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ, ປະສານສົມທົບໃຫ້ການຊ່ວຍເຫຼືອເຊິ່ງກັນແລະກັນຢ່າງເປັນປົກກະຕິ ເພື່ອເຮັດໃຫ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ-ສັງຄົມ ແລະ ວັດທະນະທໍາຂອງທັງສອງປະເທດ ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ.