ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໂພນໂຮງ ແຂງວຽງຈັນ ສາມາດແກ້ໄຂເປົ້າໝາຍຊື້-ຂາຍຢາເສບຕິດໄດ້ 3 ລາຍ; ລວມຂອງກາງຢາບ້າ 136 ເມັດ ແລະ ຢາໄອສ໌ 300 ກຼາມ ໃນໄລຍະເດືອນກໍລະກົດຜ່ານ.

ຜູ້ຖືກຫາທັງສາມຄື: ທ້າວ ອຳໄພ ອາຍຸ 29 ປີ ຢຸ່ບ້ານນາໂພໄຕ ເມືອງໂພນໂຮງພ້ອມຂອງກາງຢາບ້າຈຳນວນ 69 ເມັດ;  ທ້າວ ພັນທະໝອມ ອາຍຸ 35 ປີ ຢູ່ບ້ານໂພນໄຊ ເມືອງໂພນໂຮງ ພ້ອມຂອງກາງຢາບ້າ 67 ເມັດ;  ທ້າວ ຕຶຊົ່ງ ອາຍຸ 36 ປີ ຢູ່ບ້ານໜອງນາກ ເມືອງໂພນໂຮງ ພ້ອມຂອງກາງຢາໄອສ໌ຈຳນວນ 300 ກຣາມ.

ຜ່ານການສຶບສວນ-ສອບສວນ, ທ້າວ ອຳໄພ ສາລະພາບວ່າ: ຢາບ້າຈຳນວນ 69 ເມັດແມ່ນເປັນຂອງຜູ້ກ່ຽວແທ້ ໂດຍໄດ້ເຄື່ອນໄຫວພົວພັນຊື້-ຂາຍຢາເສບຕິດມາແຕ່ປີ 2010 ເຊິ່ງໄດ້ຕິດຕໍ່ຊື້ຢາບ້ານຳຜູ້ຮ່ວມຂະບວນການນຳກັນຈຳນວນຫຼາຍຄັ້ງ; ຄັ້ງລະ 50 -80 ເມັດ; ແລ້   ວໄປຂາຍຕໍ່ໃຫ້ກຸ່ມມົ້ວສຸມຢາເສບຕິດນໍາກັນ. ມາຮອດວັນທີ 2 ກໍລະກົດ 2018,  ຜູ້ກ່ຽວແມ່ນໄດ້ຕິດຕໍ່ຊື້ຢາບ້າອີກຈຳນວນ 80 ເມັດ  ຍັງບໍ່ທັນໄດ້ ຖຶກເຈົ້າໜ້າທີ່ເຂົ້າກັກຕົວໄດ້ຢູ່ເຮືອນ ພ້ອມຢາບ້າ 69 ເມັດ.

ທ້າວ ພັນທະໝອນ ສາລະພາບວ່າ: ເລີ່ມພົວພັນເສບ ແລະ ຊື້-ຂາຍຢາບ້າມາແຕ່ຕົ້ນປີ 2018 ໂດຍຊຶ້ນໍາໝູ່ຄູ່ພາຍໃນເມືອງ ໂດຍສະເພາະແມ່ນທ້າວ ອຳໄພ ເພື່ອເອົາໄປຂາຍຕໍ່. ຮອດວັນທີ 2 ກໍລະກົດ 2018, ໄດ້ຕິດຕໍ່ຊື້ຢາບ້ານຳຜູ້ຮ່ວມຂະບວນການນຳກັນຈຳນວນ 90 ເມັດ. ຈາກນັ້ນ, ກໍໄດ້ເອົາຢາບ້າຈຳນວນດັ່ງກ່າວໄປຂາຍໃຫ້ກັບກຸ່ມມົ້ວສຸມຢາເສບຕິດພາຍໃນບ້ານ. ໃນຂະນະທີ່ກຳລັງເຄື່ອນໄຫວຂາຍຢາບ້າຢູ່ນັ້ນ, ເຈົ້າໜ້າທີ່ໄດ້ເຂົ້າກັກຕົວພ້ອມທັງກວດຄົ້ນພົບຂອງກາງຢາບ້າຈຳນວນ 67 ເມັດ.

ສ່ວນທ້າວ ຕຶຊົງ ທີ່ມີຂອງກາງຢາເສບຕິດປະເພດຢາໄອສ໌ຈຳນວນ 300 ກຣາມ, ໃນເບື້ອງຕົ້ນຜູ້ກ່ຽວແມ່ນໄດ້ໄປຮັບເອົາຢາໄອສ໌ນຳຜູ້ຊາຍຄົນໜຶ່ງຢູ່ພາຍໃນເມືອງໂພນໂຮງ ໂດຍໄດ້ຕິດໜີ້ໄວ້ກ່ອນ ເມື່ອຂາຍໄດ້ເງິນໜົດແລ້ວຈິ່ງເອົາເງິນໄປໃຫ້ຕາມຫຼັງ.  ທຸກຄັ້ງທີ່ໄດ້ຢາໄອສ໌ມາແລ້ວ ກໍພັບໃສ່ທໍ່ດູດເປັນຂໍ້ໆນ້ອຍ ເພື່ອຈະສະດວກໃນການຈຳໜາຍ.  ຈາກນັ້ນ, ກໍເອົາໄປຂາຍໃຫ້ກັບກຸ່ມມົວສຸມຢາເສບຕິດທີ່ຕ້ອງການຊື້ ໃນລະຫວ່າງນັ້ນຖຶກເຈົ້າໜ້າເຂົ້າຈັບຕົວພ້ອມຂອງກາງຢາໄອສ໌ຈຳນວນ 300 ກຣາມ.

ເຈົ້າໜ້າທີ່ ປກສ ເມືອງໂພນ ໃຫ້ຮູ້ວ່າ: ຜູ້ຖືກຫາທັງ 3 ຄົນ ແມ່ນເປົ້າໝາຍຕິດຕາມຂອງເຈົ້າໜ້າທີ່ມາໄດ້ໄລະຍະໜຶ່ງແລ້ວໂດຍພວກກ່ຽວມີເຈດຕະນາຊື້-ຂາຍຢາເສບຕິດປະເພດຢາບ້າ ແລະ ຢາໄອສ໌ ໃຫ້ໄວລຸ້ນພາຍໃນບ້ານ ແລະ ຂອບເຂດເທດສະບານເມືອງ ເຊິ່ງສ້າງຄວາມບໍ່ເປັນລະຽບຮຽບຮ້ອຍໃນສັງຄົມ ທັງເປັນການກົດໜ່ວງທວ່ງດືງການສ້າງສາພັດທະນາປະເທດຊາດ.

ຄະດີດັ່ງກ່າວ, ເຈົ້າໜ້າທີ່ຍັງສືບຕໍ່ດຳເນີນການສືບສວນ – ສອບສວນຂະຫຍາຍຜົນເພີ່ມເຕີມຫາກຸ່ມແກ້ງຜູ້ຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍ.